- Home
- >
- SILANNS
SILANNS
ນຳສະເໜີກ່ຽວກັບໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽການໂພຊະນາການຕາມແຜນຍຸດທະສາດແຫ່ງຊາດ SILANNS
ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພຊະນາການຕາມແຜນຍຸດທະສາດແຫ່ງຊາດເປັນໂຄງການຈັດຕັ້ງປະຕິບັດໂດຍອົງການແຄຣິຕັສ ລຸກຊໍາບວກ ແລະ ອົງການຈັດຕັ້ງສັງຄົມລາວ ໂດຍມີຄູ່ຮ່ວມງານຈາກກະຊວງສາທາລະນະສຸກຕາງໜ້າໂດຍກົມອະນາໄມ ແລະ ສົ່ງເສີມສຸຂະພາບ.
ເພື່ອເປັນການຜັນຂະຫຍາຍຈຸດປະສົງຂອງແຜນຍຸດທະສາດດ້ານໂພຊະນາການແຫ່ງຊາດກໍຄືເລັ່ງແກ້ໄຂຢ່າງຮີບດ່ວນສໍາລັບການຂາດແຄນອາຫານບໍລິໂພກ ໂດຍສຸມໃສ່ການກີນອາຫານຢ່າງພຽງພໍ ແລະ ປອດໄພ, ຫຼຸດຜ່ອນອັດຕາການຕິດພະຍາດທີ່ເກີດຈາກອາຫານທີ່ບໍ່ສະອາດ ແລະ ຕິດເຊື້ອ ທີ່ເຮັດຮ່າງກາຍບໍ່ສາມາດດູຊຶມເອົາສານອາຫານໄປລໍລ້ຽງໄດ້ຢ່າງພຽງພໍ, ຊ່ວຍແກ້ໄຂບັນຫາການຂາດສານອາຫານໃນລະດັບຄົວເຮືອນ ແລະ ຊຸມຊົນ ລວມທັງປັບປຸງດ້ານຄວາມປອດໄພ ແລະ ຄວາມຫຼາກຫຼາຍຂອງອາຫານ ແລະ ສຸຂະພາບແມ່ ແລະ ເດັກ. ນອກຈາກນີ້ ຍັງໄດ້ສົ່ງເສີມການຊົມໃຊ້ລະບົບນໍ້າສະອາດ ແລະ ສຸຂະອະນາໄມ ແລະ ສະໜອງ ຫຼື ສ້າງສະພາບແວດລ້ອມທີ່ດີຕໍ່ສຸຂະພາບ ແລະ ການເຂົ້າເຖິງການບໍລິການດ້ານສາທາລະນະສຸກ. ສະນັ້ນທາງໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽການໂພຊະນາການຕາມແຜນຍຸດທະສາດແຫ່ງຊາດ ຈຶ່ງເຫັນໄດ້ເຖິງຄວາມສໍາຄັນ ແລະ ນໍາເອົາຈຸດປະສົງຂອງແຜນຍຸດທະສາດດ້ານໂພຊະນາການແຫ່ງຊາດມາດໍາເນີນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽການໂພຊະນາການຕາມແຜນຍຸດທະສາດແຫ່ງຊາດມີຈຸດປະສົງເພື່ອສ້າງລະບົບຄຸ້ມຄອງຂໍ້ມູນດ້ານໂພຊະນາການ ແລະ ສະໜອງວັດສະດຸດ້ານໂພຊະນາການ ໃຫ້ມີຄວາມຍືນຍົງໃນ 3 ແຂວງເປົ້າໝາຍ ແລະ ເພື່ອສ້າງຂອດປະສານງານຂອງກັບບັນດາອົງການຈັດຕັ້ງທາງສັງຄົມລາວ ໃນລະດັບທ້ອງຖິ່ນຫາລະດັບສູນກາງ ເພື່ອປະຕິບັດດ້ານນະໂຍບາຍຕ່າງໆ ແລະ ຂໍການສະໜັບສະໜູນ.
ໂດຍສ່ວນຫຼາຍແລ້ວ ກຸ່ມຄົນທີ່ປະເຊີນກັບການຂາດໂພຊະນາການ ແມ່ນຢູ່ໃນເຂດພື້ນທີ່ຫ່າງໄກສອກຫຼີກ ແລະ ທຸກຍາກ ໂດຍສະເພາະແມ່ນບັນດາກຸ່ມຊົນເຜົ່າຕ່າງໆ ທີ່ໄດ້ຮັບຜົນກະທົບຈາກການຂາດໂພຊະນາການ ຢ່າງເຊັ່ນວ່າ: ການຈະເລີນເຕີບໂຕທີ່ບໍ່ເທົ່າອາຍຸ ແມ່ນມີຜົນຕໍ່ການພັດທະນາທາງດ້ານມັນສະໜອງ, ການດໍາລົງຊີວິດ ແລະ ສ່ຽງຕໍ່ກັບການເກີດພະຍາດແຊກຊ້ອນຕາມມາອີກດ້ວຍ. ນອກຈາກນີ້ ການຈະເລີນເຕີບໂຕທີ່ບໍ່ເທົ່າອາຍຸແມ່ນໄດ້ສ້າງຂໍ້ຈໍາກັດໃນຄວາມສາມາດຂອງຄົນເຮົາ ຕໍ່ໃນດ້ານຂອງການສຶກສາ ແລະ ການພັດທະນາດ້ານອາຊີບ. ສະນັ້ນ ການຫຼຸດຜ່ອນການຈະເລີນເຕີບໂຕທີ່ບໍ່ເທົ່າກັບອາຍຸເປັນໜຶ່ງໃນປັດໃຈສໍາຄັນຕໍ່ກັບການພັດທະນາເສດຖະກິດ ແລະ ສັງຄົມ.
ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກການດໍາເນີນຂອງໂຄງການໃນຄັ້ງນີ້ໄດ້ແກ່ບັນດາກຸ່ມຄອບຄົວທຸກຍາກ, ຜູ້ນຳພາກຸ່ມສົ່ງເສີມແມ່, ພະນັກງານສຸກສາລາ, ອາສາສະໝັກບ້ານ ແລະ ສະມາຄົມພາຍໃນແຂວງ ທີ່ຢູ່ໃນ 3 ແຂວງເປົ້າໝາຍນັ້ນ. ສໍາລັບກິດຈະກໍາຂອງໂຄງການແມ່ນໄດ້ໃຫ້ການສະໜັບສະໜູນທາງດ້ານການປັບປຸງລະບົບຂໍ້ມູນຂ່າວສານ ແລະ ສົ່ງເສີມການປ່ຽນພຶດຕິກໍາທາງສັງຄົມຕໍ່ກັບວຽກງານທາງດ້ານໂພຊະນາການ, ສະໜອງລະບົບນໍ້າສະອາດ ແລະ ວິດຖ່າຍຄົວເຮືອນ, ສະໜອງອຸປະກອນການແພດສຳລັບວຽກງານແມ່ ແລະ ເດັກ, ສະໜັບສະໜູນທຶນການສຶກສາແພດ-ລະບົບບຳລຸງໄລຍະສັ້ນ,ຍົກລະດັບການປິ່ນປົວການຂາດສານອາຫານໃຫ້ພະນັກງານແພດ ແລະ ອາສາສະໝັກບ້ານ, ເຜີຍແຜ່ຂໍ້ມູນຂ່າວສານດ້ານໂພຊະນາການ, ປັບປຸງຂອດປະສານງານລະດັບທ້ອງຖິ່ນ ແລະ ລະດັບຊາດ ໂດຍມີການຈັດກອງປະຊຸມລະດັບທ້ອງຖິ່ນປະຈຳປີກັບຄູ່ຮ່ວມງານ ແລະ ກອງປະຊຸມແລກປ່ຽນບົດຮຽນປະຈຳປີກັບຄູ່ຮ່ວມງານພາຍໃນແຂວງເປົ້າໝາຍ.
ຂໍ້ມູນທີ່ມີທັງໝົດ
ບົດນຳສະເໜີ
ບົດລາຍງານ
ວີດີໂອ
ຄວາມຄືບໜ້າຂອງໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕ້ັງປະຕິບັດວຽກງານໂພຊະນາການຕາມແຜນຍຸດທະສາດແຫ່ງຊາດ
- ເດືອນທັນວາ 15, 2022