ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ແຜນທີ່ສະມາຊິກ

ແຜນທີ່ສະມາຊິກ

SUN CSA ລາວ ມີສະມາຊິກຫຼາຍກວ່າ 70 ອົງກອນ, ລວມທັງທີ່ເປັນສະມາຄົມບໍ່ຫວັງຜົນກຳໄລ, ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ, ວິສາຫະກິດທາງສັງຄົມ ແລະ ໜ່ວຍງານເພື່ອການປະສານງານ.

ສະມາຊິກທັງໝົດແມ່ນເຮັດວຽກຮ່ວມກັບລັດຖະບານ ແຫ່ງ ສປປ ລາວ ເພື່ອປັບປຸງສະຸະນະດ້ານໂພຊະນາການຂອງຊຸຸມຊົນໃນທົ່ວປະເທດ. ບັນດາສະມາຊິກແມ່ນເຮັດວຽກໃນຫຼາຍຂົງເຂດທີ່ແຕກຕ່າງກັນເຊັ່ນ: ສາທາ, ກະສິກຳ, ການສຶກສາ ແລະ ເສດຖະກິດ, ເຫຼົ່ານີ້ເປັນຕົ້ນ. ບັນດາສະມາຊິກຍັງເຮັດວຽກຢູ່ຫຼາຍແຂວງ ແລະ ຫຼາຍເມືອງໃນ ສປປ ລາວ.

ນຳໃຊ້ແຜນທີ່ເພື່ອຄົ້ນຫາຂໍ້ມູນກ່ຽວກັບພື້ນທີ່ໃນການເຮັດວຽກຂອງແຕ່ລະອົງກອນ ແລະ ໂຄງການຂອງພວກເຂົາ.

ເນື່ອງຈາກຂໍ້ມູນການຕິດຕໍ່ຂອງຜູ້ທີຮັບຜິດຊອບແມ່ນມີການປ່ຽນແປງຢູ່ຕະຫຼອດ, ຖ້າທ່ານຕ້ອງການຮູ້ຂໍ້ມູນການຕິດຕໍ່ຂອງສະມາຊິກ ແລະ ຈຸດປະສານງານດ້ານວຽກງານໂພຊະນາການ, ກະລຸນາຕິດຕໍ່ຫາກອງເລຂາ SUN CSA – ຊຶ່ງລາຍລະອຽດແມ່ນຢູ່ໃນ ໜ້າການຕິດຕໍ່. ທ່ານຍັງສາມາດຄົ້ນຫາຂໍ້ມູນການຕິດຕໍ່ຂອງອົງກອນທີ່ເປັນ INGOs ໄດ້ທີ່ INGO Directory ແລະ ສຳລັບ NPAs ແມ່ນທີ່ ເວັບໄຊທ໌ຂອງອົງການຈັດຕັ້ງທາງສັງຄົມ. ຂໍ້ມູນການຕິດຕໍ່ເຫຼົ່ານີ້ອາດບໍ່ແມ່ນຂໍ້ມູນຂອງຈຸດປະສານງານດ້ານວຽກງານໂພຊະນາການໂດຍສະເພາະ.

ສະມາຊິກແມ່ນເຮັດວຽກໃນລະດັບຊາດ, ແຂວງ ແລະ ເມືອງ

ແຜນທີ່ນີ້ສະແດງໃຫ້ເຫັນວ່າສະມາຊິກມີການຈັດຕັ້ງປະຕິບັດກິດຈະກຳຢູ່ຫຼາຍພື້ນທີ່ໃນ ສປປ ລາວ. ຄລິກໃສ່ແຂວງເພື່ອເບິ່ງວ່າມີໂຄງການທີ່ຈັດຕັ້ງປະຕິບັດຢູແຕ່ລະເມືອງ. ປ່ຽນເປັນລະດັບຊາດ, ຢູ່ມຸມຂວາດ້ານເທິງ, ເພື່ອເບິ່ງສະມາຊິກທີ່ເຮັດວຽກໃນລະດັບຊາດ.

ອົງການສຸພານີມິດລາວ

ອົງການບັນເທົາທຸກການໂຕລິກ

ອົງການເຮວວິຕັດ ສະວິສ ເພື່ອການຮ່ວມມືສາກົນ

ອົງການເພື່ອສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກ

ອົງການມະນຸດສະທຳເພື່ອຄົນສູ່ຄົນ

ອົງການແພລນສາກົນປະຈໍາສປປລາວ

ອົງການພັດທະນາຂອງປະເທດເນເທີແລນ (SNV) ປະຈຳ ສປປ ລາວ

ອົງການ ອາດຣາລາວ

ອົງການແຄຣ໌ ສາກົນ ປະຈຳ ສປປ ລາວ

ອົງການແຄຣິຕັສ ລຸກຊຳບວກ ປະຈຳລາວ

ອົງການຊາຍຟັນປະຈຳ ສປປລາວ

ອົງການຂອດ

ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ

ອົງການ ເອັມຊີເອັນວີ ປະຈຳລາວ

ອົງການສາກົນບໍລິການປະຊາຊົນ ປະຈຳລາວ

ອົງການກາແດງສະວິດສ໌

ອົງການ ເກັຣດ ປະຈຳ ສ ປປ ລາວ

ອົງການຊ່ວຍເຫຼືອເດັກສາກົນ ປະຈຳລາວ

ອົງການຮ່ວມມືກັບປະເທດລາວ

ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ JSI

ເຄືອຂ່າຍອົງການຈັດຕັ້ງສາກົນ

ຫ້ອງການປະສານງານອົງການຈັດຕັ້ງທາງສັງຄົມລາວ

ເຄຶອຂ່າຍກ່ຽວກັບທີ່ດີນ

ອົງການທີ່ປຶກສາພັດທະນາກະສິກຳ ແລະ ປ່າໄມ້ 

ສູນພັດທະນາຊົນນະບົດ

ສູນຝຶກອົບຮົມ ແລະ ໃຫ້ຄຳປຶກສາການພັດທະນາຊຸມຊົນ

ສະຖາບັນ Burnet

ະມາຄົມພັດທະນາຊຸມຊົນບ້ານເຮົາ 

ສູນພັດທະນາການຮຽນຮູ້ແບບມີສ່ວນຮ່ວມ

ະມາຄົມຮ່ວມມືເພື່ອການພັດທະນາ ແລະ ສົ່ງເສີມພູມປັນຍາທ້ອງຖິ່ນ

ສງສະຫວ່າງ

ະມາຄົມຄຸ້ມຄອງຖິ່ນກຳເນິດເຂົ້າໄກ່ນ້ອຍ ແຂວງຊຽງຂວາງ

ະມາຄົມອາສາຮ່ວມພັດທະນາແບບຍືນຍົງ

ະມາຄົມພັດທະນາກະສິກຳ ແລະ ຊ່ວຍເຫລືອສັງຄົມ

ສະມາຄົມ ພັດທະນາຊຸມຊົນໃນເຂດຊົນນະບົດ ແຂວງ ຈໍາປາສັກ

ສະມາຄົມຊ່ວຍເຫຼືອເຊິ່ງກັນ ແລະ ກັນ 

ສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ

ສະມາຄົມເຄືອຂ່າຍຜູ້ຕິດເຊື້ອພະຍາດເອດ 

ສະມາຄົມເພື່ອການສະໜັບສະໜຸນ ແລະ ປັບປຸງຊົນນະບົດ

ະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ

ສະມາຄົມພັດທະນາຊຸມຊົນ

ສາມາຄົມຂອງສະມາຄົມ ພັດທະນາເດັກ ແລະ ໄວໜຸ່ມດ້ອຍໂອກາດ 

ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ ສາຂາ ແຂວງຊຽງຂວາງ

ະມາຄົມພັດທະນາບົດບາດຍິງ-ຊາຍ

ະມາຄົມພັດທະນາຊຸມຊົນເມືອງໂຂງ

ະມາຄົມຄົນພິການແຫ່ງຊາດ

ສະມາຄົມແມ່ຍິງຮ່ວມໃຈພັດທະນາ 

ສະມາຄົມຊ່ວຍເຫຼືອ ແລະ ຟື້ນຟູຄຸນະພາບຊີວິດ

ສະມາຄົມ ພັດທະນາຊົນນະບົດ ແລະ ສົ່ງເສີມກະສິກຳແບບຍືນຍົງ

ສະມາຄົມຮ່ວມໃຈພັດທະນາ ແຂວງຫລວງພະບາງ

ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ

ສະມາຄົມສົ່ງເສີມຄວາມຮູ້ເພື່ອການພັດທະນາຊຸມຊົນແບບມີສ່ວນຮ່ວມ

ສະມາຄົມ ສົ່ງເສີມສຸຂະພາບຄອບຄົວ

ສະມາຄົມເພື່ອນຜ່າຕັດແກ້

ສະມາຄົມສົ່ງເສີມພັດທະນາຊຸມຊົນ ແລະ ອະນຸລັກສີ່ງແວດລ້ອມ

ສະມາຄົມຊ່ວຍເຫຼືອເດັກນ້ອຍພິການ

ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ

ສະມາຄົມພັດທະນາຊຸມຊົນ ແລະ ສິ່ງແວດລ້ອມ

ສະມາຄົມພັດທະນາ ແລະ ການສຶກສາປະຊາກອນ

ສະມາຄົມສົ່ງເສີມທັກສະຊີວິດເດັກນ້ອຍແລະໄວໜຸ່ມ 

ສະມາຄົມສີຂຽວ

ສະມາຄົມພັດທະນາທັກສະຊີວິດ

ສະມາຄົມສົ່ງເສີມການຮຽນຮູ້ເພື່ອການພັດທະນາ 

ສະມາຄົມຝຶກອົບຮົມ ແລະ ພັດທະນາຊຸມຊົນ

ສູນການສຶກສານອກໂຮງຮຽນ ພາກໃຕ້

ຮງໝໍເພື່ອນລາວ

ຕ້ອງການເປັນສະມາຊິກ

ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການຂອງລາວ ຫຼື SUN CSA ລາວ ແມ່ນເປີດຮັບສະມາຊິກໃໝ່ສະເໝີ. ບັນດາອົງກອນທີ່ເປັນສະມາຊິກຂອງພວກເຮົາ ແມ່ນເຮັດວຽກກ່ຽວກັບຫຼາຍຂົງເຂດວຽກງານຢູ່ໃນປະເທດລາວເຊັ່ນ: ກະສິກຳ, ສຸຂະພາບ, ການສຶກສາ, ນ້ໍາສະອາດ, ສຸຂາພິບານ ແລະ ອະນາໄມ (WASH), ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ອື່ນໆອີກຫຼາຍຂົງເຂດ. ສິ່ງທີ່ພວກເຮົາທັງໝົດມີຄືກັນແມ່ນຄວາມປາຖະໜາທີ່ຈະປັບປຸງວຽກງານໂພຊະນາການພາຍໃນຂົງເຂດວຽກງານເຫຼົ່ານີ້.

ສະມາຊິກຂອງ SUN CSA ລາວ. ສະມາຊິກສົມບູນ, ຊຶ່ງແມ່ນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ທີ່ມີຄວາມປະສົງປັບປຸງວຽກງານໂພຊະນາການໃນ ສປປ ລາວ. ບັນດາສະມາຊິກເຫຼົ່ານັ້ນສາມາດເປັນອົງການຈັດຕັ້ງສາກົນ ຫຼື ຫຼື ລະດັບຊາດ. ເບິ່ງເງື່ອນໄຂຢູ່ດ້ານລຸ່ມ. ສະມາຊິກແບບມີສ່ວນຮ່ວມແມ່ນບັນດາອົງການຈັດຕັ້ງທີ່ບໍ່ໄດ້ລົງທະບຽນໃນ ສປປ ລາວ ຫຼື ເປັນບຸກຄົນທີ່ບໍ່ໄດ້ເຂົ້າຮ່ວມແບບເຕັມເວລາກັບອົງກອນໃດໜຶ່ງ ແຕ່ເຮັດວຽກເພື່ອປັບປຸງໂພຊະນາການ.

ຖ້າທ່ານມີຄຳຖາມໃດກໍ່ຕາມກ່ຽວກັບການເປັນສະມາຊິກ ຫຼື ມີຄວາມປະສົງລົງທະບຽນເພື່ອເປັນສະມາຊິກ, ກະລຸນາຕິດຕໍ່ SUN CSA ລາວ ຜ່ານທາງອີເມລ໌.

ກ. ສະມາຊິກສົມບູນ

ການເປັນສະມາຊິກສົມບູນ ຊ່ວຍໃຫ້ອົງກອນສາມາດມີສ່ວນຮ່ວມຢ່າງເຕັມທີ່ໃນກິດຈະກຳ ແລະ ເຫດການຕ່າງໆຂອງ SUN CSA, ລວມທັງການລົງຄະແນນສຽງໃນກອງປະຊຸມສາມັນປະຈຳປີຂອງ SUN CSA ແລະ ການສະ  ເໜີຊື່ຜູ້ສະໝັກເພື່ອເຂົ້້າຮ່ວມໃນຄະນະບໍລິຫານງານ.

ອົງກອນຂອງທ່ານຈະຕ້ອງມີຢ່າງໜ້ອຍ 1 ຂໍ້ຂອງເງື່ອນໄຂດ້ານລຸ່ມນີ້:

  • ມີສ່ວນຮ່ວມໃນການພັດທະນາປະເທດລາວ ແລະ;
  • ເປັນອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ, ອົງການກາແດງ ຫຼື ອົງການຈັດຕັ້ງອື່ນໆທີ່ດຳເນີນງານຕາມຈຸດມຸ່ງໝາຍຂອງ SUN CSA, ທີ່ຈົດທະບຽນຢູ່ໃນປະເທດຂອງເຂົາເຈົ້າ.
  • ເປັນສະມາຄົມບໍ່ຫວັງຜົນກຳໄລ (NPA) ຫຼື ກິດຈະການເພື່ອສັງຄົມທີ່ດຳເນີນການໃນ ສປປ ລາວ.
  • ຈັດຕັ້ງປະຕິບັດໂຄງການ ຫຼື ໃຫ້ທຶນແກ່ໂຄງການ, ບົດຄົ້ນຄວ້າ ຫຼື ກິດຈະກຳການພັດທະນາອື່ນໆໃນ ສປປ ລາວ.
  • ໃຫ້ຄວາມຊ່ວຍເຫຼືອດ້ານມະນຸດສະທຳ ຫຼື ການພັດທະນາ ໃນລັກສະນະທີ່ບໍ່ເລືອປະຕິບັດ..
  • ບໍ່ແມ່ນອົງການຈັດຕັ້ງທີ່ຂຶ້ນກັບລັດຖະບານ.
  • ບໍ່ເຂົ້້າຮ່ວມໃນກິດຈະກຳທີ່ຂັດແຍ້ງກັບຈຸດມຸ່ງໝາຍຂອງ SUN CSA (ເຊັ່ນ: ສະໜັບສະໜູນຫຼັກການສາກົນຂອງການຕະຫຼາດຜະລິດຕະພັນທົດແທນນົມແມ່).

ຂ. ສະມາຊິກແບບມີສ່ວນຮ່ວມ

ການເປັນສະມາຊິກແບບມີສ່ວນຮ່ວມແມ່ນສຳລັບອົງກອນ ຫຼື ບຸກຄົນທີ່ບໍ່ມີເງື່ອນໄຂໃນການເປັນສະມາຊິກສົມບູນ ແຕ່ມີບົດບາດໃນການເຄື່ອນໄຫວວຽກງານທີ່ກ່ຽວຂ້ອງກັບໂພຊະນາການ. ສະມາຊິກແບບມສ່ວນຮ່ວມຈະສາມາດມີສ່ວນຮ່ວມໃນກິດຈະກຳ ແລະ ເຫດການຕ່າງໆຂອງ SUN CSA ໄດ້, ແຕ່ບໍ່ສາມາດລົງຄະແນນສຽງໃນກອງະຊຸມສາມັນປະຈຳປີ ຫຼື ເຂົ້້າຮ່ວມໃນຄະນະບໍລິຫານງານໄດ້.

ອົງກອນຂອງທ່ານຈະຕ້ອງມີຢ່າງໜ້ອຍ 1 ຂໍ້ຂອງເງື່ອນໄຂດ້ານລຸ່ມນີ້:

  • ເປັນອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານທີ່ຢູໃນຂັ້ນຕອນການຈົດທະບຽນ ແລະ ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວວຽກງານໃນ ສປປ ລາວ.
  • ເປັນທີ່ປຶກສາອິດສະຫຼະ ຫຼື ຜູ້ຊ່ຽວຊານດ້ານວິຊາການທີ່ສະໜັບສະໜູນກິດຈະກຳທີ່່ກ່ຽວຂ້ອງກັບໂພຊະນາການ ແລະ ຈຸດປະສົງຂອງ SUN CSA.
  • ບໍ່ແມ່ນອົງການຈັດຕັ້ງ ຫຼື ພະນັກງານຂອງລັດຖະບານ.