ຂໍສະແດງຄວາມຊົມເຊີຍມາຍັງທຸກໆທ່ານທີ່ໄດ້ເຂົ້າຮ່ວມກອງປະຊຸມສາມັນປະຈຳປີ SUN CSA! ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມທັງໝົດຫຼາຍກວ່າ 60 ທ່ານ ທັງໃນຮູບແບບເຊິ່ງໜ້າ ແລະ ອອນໄລນ໌ ຈາກທັງໝົດ 10 ແຂວງ ແລະ ຫຼາຍກວ່າ 30 ອົງກອນທີ່ໄດ້ແບ່ງປັນການຖອດຖອນບົດຮຽນ ແລະ ຍັງໄດ້ວາງແຜນສຳລັບປີຕໍ່ໄປອີກນຳ.
.
ພວກເຮົາໄດ້ຮັບກຽດຈາກ ດຣ. ບຸນຍອດ ,ມູນຄາລັກ, ຮອງຫົວໜ້າສູນໂພຊະນາການ, ທີ່ໄດ້ກ່າວເປີດກອງປະຊຸມໃນຄັ້ງນີ້.ພ້ອມດ້ວຍ ທ່ານ ນາງ ຈັນທະລັງສີ ສີສຸວັນ ຈາກສູນພັັດທະນາຊົນນະບົດ ແລະ ທ່ານ ແອນໂທນີ ແກລນວີລ໌ ຈາກອົງການ ແຄຣ໌ ນານາຊາດ ປະຈຳ ສປປ ລາວ.
.
ຂໍຂອບໃຈທຸກທ່ານທີ່ໄດ້ຂຶ້ນນຳສະເໜີບົດຮຽນ ແລະ ສິ່ງປະສົບຜົນສຳເລັດໃນກອງປະຊຸມ ລວມມີ ທ່ານ ນາງ ປິ່ນແກ້ວ ຈາກສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ; ທ່ານ ນາງ ດຣ. ເກດສະດາສັກ ຈາກອົງການແພລນສາກົນປະຈຳລາວ, ທ່ານ ນາງ ພຸດມະນີ ທຳມະວົງຈາກສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ, ທ່ານ ນາງ ປຣີຍັນກາ ຈາກອົງການ ພັດທະນາຂອງ ປະເທດເນທີແລນ ປະຈຳລາວ.
.
ນອກນັ້ນ ຂໍຂອບໃຈມາຍັງບັນດາແຂກທີ່ຖືກເຊີນທຸກທ່ານ ຊຶ່ງປະກອບມີ ທ່ານ ພອນສະຫວັນ ເສດຖະນະໄພສານ ຈາກ ສະພາບເອີຣົບປະຈຳລາວ, ທ່ານ ໄມໂຄ ຣອນນິງ, ຕາງໜ້າຈາກອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ (USAID), ແລະ ທ່ານ ຮາຣິ ວີນາທາ ຈາກອົງການ ຢູນິເຊັບ.
.
ພວກເຮົາມີຄວາມຕື່ນເຕັ້ນເປັນທີ່ສຸດ ສຳລັບການເລືອກຕັ້ງຄະນະບໍລິຫານງານໃໝ່ 2 ທ່ານ ນັ້ນໝາຍຄວາມວ່າ ປັດຈຸບັນພວກເຮົາມີຄະນະບໍລິຫານງານທັງໝົດ 10 ທ່ານ ທີ່ຈະມານຳພາວຽກຂອງຄະນະບໍລິຫານງານຂອງພວກເຮົາ; ຊຶ່ງປະກອບມີ: ທ່ານ ນາງ ບົວລະພັນ ອິນທະໄຊ (JSI), ທ່ານ ຈັນທາ ອວນທະວົງສີ (CASE), ທ່ານ ນາງ ຈັນທະລັງສີ ສີສຸວັນ (RDA), ທ່ານ ທອງຈັນ ບຸບຜາວົງ (ARMI), ທ່ານ ນາງ ສຸດທິສຸກ ອິນທະວີໄລ (PFHA), ທ່ານ ແອນໂທນີ ແກລນວີລ໌ (CARE), ທ່ານ ນາງ ອຳມະລິນ ວົງສິດທິ (SCI), ທ່ານ ນາງ ລໍເຣຕາ ໂຮເບັນ (Plan), ທ່ານ ນາງ ປຣີຍັນກາ ບັດເນັດ (SNV) ແລະ ທ່ານ ພົມມະດີ (DCYA)
.
ສິ່ງສຳຄັນພວກເຮົາຢາກຂອບໃຈມາຍັງຄະນະບໍລິຫານງານທີ່ໄດ້ສິ້ນສຸດວາລະຂອງການດຳລົງຕຳແໜ່ງລວມມີ ທ່ານ ນາງ ເຄລີ ຄຳພູໄຊ ຈາກອົງການບັນເທົາທຸກກາໂຕລິກ ແລະ ທ່ານ ພັນທະມິດ ແສງປັນຍາ ຈາກສະມາຄົມເຄືອຂ່າຍຜູ້ຕິດເຊື້ອ HIV. ພວກທ່ານທັງສອງໄດ້ໃຫ້ການເສຍສະຫຼະ ແລະ ຊ່ວຍເຫຼືອແກ່ເຄືອຂ່າຍຂອງພວກເຮົາ ພ້ອມຜົນງານອັນພົ້ນເດັ່ນຢ່າງຫຼວງຫຼາຍອີກນຳ. ຂໍຂອບໃຈ ແລະ ພວກເຮົາລໍຄອຍທີ່ຈະໄດ້ຮ່ວມວຽກນຳພວກທ່ານ ພ້ອມອົງກອນໃນອານາຄົດ.
.
ພວກເຮົາຫວັງວ່າຈະໄດ້ມີປີໃໝ່ທີ່ໜ້າຕື່ນເຕັ້ນ ທີ່ພວກເຮົາຈະໄດ້ກິນອາຫານລາວເພື່ອສຸຂະພາບ ແລະ ແຊບ ແລະ ໄດ້ປັບປຸງໂພຊະນາການໃນທົ່ວປະເທດ