ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

Highlight

ຂໍຂອບໃຈມາຍັງ ດຣ. ພູມະນີສອນ ອຸ່ນເມືອງສັກ ຈາກ Save the Children ທີ່ໄດ້ມາແລ…
Read More

ຄວາມເປັນມາ

SUN CSA ລາວ – ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການລາວ – ແມ່ນເຄືອຂ່າຍຂອງ 60 ກວ່າອົງກອນໃນ ສປປ ລາວ ທີ່ເຮັດວຽກເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານໃນການປັບປຸງໂພຊະນາການຂອງ ສປປ ລາວ. SUN CSA ແມ່ນເປັນສ່ວນໜຶ່ງຂອງ ຂະບວນການເຄື່ອນໄຫວສາກົນ.

ການສົ່ງເສີມໂພຊະນາການ ຫຼື SUN ແມ່ນຂະບວນການເຄື່ອນໄຫວສາກົນທີ່ມຸ່ງໝັ້ນໃນການປັບປຸງໂພຊະນາການ, ໂດຍສຸມໃສ່ການຫຼຸດຜ່ອນຄວາມອຶດຫິວ ແລະ ການຂາດສານອາຫານໃນເດັກ ແລະ ກຸ່ມສ່ຽງອື່ນໆ. SUN ໄດ້ຮັບການສ້າງຕັ້ງຂຶ້ນບົນຫຼັກການທີ່ວ່າ ທຸກຄົນມີສິດໃນການເຂົ້າເຖິງອາຫານ ແລະ ໂພຊະນາການທີ່ດີ. ຂະບວນການດັ່ງກ່າວໄດ້ເຕົ້າໂຮມເອົາຜູ້ຄົນຈາກພາກລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ອົງການສະຫະປະຊາຊາດ, ຜູ້ໃຫ້ທຶນ, ພາກທຸລະກິດ ແລະ ນັກຄົ້ນຄວ້າ ເພື່ອສຸມຄວາມພະຍາຍາມຮ່ວມກັນໃນການປັບປຸງໂພຊະນາການ.

ສປປ ລາວ ເຂົ້າຮ່ວມຂະບວການເຄື່ອນໄຫວສາກົນໃນປີ 2011, ໂດຍໄດ້ສ້າງຕັ້ງກອງເລຂາ SUN ລາວ ຊຶ່ງນຳພາໂດຍສູນໂພຊະນາການແຫ່ງຊາດ ທີ່ຂຶ້ນກັບກະຊວງສາທາລະນະສຸກ, ຊຶ່ງຖືເປັນການສຸມຄວາມມຸ່ງໝັ້ນຂອງລັດຖະບານໃນການຮ່ວມມືກັນເພື່ອເລັ່ງໃສ່ວຽກງານຄວາມໝັນຄົງດ້ານສະບຽງອາຫານ ແລະ ໂພຊະນາການທີ່ນຳພາໂດຍກະຊວງສາທາລະນະສຸກ ໃຫ້ມີຄວາມກ້າວໜ້າ.

ປັດຈຸບັນ ໃນ ສປປ ລາວ ມີເຄືອຂ່າຍຂອງ SUN ສີ່ເຄືອຂ່າຍໄດ້ຮັບການສ້່ງຕັ້ງຂຶ້ນ ເພື່ອສຸມຄວາມພະຍາຍາມຮ່ວມກັນໃນການປັບປຸງໂພຊະນາການໃນປະເທດ. ບັນເຄືອຄ່າຍດັ່ງກ່າວລວມມີ:

  1. ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ (SUN CSA);
  2. ເຄືອຂ່າຍຜູ້ໃຫ້ທຶນ;
  3. ເຄືອຂ່າຍອົງການສະຫະປະຊາຊາດ;
  4. ເຄືອຂ່າຍທຸລະກິດ;
Diagram showing the 4 networks involved in SUN

ສະຖານະດ້ານໂພຊະນາການໃນ ສປປ ລາວ

ມີຫຼາຍແຫຼ່ງຂໍ້ມູນດ້ານໂພຊະນາການໃນ ສປປ ລາວ ທີ່ເປັນປະໂຫຍດ. ແຫຼ່ງຂໍ້ມູນດັ່ງກ່າວລວມມີ  SUN Laos page. ບົດສະຫຼຸບທີ່ນຳສະເໜີດ້ານລຸ່ມນີ້ແມ່ນໄດ້ຈາກ ‘Lao Social Indicator Survey II 2017, Survey Findings Report’, ທີ່ຜະລິດໂດຍ  Lao Statistics Bureau ໃນປີ 2018.

  • ອັດຕາສ່ວນຂອງເດັກອາຍຸຕໍ່າກວ່າ 5 ປີ ທີ່ຈະເລີນເຕີບໂຕຊ້າ (ລວງສູງຕໍ່ອາຍຸຕໍ່າ) ຫຼຸດລົງຈາກ 44% ໃນ LSIS-I ມາເປັນ 35.6% ໃນປີ 2015 (ການສຳຫຼວດປະເມີນການວັດຮ່າງກາຍຂອງເດັກນ້ອຍລາວ) ແລະ ຫຼຸດລົງເປັນ 33% ໃນປີ 2017. ເຖິງແມ່ນວ່າອັດຕາດັ່ງກ່າວຈະມີທ່າອ່ຽງຫຼຸດລົງເລື້ອຍໆກໍ່ຕາມ ແຕ່ກໍ່ຍັງມີຄວາມແຕກໂຕນກັນຫຼາຍໃນ 18 ແຂວງທົ່ວປະເທດ. ອັດຕາສ່ວນຂອງເດັກເຕ້ຍໃນນະຄອນຫຼວງວຽງຈັນແມ່ນຕໍ່າທີ່ສຸດ (13.6%) ແລະ ສູງທີ່ສຸດຢູ່ແຂວງຜົ້ງສາລີ (54%). ໃນຈຳວນ 18 ແຂວງນັ້ນມີ 8 ແຂວງທີ່ຍັງຄົງມີອັດຕາສ່ວນຂອງເດັກເຕ້ຍທີ່ສູງຫຼາຍ (ຫຼາຍກວ່າ ຫຼື ເທົ່າກັບ 40%) ເມື່ອທຽບໃສ່ 13 ແຂວງໃນ LSIS-I (ສຳຫຼວດຈາກ 17 ແຂວງ). ເດັກນ້ອຍໃນເຂດຊົນນະບົດທີ່ບໍ່ມີຖະໜົນຫົນທາງ, ຜູ້ເປັນແມ່ບໍ່ໄດ້ຮັບການສຶກສາ ແລະ ເກີດໃນຄອບຄົວທີ່ຈັດຢູ່ໃນກຸ່ມທີ່ທຸກຍາກທີ່ສຸດ ມີແນວໂນ້ມທີ່ຈະເປັນເດັກເຕ້ຍຫຼາຍກວ່າເດັກທີ່ເກີດໃນຕົວເມືອງ ທີ່ມີແມ່ທີ່ໄດ້ຮັບການສຶກສາ ແລະ ເກີດໃນຄອບຄົວທີ່ຈັດຢູ່ໃນກຸ່ມທີ່ຮັ່ງມີທີ່ສຸດ ສອງ ຫຼື ສາມເທົ່າຕົວ.
  • ໃນລະຫວ່າງປີ 2015 (ການສຳຫຼວດປະເມີນຜົນຮ່າງກາຍຂອງເດັກ) ຫາປີ 2017 ມີອັດຕາການຫຼຸດລົງເລັກນ້ອຍ, ແຕ່ບໍ່ຫຼາຍ, ອັດຕາສ່ວນຂອງເດັກອາຍຸຕ່ຳກວ່າ 5 ປີທີ່ຂາດສານອາຫານ ຫຼື ຂາດສານອາຫານຂັ້ນຮຸນແຮງ (ນ້ຳໜັກຕໍ່ລວງສູງຕໍ່າ) ໄດ້ຫຼຸດລົງຈາກ 9,6% ເປັນ 9.0% . ອີງຕາມຂໍ້ມູນຂອງ LSIS-II, ໃນຈຳນວນ 18 ແຂວງ ມີ 6 ແຂວງ ມີອັດຕາການເພີ່ມຂຶ້ນຂອງເດັກຕຳກວ່າ 5 ປີ ທີ່ຂາດສານອາຫານຮູນແຮງ (ນ້ຳໜັກຕໍ່ລວງສູງຕໍ່າ).
  • ການເລີ່ມຕົ້ນໃຫ້ນົມແມ່ໃນໄລຍະທຳອິດ (EIBF) ຢູ່ທີ່ 50.1% ໃນຂະນະທີປີ 2011 (LSIS-I) ແມ່ນ 39 ເປີເຊັນ. ໃນແງ່ຂອງການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວໃນໄລຍະ 6 ເດືອນທຳອິດ, ເຫັນວ່າມີອັດຕາສ່ວນທີ່ເພີ່ມຂຶ້ນຕະຫຼອດໄລຍະ 5 ປີທີ່ຜ່ານມາ ຈາກ 40.1% ໃນປີ 2011 ເປັນ 44.9% ໃນປີ 2017.
  • ຄວາມຖີ່ຂອງການໄດ້ຮັບອາຫານຂັ້ນຕ່ຳເດັກນ້ອຍອາຍຸ 6-23 ເດືອນມີສັດສ່ວນເພີ່ມຂຶ້ນຈາກ 43% ໃນປີ 2011 ເປັນ 69% ໃນປີ 2017. ນີ້ຖືເປັນການປັບປຸງແນວທາງການລ້ຽງລູກທີ່ດີ, ໂດຍທີ່ເດັກນ້ອຍທີ່ມີອາຍຸ 6-23 ເດືອນໜ້ອຍກວ່າກວ່າເຄິ່ງໜຶ່ງ ໄດ້ຮັບຄວາມຫຼາກຫຼາຍທາງດ້ານອາຫານຂັ້ນຕ່ຳ ຫຼື ຄວາມຫຼາກຫຼາຍຂອງອາຫານທີ່ຈຳເປັນຕໍ່ການເຕີບໂຕ ແລະ ການພັດທະນາທີ່ເໝາະສົມ.
  • ຜູ້ຍິງລາວ 4 ໃນ 10 ຄົນແມ່ນເປັນໂລກເລືອດຈາງ. 1 ສ່ວນ 3 ຫຼື 33% ຂອງແມ່ຍິງແມ່ນເປັນໂລກເລືອດຈາງໃນລະດັບຕໍ່າ, 6% ໃນລະດັບປາກກາງ ແລະ ໜ້ອຍກວ່າ 1% ແມ່ນເປັນໂລກເລືອດຈາງໃນລະດັບຮຸນແຮງ. ແມ່ຍິງທີ່ອາໃສຢູ່ເຂດຊົນນະບົດທີ່ບໍ່ມີຖະໜົນຫົນທາງແມ່ນມີທ່າອ່ຽງທີ່ຈະເປັນໂລກເລືອດຈາງລາຍກວ່າແມ່ຍິງທີ່ຢູ່ເຂດຊົນນະບົດທີ່ມີຖະໜົນຫົນທາງ ( 42% ຕໍ່ 37%). ອັດຕາສ່ວນຂອງຜູ້ທີ່ເປັນໂລກເລືອດຈາງແມ່ນແຕກຕ່າງກັນໄປຕາມແຕ່ລະແຂວງ. ແມ່ຍິງຢູ່ແຂວງຄຳມ່ວນມີທ່າອ່ຽງທີ່ຈະເປັນໂລກເລືອດຈາງຫຼາຍກວ່າຜູ້ຍິງຢູ່ແຂວງຜົ້ງສາລີຫຼາຍກວ່າ 4 ເທົ່າ (62% ຕໍ່ 18%). 26% ຂອງເດັກນ້ອຍໃນ ສປປ ລາວ ແມ່ນເປັນໂລກເລືອດຈາງໃນລະດັບຕ່ຳ, 18% ໃນລະດັບປານກາງ ແລະ ຕ່ຳກວ່າ 1% ແມ່ນເປັນໂລກເລືອດຈາງໃນລະດັບຮຸນແຮງ. ເດັກອາຍຸຕ່ຳກວ່າ 5 ປີຢູ່ແຂວງຄຳມ່ວນແມ່ນມີທ່າອ່ຽງເປັນພະຍາດເລືອດຈາງຫຼາຍກວ່າເດັກທີ່ຢູ່ແຂວງຫົວພັນຫຼາຍກວ່າສອງເທົ່າ (59% ຕໍ່ 24%).

ເພື່ອແກ້ໄຂສິ່ງທ້າທາຍເຫຼົ່ານີ້, ຄະນະກຳມະການໂພຊະນາການແຫ່ງຊາດຈຶ່ງໄດ້ມີການປະສານງານດ້ານກິດຈະກຳໂພສະນາການສະເພາະດ້ານ ແລະ ໂພສະນາການເຊື່ອມສານ ໂດຍການສົ່ງເສີມໃຫ້ມີການເຊື່ອມສານລະຫວ່າງວຽກງານສາທາ, ສຶກສາ, ກະສິກຳ ແລະ ວຽກງານນ້ຳ, ສຸຂະພິບານ ແລະ ສຸຂະອະນາໄມ (WASH).