ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

Highlight

ຂໍຂອບໃຈມາຍັງ ດຣ. ພູມະນີສອນ ອຸ່ນເມືອງສັກ ຈາກ Save the Children ທີ່ໄດ້ມາແລ…
Read More

ພວກເຮົາແມ່ນໃຜ

SUN CSA ລາວ ເປັນເຄືອຂ່າຍທາງການຂອງອົງການຈັດຕັ້ງທາງສັງຄົມຫຼາຍກວ່າ 70 ອົງກອນ ທີ່ສຸມໃສ່ການປັບປຸງໂພຊະນາການຂອງປະຊາຊົນລາວ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ ໃນໄລຍະ 1,000 ວັນທຳທິດຂອງຊີວິດ.  SUN CSA ລາວ ໄດ້ຮັບການສ້າງຕັງຂຶ້ນໃນປີ 2014 ເພື່ອປະສານງານ ແລະ ສະໜັບສະໜູນອົງການຈັດຕັ້ງທາງສັງຄົມ ຜ່ານການສ້າງທັກສະໃນການເຮັດວຽກງານໂພຊະນາການແບບເຊື່ອມສານ ແລະ ການຮຽນຮູ້ຈາກແນວທາງການປະຕິບັດທີ່ດີທີ່ສຸດ. ສະມາຊິກຂອງ SUN CSA ສະໜັບສະໜູນຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນປະຕິບັດງານ ເພື່ອເລັ່ງໃສ່ການລຶບລ້າງຄວາມທຸກຍາກ ແລະ ຄວາມອຶດຫິວທີ່ຢູ່ໃນລະດັບທີ່ຮ້າຍແຮງ (SDG1 & SDG2).

SUN CSA ລາວ ເປັນເຄືອຂ່າຍທີ່ຂັບເຄື່ອນໂດຍສະມາຊິກ. ສະມາຊິກທັງໝົດແມ່ນມີສ່ວນຮ່ວມຢ່າງຫ້າວຫັນ ເພື່ອສະໜັບສະໜູນເຊິ່ງກັນ ແລະ ກັນ. ງົບປະມານ ແລະ ແຫຼ່ງຂໍ້ມູນທັງໝົດແມ່ນໄດ້ຮັບການສະໜອງຈາກສະມາຊິກທີ່ເປັນອົງການຈັດຕັ້ງທາງສັງຄົມ ທັງທີ່ເປັນອົງການຈັດຕັ້ງພາຍໃນ ແລະ ສາກົນ. ການ​ແບ່ງ​ປັນ​ແຫຼ່ງຂໍ້ມູນ, ຄວາມ​ຮູ້ ແລະ ຄວາມ​ພະ​ຍາ​ຍາມ ໄດ້ຊ່ວຍເພີ່ມ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ຜົນ​ກະ​ທົບ ແລະ ຫຼຸດ​ຜ່ອນ​ການ​ຂາດໂພຊະນາການ​ໃນ​ທົ່ວ​ປະ​ເທດ.

ໃນປີ2022 ອົງກອນສະມາຊິກ SUN CSA ລາວເຮົາໄດ້ຈັດຕັ້ງປະຕິບັດ ກິດຈະກຳຮ່ວມໃນເຄືອຂ່າຍ SUN CSA ທັງໝົດ 48 ກິດຈະກຳ ເພືື່ອປັບປຸງໂພຊະນາການ, ຊຶ່ງລວມມີ ກິດຈະກຳການຮຽນຮູ້ 17 ກິດຈະ ກຳ, ກິດຈະກຳປະສານງານ 14 ກິດຈະກຳ ແລະ ກິດຈະກຳກ່ຽວກັບວຽກງານສະໜັບສະໜູນ 17 ກິດຈະກຳ. ຫົວຂໍ້ ການລົນນະລົງ ແລະ ການສະໜັບສະໜູນປະກອບດ້ວຍ ການບໍ່ຄ້ຳປະກັນດ້ານສະບຽງອາຫານ, ການລ້ຽງລູກດ້ວຍນ້ຳນົມແມ່, ກະສິກໍາເພືື່ອໂພຊະນາການ ແລະ ການປ້ອງກັນໂຄວິດ.

ພວກເຮົາໄດ້ແລກປ່ຽນຄວາມຮູ້ດ້ານໂພຊະນາການໃນທົົ່ວປະເທດ ໄດ້ຫຼາຍກວ່າທີ່ຜ່ານມາ. ເວັບໄຊທ໌ຂອງພວກເຮົາ ມີຄົນເຂົົ້າຢ້ຽມຊົມເຖິງ 10,000 ຄັ້ງ ແລະ ມີຂໍ້ມູນໂພຊະນາການໃໝ່ຫຼາຍກວ່າ 550 ລາຍການ ຢູ່ໃນຫໍສະໝຸດວຽກງານໂພຊະນາການລາວຂອງພວກເຮົາ, ຊຶ່ງລວມມີເອກະສານໃໝ່ 88 ລາຍການ ແລະ ວີດີໂອໃໝ່ 80 ລາຍການ. ໄດ້ມີຜູ້ຄົນໃນປະເທດລາວຫຼາຍກວ່າ 620,000 ຄົນ ເຂົົ້າເຖິງ 160 ໂພສ໌ ຢູູ່ ໜ້າເຟສ໌ບຸກຂອງພວກ ເຮົາ, ຊຶ່ງປະກອບມີການລົນນະລົງດ້ານໂພຊະນາການ, ການອັບເດດກິດຈະກໍາ, ວີດີໂອ ແລະ ຂໍ້ມູນຂ່າວສານອືື່ນໆ.

SUN CSA ລາວ ໄດ້ສ້າງຕັ້ງກອງເລຂາຂຶ້ນເພື່ອຊ່ວຍປະສານງານກ່ຽວກັບຂໍ້ມູນ ແລະ ບັນດາກິດຈະກຳທີ່ສຳຄັນສຳລັບສະມາຊິກ. ນັບຕັ້ງແຕ່ເດືອນ ກໍລະກົດ 2020, ກອງເລຂາປະກອບມີ ຜູ້ຈັດການ, ພະນັກງານສື່ສານ ແລະ ພະນັກງານວຽກກອງເລຂາ ແລະ ທີ່ປຶກສາ (part-time), ມີຫ້ອງການຕັ້ງຢູ່ອົງການແພລນສາກົນປະຈຳລາວ, ທີ່ນະຄອນຫຼວງວຽງຈັນ

SUN CSA ລາວ ຂໍຂອບໃຈມາຍັງອົງການແພລນສາກົນ ປະຈຳ ສປປ ລາວ ທີ່ໃຫ້ການສະໜັບສະໜູນກອງເລຂາ SUN CSA ນັບແຕ່ປີ 2017-2024, ເຊິ່ງລວມມີ ງົບປະມານສຳລັບພະນັກງານກອງເລຂາ ແລະ ຫ້ອງການສຳລັບກອງເລຂາຕະຫຼອດເຖິງກິດຈະກຳຕ່າງໆຂອງ SUN CSA, ເປັນຕົ້ນແມ່ນກິດຈະກຳການລົງນະລົງບົດຄົ້ນຄວ້າແລະ ອຸປະກອນ IEC ຕ່າງໆ.

 

ຄະນະບໍລິຫານງານ SUN CSA ລາວ

SUN CSA ລາວໄດ້ຮັບການບໍລິຫານງານໂດຍ ຄະນະທີ່ມາຈາກອົງກອນສະມາຊິກຂອງ SUN CSA ບໍລິຫານທີ່ອາສາສະໝັກເຂົ້າມາປະຕິບັດໜ້າທີ່ນີ້. ລຸ່ມນີ້ແມ່ນລາຍຊື່ຂອງຄະນະບໍລິຫານງານ SUN CSA ທີ່ກຳລັງປະຕິບັດໜ້າທີ່ ແລະ ສິ້ນສຸດໜ້າທີ່ແລ້ວ.