ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ການຝຶກອົບຮົມວຽກການຕິດຕາມ ແລະ ປະເມີນສຳລັບຕົວຊີ້ວັດວຽກງານໂພຊະນາການ

ການຝຶກອົບຮົມວຽກການຕິດຕາມ ແລະ ປະເມີນສຳລັບຕົວຊີ້ວັດວຽກງານໂພຊະນາການ

ສະມາຊິກ SUN CSA ໄດ້ເຂົ້າຮ່ວມໃນການຝຶກອົບຮົມການຕິດຕາມ ແລະ ການປະເມີນຜົນຕົວຊີ້ວັດວຽກງານໂພຊະນາການໃນວັນພະຫັດທີ 30 ມີນາ 2023 ໂດຍມີຜູ້ເຂົ້າຮ່ວມແບບຊ່ອງໜ້າ ແລະ ອອນໄລນ໌ອີກທັງໝົດ 52 ທ່ານ​ເຂົ້າ​ຮ່ວມ​ໂດຍມາຈາກອົງການ​ຈັດຕັ້ງທາງ​ສັງຄົມ ​ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານ (INGO) ບາງພາກສ່ວນ, ເຊິ່ງການຝຶກອົບຮົມຄັ້ງນີ້ແມ່ນນໍາພາໂດຍ ທ່ານ ອະໂນໄລ ວົງສຸທິ ຈາກອົງການ ພັດທະນາຂອງ ປະເທດເນເທີແລນ ປະຈຳລາວ.

ການຝຶກອົບຮົມໄດ້ສຸມໃສ່ວິທີການເກັບກໍາຕົວຊີ້ວັດທີ່ຖືກຕ້ອງ ແລະ ເປັນປະໂຫຍດສໍາລັບຕົວຊີ້ວັດວຽກໂພຊະນາການໃນແຕ່ລະປະເພດທີ່ແຕກຕ່າງກັນ. ພະນັກງານຈາກອົງກອນຕ່າງໆໄດ້ແບ່ງປັນປະສົບການ ແລະ ຖອດຖອນບົດຮຽນຈາກການຝຶກໃຫ້ໄດ້ຫຼາຍສຸດ.

ຜູ້ເຂົ້າຮ່ວມທຸກທ່ານແມ່ນມີຄວາມສົນໃຈໃນການສົນທະນາ ແລະ ການຮຽນຮູ້ກ່ຽວກັບການເຮັດໃຫ້ການຕິດຕາມກວດກາຄຸນນະພາບ ແລະ ການລາຍງານຜົນກະທົບຂອງໂຄງການທີ່ດີກວ່າ, ເຊິ່ງຊ່ວຍໃຫ້ພວກເຮົາສະແດງໃຫ້ເຫັນຜົນໄດ້ຮັບຂອງໃນການຊ່ວຍເຫຼືອຊຸມຊົນໄດ້ເປັນຢ່າງດີ.

ຂໍຂອບໃຈ ທ່ານ ອະໂນໄລ ວົງສຸດທິ ທີ່ໄດ້ສະຫຼະເວລາມາຖ່າຍທອດຄວາມຮູ້ ແລະ ທັກສະໃຫ້ແກ່ສະມາຊິກ SUN CSA ລາວ ພ້ອມຂອບໃຈອົງການແພລນທີ່ໄດ້ສະໜັບສະໜູນງົບປະມານສຳລັບການຝຶກອົບຮົມຄັ້ງນີ້.

ມາສືບຕໍ່ແບ່ງປັນທັກສະໃນການປັບປຸງວຽກໂພຊະນາການໃນລາວນຳກັນ!!

Loading...