- Home
- >
- AHAN
AHAN
ນຳສະເໜີກ່ຽວກັບໂຄງການຮ່ວມມືປັບປຸງດ້ານໂພຊະນາການ AHAN
ໂຄງການດ້ານການສົ່ງເສີມໂພຊະນາການແບບປະສົມປະສານ ທີ່ໄດ້ຮັບທຶນຈາກສະຫະພາບເອີຣົບ ແລະ ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕຣາລີ (DFAT) ເພື່ອສ້າງເງື່ອນໄຂການສະໜັບສະໜູນດ້ານການປັບປຸງໂພຊະນາການໃນລະດັບຄົວເຮືອນ (HH), ໂດຍມີເປົ້າໝາຍສະໜັບສະໜູນແມ່ຍິງໃນໄວຈະເລີນພັນ ແລະ ເດັກອາຍຸຕ່ຳກວ່າ 5 ປີ, ເຊິ່ງໄດ້ຈັດຕັ້ງປະຕິບັດໃນ 12 ເມືອງ ຢູ່ທີ່ອັດຕະປື, ສາລະວັນ ແລະ ສະຫວັນນະເຂດ.
ໂຄງການໄດ້ນຳໃຊ້ຄວາມສາມາດສະເພາະດ້ານວິຊາການ ແລະ ຈຸດແຂງດ້ານອົງກອນຂອງຄູ່ຮ່ວມຈັດຕັ້ງປະຕິບັດຂອງໂຄງການ ເພື່ອເຮັດວຽກປະສົມປະສານຫຼາຍຂະແໜງການ ຄຽງຄູ່ການເຮັດວຽກເປັນໜຶ່ງດຽວກັບຄູ່ຮ່ວມງານພາກລັດ, ປະກອບສ່ວນໃສ່ ຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນດຳເນີນງານ (2016-2020 ແລະ 2021-2025). ໂຄງການດັ່ງກ່າວກວມເອົາໄລຍະເດືອນຕຸລາ 2017 ຫາເດືອນກັນຍາ 2022 (60 ເດືອນ) ສໍາລັບພາກສ່ວນທີ່ສະຫະພາບເອີຣົບໄດ້ໃຫ້ທຶນ ແລະ ອີກ 9 ເດືອນສໍາລັບແຂວງສາລະວັນ ໂດຍໄດ້ຮັບການສະໜັບສະໜູນຈາກ DFAT.
AHAN ຖືກຈັດຕັ້ງປະຕິບັດໂດຍສີ່ຄູ່ຮ່ວມງານ: Agronomes et Vétérinaires Sans Frontières (AVSF), ສະຖາບັນເບີເນັດ, ສະມາຄົມການພັດທະນາຊຸມຊົນສີຂຽວ (GCDA), ແລະ ອົງການສຸພະນິມິດ ເປັນຜູ້ນໍາພາຈັດຕັ້ງປະຕິບັດ.
ໂຄງການ AHAN ມີຈຸດປະສົງເພື່ອສ້າງເງື່ອນໄຂສະຫນັບສະຫນູນເພື່ອການປັບປຸງໂພຊະນາການໃນຄົວເຮືອນ (HH) ໂດຍຜ່ານ 5 ຈຸດປະສົງ ຫຼື ຜົນໄດ້ຮັບສະເພາະ ຄື:
ຈຸດປະສົງທີ 1: ການເຂົ້າເຖິງ ແລະ ການມີອາຫານທີ່ພຽງພໍ ແລະ/ຫຼື ຫຼາກຫຼາຍຕະຫຼອດປີໄດ້ຮັບການປັບປຸງດີຂຶ້ນ;
ຈຸດປະສົງທີ 2: ການກິນອາຫານ ແລະ ການດູແລແມ່ຍິງໄວຈະເລີນພັນ (15-45 ປີ) ແລະ ເດັກນ້ອຍອາຍຸຕ່ຳກວ່າ 5 ປີໄດ້ຮັບການປັບປຸງດີຂຶ້ນ;
ຈຸດປະສົງທີ 3: ອັດຕາການເກີດພະຍາດ/ການເຈັບເປັນ ທີ່ມີສາເຫດມາຈາກນ້ຳ ເຊິ່ງມີຜົນກະທົບຕໍ່ການຂາດສານອາຫານ ໄດ້ຖືກຫຼຸດຜ່ອນລົງເທື່ອລະກ້າວ;
ຈຸດປະສົງທີ 4: ບົດບາດຍິງ-ຊາຍຢູ່ໃນລະດັບຄົວເຮືອນ ໂດຍສະເພາະມີສ່ວນຮ່ວມໃນການຕັດສີນບັນຫາໃນຄອບຄົວ ເພື່ອປັບປຸງໂພຊະນາການ ໄດ້ຮັບການປັບປຸງດີຂຶ້ນ.
ຈຸດປະສົງທີ 5: ການປະສານງານຫຼາຍຂະແໜງການທີ່ກ່ຽວຂ້ອງ ແລະ ສະໜັບສະໜູນວຽກງານດ້ານໂພຊະນາການມີຄວາມເຂັ້ມແຂງ.
ສີ່ຄູ່ຮ່ວມງານຂອງ AHAN ຍິນດີຢ່າງສູງໃຫ້ມີການນໍາໃຊ້ເຄື່ອງມື ແລະ ອຸປະກອນຕ່າງໆທີ່ຖືກພັດທະນາພາຍໃຕ້ AHAN ໃນໂຄງການອື່ນໆ ແລະ ໂດຍອົງການຈັດຕັ້ງອື່ນໆ. ຢ່າງໃດກໍຕາມ, ກ່ອນທີ່ຈະຜະລິດ ແລະ ພິມຄືນໃໝ່, ກະລຸນາເອົາໂລໂກ້ຂອງ EU ແລະ AHAN ອື່ນໆອອກ ແລະ ໃຫ້ລະບຸຂໍ້ຄວາມດັ່ງຕໍ່ໄປນີ້: “… ນີ້ໄດ້ຖືກພັດທະນາພາຍໃຕ້ໂຄງການ AHAN (2017-2022) ສະຫນັບສະຫນູນໂດຍສະຫະພາບເອີຣົບ”. ທ່ານສາມາດປັບເນື້ອຫາໃຫ້ເຂົ້າກັບສະພາບການທ້ອງຖິ່ນຂອງທ່ານ.
ຫາກມີຄໍາຖາມ, ຄໍາຄິດເຫັນ ແລະ ຕ້ອງການຂໍ້ມູນເພີ່ມຕື່ມກ່ຽວກັບກິດຈະກຳອື່ນໆ, ກະລຸນາຕິດຕໍ່: laos@worldvision.org
ຂໍ້ມູນທີ່ມີທັງໝົດ
ບົດວິໄຈ
ຟາຍວີດີໂອ
ໂຄງການຮ່ວມມືປັບປຸງໂພຊະນາການ ໂດຍເລັ່ງໃສ່ການຜະລິດກະສິກໍາ ເພື່ອໂພຊະນາການ ແລະ ສຸຂະພາບທີ່ດີ (AHAN) – ກິດຈະກຳ ນ້ຳສະອາດ ແລະ ສຸຂາພິບານ ແລະ ວຽກງານການຕອບໂຕ້ພະຍາດລະບາດໂຄວິດ-19
- ອົງການສຸພານິມິດລາວ
- ເດືອນພະຈິກ 23, 2022
ໂຄງການຮ່ວມມືປັບປຸງໂພຊະນາການ ໂດຍເລັ່ງໃສ່ການຜະລິດກະສິກໍາ ເພື່ອໂພຊະນາການ ແລະ ສຸຂະພາບທີ່ດີ (AHAN) – ກິດຈະກຳດ້ານ ຊີວິດການເປັນຢູ່ ແລະ ບົດບາດຍິງ-ຊາຍ
- ອົງການສຸພານິມິດລາວ
- ເດືອນພະຈິກ 23, 2022
ໂຄງການຮ່ວມມືປັບປຸງໂພຊະນາການ ໂດຍເລັ່ງໃສ່ການຜະລິດກະສິກໍາ ເພື່ອໂພຊະນາການ ແລະ ສຸຂະພາບທີ່ດີ (AHAN) – ກິດຈະກຳດ້ານສາທາ ແລະ ໂພຊະນາການ
- ອົງການສຸພານິມິດລາວ
- ເດືອນພະຈິກ 23, 2022
ການປັບປຸງໂພຊະນາການຂອງເດັກນ້ອຍ ແລະ ຄອບຄົວທີ່ມີຄວາມສ່ຽງໃນລາວ
- ອົງການສຸພານິມິດລາວ
- ເດືອນພະຈິກ 23, 2022