ສະແດງຄວາມຊົມເຊີຍມາຍັງທຸກທ່ານທີ່ໄດ້ເຂົ້າຮ່ວມກອງປະຊຸມສາມັນປະຈຳປີຂອງ SUN CSA! ພວກເຮົາມີຜູ້ເຂົ້າຮ່ວມທັງໝົດ 41 ທ່ານ ທີ່ເຂົ້າຮ່ວມແບບຊ້ອງໜ້າ ແລະ 32 ທ່ານ ທີ່ເຂົ້າຮ່ວມອອນໄລນ໌ ທີ່ມາຈາກ 11 ແຂວງ ແລະ ມີຫຼາຍກວ່າ 35 ອົງກອນ ທີ່ໄດ້ຮ່ວມລາຍງານຜົນສຳເລັດໃນປີທີ່່ຜ່ານມາ ແລະ ວາງແຜນວຽກສຳລັບປີຕໍ່ໄປ.
ພວກເຮົາໄດ້ຮັບກຽດຈາກ ດຣ. ເກດເກສອນ ພຣະສີສົມບັດ, ຮອງຫວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໃນການກ່າວເປີດກອງປະຊຸມໃນຄັ້ງນີ້ຮ່ວມກັບ ທ່ານ ນາງ ເຄ່ລີ້ ຄຳພູໄຊ ຈາກອົງການບັນເທົາທຸກກາໂຕລິກ ທີ່ເຂົ້າຮ່ວມກອງປະຊຸມສາມັນປະຈຳປີ ໃນນາມປະທານຄະນະບໍລິຫານງານ SUN CSA ເປັນປີສຸດທ້າຍ.
ຂໍຂອບໃຈສຳລັບການອັບເດດວຽກງານຈາກທຸທ່ານ ຊຶ່ງປະກອບມີ ທ່ານ ທອງຈັນ ບຸບຜາວົງ ຈາກ armi.la; ທ່ານ ນາງ ປານຕາວັນ ແກ້ວບໍລິດ ຈາກ SNV; ທ່ານ ນາງ ມະນີວັນ ສຸ້ຍຍະວົງ ຈາກ Gender Development Association (GDA) ແລະ ທ່ານ ນາງ ທິດພະໄທ ວໍລະລາດ ຈາກ APLPlusLaos
ຂໍຂອບໃຈມາຍັງບັນດາແຂກທີ່ຖືກເຊີນທຸກທ່ານ ຊຶ່ງປະກອບມີ ທ່ານ ໄມໂຄ ວົງໄຊ ຈາກ ສູນໂພຊະນາການແຫ່ງຊາດລາວ, ທ່ານ ນາງ Assunta Testa ຈາກ European Union in Laos, ທ່ານ Michael Ronning, ຜູ້ຕາງໜ້າປະຈຳລາວຈາກ USAID – US Agency for International Development ແລະ ທ່ານ Prosper Dakurah ຈາກ UNICEF Laos ສຳລັບການອັບເດດວຽກງານຂອງທ່ານ.
ພວກເຮົາມີຄວາມຕື່ນເຕັ້ນເປັນທີ່ສຸດ ສຳລັບການເລືອກຕັ້ງຄະນະບໍລິຫານງານໃໝ່ 5 ທ່ານ ແລະ ອີກ 2 ທ່ານ ທີ່ໄດ້ຮັບການເລືອກຕັ້ງຄືນອີກໜຶ່ງວາລະ. ນັ້ນໝາຍຄວາມວ່າ ປັດຈຸບັນພວກເຮົາມີຄະນະບໍລິຫານງານທັງໝົດ 10 ທ່ານ ທີ່ຈະມານຳພາວຽກຂອງຄະນະໂພຊະນການຂອງພວກເຮົາ; ຊຶ່ງປະກອບມີ: ທ່ານ ນາງ ເຄ່ລີ້ ຄຳພູໄຊ (CRS), ທ່ານພັນທະມິດ ແສງປັນຍາ (APL+), ທ່ານ ນາງ ບົວລະພັນ ອິນທະໄຊ (SNV), ທ່ານ ຈັນທາ ອວທະວົງສີ (CASE), ທ່ານ ນາງ ຈັນທະລັງສີ ສີສຸວັນ (RDA), ທ່ານ ທອງຈັນ ບຸບຜາວົງ (ARMI), ທ່ານ ນາງ ສຸດທິສຸກ (PFHA), ທ່ານ Micah Olad (WVI), ທ່ານ Anthony Glanville (CARE), ທ່ານ ນາງ ອຳມະລິນ ວົງສິດທິ (SCI).
ພວກເຮົາຫວັງວ່າຈະໄດ້ມີປີໃໝ່ທີ່ໜ້າຕື່ນເຕັ້ນ ທີ່ພວກເຮົາຈະໄດ້ກິນອາຫານລາວເພື່ອສຸຂະພາບ ແລະ ແຊບ ແລະ ໄດ້ປັບປຸງໂພຊະນາການໃນທົ່ວປະເທດ!!