ກອງປະຊຸມເຜີຍແຜ່ຜົນການສຶກສາ ແລະ ວາງແຜນກິດຈະກຳສະໜັບສະໜູນ ວຽກງານບໍ່ຄໍ້າປະກັນດ້ານສະບຽງອາຫານຂອງ SUN CSA ຄັ້ງວັນທີ 10 ພຶດສະພາ 2023
- ADWLE, CARE, CRS, DCYA, European Union in Laos, PFHA, Plan International, PSI, Rural Development Agency, SNV_ENUFF, SOS School, SUN CSA Secretariat, SUN CSA Team, ອົງການສຸພານິມິດລາວ
ຂໍສະແດງຄວາມຍິນດີ ແລະ ຂອບໃຈທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມເຜີຍແຜ່ ຜົນການສຶກສາຂອງ SUN CSA ກ່ຽວກັບການບໍ່ຄໍ້າປະກັນດ້ານສະບຽງອາຫານ! ຜູ້ເຂົ້າຮ່ວມທັງໝົດມີເກືອບ 50 ທ່ານ ທັງແບບຊ່ອງໜ້າ ແລະ ອອນໄລນ໌ ຈາກ ອົງການທີ່ບໍ່ຂຶ້ນກັບລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ສປຊ, ຜູ້ໃຫ້ທຶນ ແລະ ພາກລັດ ໂດຍໄດ້ປຶກສາຫາລືກ່ຽວກັບຜົນການສຶກສາ, ແລກປ່ຽນບົດຮຽນ ແລະ ປະສົບການໃນການຈັດຕັ້ງປະຕິບັດໂຄງການຄ້ຳປະກັນສະບຽງອາຫານ.
ການຝຶກອົບຮົມວຽກການຕິດຕາມ ແລະ ປະເມີນສຳລັບຕົວຊີ້ວັດວຽກງານໂພຊະນາການ ຄັ້ງວັນທີ 30 ມີນາ 2023
- ADRA Laos, ADSA, ADWLE, APL+, ARMI, CARE, Caritas Luxemburg, CASE, DCYA, KMA, MHP, PFHA, Plan International, Rural Development Agency, SAEDA, SUN CSA Secretariat, SUN CSA Team, ອົງການສຸພານິມິດລາວ
ສະມາຊິກ SUN CSA ໄດ້ເຂົ້າຮ່ວມໃນການຝຶກອົບຮົມການຕິດຕາມ ແລະ ການປະເມີນຜົນຕົວຊີ້ວັດວຽກງານໂພຊະນາການໃນວັນພະຫັດທີ 30 ມີນາ 2023 ໂດຍມີຜູ້ເຂົ້າຮ່ວມແບບຊ່ອງໜ້າ ແລະ ອອນໄລນ໌ອີກທັງໝົດ 52 ທ່ານເຂົ້າຮ່ວມໂດຍມາຈາກອົງການຈັດຕັ້ງທາງສັງຄົມ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານ (INGO) ບາງພາກສ່ວນ, ເຊິ່ງການຝຶກອົບຮົມຄັ້ງນີ້ແມ່ນນໍາພາໂດຍ ທ່ານ ອະໂນໄລ ວົງສຸທິ ຈາກອົງການ ພັດທະນາຂອງ ປະເທດເນເທີແລນ ປະຈຳລາວ.
ກອງປະຊູມສາມັນປະຈຳປີ SUN CSA 2023
- ADRA Laos, ADSA, ADWLE, APL+, ARMI, CARE, Caritas Luxemburg, CASE, ChildFund Laos, CoDA, CRS, DCYA, European Union in Laos, GDA, Helvetas, KMA, MHP, PAKA, PDDA, PFHA, Plan International, Rural Development Agency, SAEDA, SAMDA, Save the Children, SNV_ENUFF, SUN CSA Secretariat, SUN CSA Team, UNICEF, USAID, ກະຊວງສາທາລະນະສຸກ, ອົງການສຸພານິມິດລາວ



























































































































