ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

Highlight

ຂໍຂອບໃຈມາຍັງ ດຣ. ພູມະນີສອນ ອຸ່ນເມືອງສັກ ຈາກ Save the Children ທີ່ໄດ້ມາແລ…
Read More

ຈຸດປະສົງຂອງພວກເຮົາ

ສະມາຊິກທັງໝົດຂອງ SUN CSA ລາວ ເຮັດວຽກຮ່ວມກັນເພື່ອສຸມໃສ່ຄວາມພະຍາຍາມເພື່ອບັນລຸເປົ້າໝາຍທີ່ຍິ່ງໃຫຍ່ຮ່ວມກັນ ຫຼາຍກວ່າການເຮັດວຽກແບບພໍໃຜພໍລາວ. ຈຸດປະສົງລວມຂອງພວກເຮົາແມ່ນສຸມໃສ່:

  1. ການປະສານງານເພື່ອໃຫ້ວຽກງານໂພສະນາການໄດ້ຮັບການປັບປຸງ: ຮັບປະກັນໃຫ້ອົງການຈັດຕັ້ງທາງສັງຄົມໃນລາວມີຄວາມຍືນຍົງ, ທີ່ສາມາດປັບປຸງວຽກງານໂພຊະນາການທົ່ວປະເທດ, ໂດຍສອດຄ່ອງກັບບຸລິມະສິດແຫ່ງຊາດ ແລະ ຂະບວນການເຄື່ອນໄຫວເພື່ອສົ່ງເສີມໂພຊະນາການສາກົນ.
  2. ສົ່ງເສີມໂພສະນາການ: ກຳນົດບຸລິມະສິດຂອງວຽກງານຂໍການສະໜັບສະໜູນ, ລວມເຖິງບົດບາດຍິງ-ຊາຍ ແລະ ຊົນເຜົ່າ ເພື່ອການປ່ຽນແປງນະໂຍບາຍທາງບວກຂອງລັດ ແລະ ບັັນດາຄູ່ຮ່ວມພັດທະນາອື່ນໆ.
  3. ເພີ່ມຄວາມຮູ້ດ້ານໂພສະນາການ: ສະໜັບສະໜຸນການດຳເນີນໂຄງການບົນພື້ນຖານດ້ານຫຼັກຖານ ໂດຍຜ່ານການຄົ້ນຄວ້າ, ບໍລິຫານຈັດການຄວາມຮູ້ ແລະ ຊ່ອງທາງຕ່າງໆໃນການຮຽນຮູ້.
  4. ແບ່ງປັນຂໍ້ມູນກ່ຽວກັບໂພຊະນາການ: ເຊື່ອມສານຂໍ້ຄວາມດ້ານໂພຊະນາການເພື່ອສ້າງການປ່ຽນແປງທາງດ້ານພຶດຕິກຳຂອງຄົນໃນແຕ່ລະຄົວເຮືອນ, ໃນໜ່ວຍງານເອກະຊົນ ແລະ ໃນໜ່ວຍງານໂພຊະນາການຂະແໜງການອື່ນໆທີ່ບໍ່ແມ່ນແບບດັ້ງເດີມ.
  5. ສະໜັບສະໜຸນກິດຈະກຳທີ່ກ່ຽວຂ້ອງກັບວຽກງານໂພຊະນາການ: ພັດທະນາ ແລະ ສົ່ງເສີມຊັບພະຍາກອນ ແລະ ກິດຈະກຳດ້ານໂພຊະນາການບົນພື້ນຖານດ້ານຫຼັກຖານ.

ຈຸດສຸມທີ່ສຳຄັນຂອງວຽກງານຂອງພວກເຮົາແມ່ນກ່ຽວກັບ 1,000 ວັນທຳອິດຂອງຊີວິດ.

An explanation of 1,000 days of life nutritional approach