ກອງປະຊຸມສາມັນປະຈຳປີຂອງ SUN CSA ລາວ, ວັນທີ 31 ມີນາ 2022, ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ແລະ ອອນໄລນ໌

ສະແດງຄວາມຊົມເຊີຍມາຍັງທຸກທ່ານທີ່ໄດ້ເຂົ້າຮ່ວມກອງປະຊຸມສາມັນປະຈຳປີຂອງ SUN CSA! ພວກເຮົາມີຜູ້ເຂົ້າຮ່ວມທັງໝົດ 41 ທ່ານ ທີ່ເຂົ້າຮ່ວມແບບຊ້ອງໜ້າ ແລະ 32 ທ່ານ ທີ່ເຂົ້າຮ່ວມອອນໄລນ໌ ທີ່ມາຈາກ 11 ແຂວງ ແລະ ມີຫຼາຍກວ່າ 35 ອົງກອນ ທີ່ໄດ້ຮ່ວມລາຍງານຜົນສຳເລັດໃນປີທີ່່ຜ່ານມາ ແລະ ວາງແຜນວຽກສຳລັບປີຕໍ່ໄປ. ພວກເຮົາໄດ້ຮັບກຽດຈາກ ດຣ. ເກດເກສອນ ພຣະສີສົມບັດ, ຮອງຫວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໃນການກ່າວເປີດກອງປະຊຸມໃນຄັ້ງນີ້ຮ່ວມກັບ ທ່ານ ນາງ ເຄ່ລີ້ ຄຳພູໄຊ ຈາກອົງການບັນເທົາທຸກກາໂຕລິກ ທີ່ເຂົ້າຮ່ວມກອງປະຊຸມສາມັນປະຈຳປີ ໃນນາມປະທານຄະນະບໍລິຫານງານ SUN CSA ເປັນປີສຸດທ້າຍ. ຂໍຂອບໃຈສຳລັບການອັບເດດວຽກງານຈາກທຸທ່ານ ຊຶ່ງປະກອບມີ ທ່ານ ທອງຈັນ ບຸບຜາວົງ ຈາກ armi.la; ທ່ານ ນາງ ປານຕາວັນ ແກ້ວບໍລິດ ຈາກ SNV; ທ່ານ ນາງ […]