ສະມາຊິກ SUN CSA ໄດ້ເຂົ້າຮ່ວມໃນການຝຶກອົບຮົມກ່ຽວກັບວຽກງານສື່ສານເພື່ອໂພຊະນາການ ໃນວັນທີ 1 ເມສາ. ມີຜູ້ເຂົ້າຮ່ວມແບບຊ້ອງໜ້າ 31 ທ່ານ ແລະ ອອນໄລນ໌ 25 ທ່ານ ຈາກຫຼາຍກວ່າ 15 ອົງກອນທີ່ເປັນ CSOs ແລະ ຫຼາຍກວ່າ 12 ອົງກອນທີ່ເປັນ INGOs.
ການຝຶກອົບຮົມໃນພາກເຊົ້າແມ່ນນຳພາໂດຍ ທ່ານ ນາງ ສຸພາວະດີ ທອງອ້ວນ, ຜູ້ປະສານງານວຽກງານຂໍ້ມູນຂ່າວສານຂອງອົງການ Plan International Laos. ຊຶ່ງໄດ້ເນັ້ນໃສ່ວິທີການກະກຽມ ແລະ ດຳເນີນການສຳພາດ ເພື່ອເຮັດກໍລະນີສຶກສາ, ການນຳໃຊ້ແບບຟອມຍິນຍອມ, ຮູບຖ່າຍທີ່ດີ, ແລະ ການພິຈາລະນາເຖິງຄວາມປອດໄພ ແລະ ສິດທິເດັກ.
ສ່ວນການຝຶກອົບຮົມໃນພາກບ່າຍແມ່ນນຳພາໂດຍ ທ່ານ ສຸເມດ ພອນປະເສີດ ແລະ ທ່ານ ບຸນ ພົມມີໄຊ ຈາກ Rural Development Association – RDA. ຊຶ່ງໄດ້ເນັ້ນແນະນຳກ່ຽວກັບວິທີການຖ່າຍຮູບເພື່ອໃຫ້ສາມາດຖ່າຍທອດເລື່ອງລາວໄດ້ ຊຶ່ງຮ້ອງວ່າ “ພາບທີ່ເປັນກະບອກສຽງ”.
ບັນດາຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ແລກປ່ຽນຮຽນຮູ້ ກ່ຽວກັບການດຳເນີນວຽກງານສື່ສານທີ່ມີປະສິດທິພາບຫຼາຍຂຶ້ນ ໂດຍການນຳໃຊ້ຂັ້ນຕອນທີ່ເປັນການໃຫ້ຄວາມເຄົາລົບ ແລະ ຄຳນຶງເຖິງບຸກຄົນທີ່ຕົນຖ່າຍພາບ.
ພວກເຮົາມາສືບຕໍ່ແລກປ່ຽນທັກສະ ເພື່ອຮ່ວມກັນປັບປຸງໂພຊະນາການໃນປະເທດລາວ.