ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງອົງກອນສະມາຊິກ SUN CSA ທີ່ໄດ້ປະກອບຄຳຄິດເຫັນ ແລະ ແບ່ງປັນປະສົບການ ເຂົ້າໃນການພັດທະນາວາລະການຄົ້ນຄວ້າດ້ານໂພຊະນາການ ຂອງ ສປປ ລາວ. ພວກທ່ານໄດ້ມີສ່ວນສຳຄັນໃນການຊ່ວຍປັບປຸງການຈັດຕັ້ງປະຕິບັດວຽກງານໂພຊະນາການ.
.
ເວທີສົນທະນາອອນໄລນ໌ປະຈຳວັນສຸກ ໃນຄັ້ງວັນທີ 3 ມີນາ 2023 ໄດ້ມີການສົນທະນາເພື່ອລະດົມຄຳຄິດເຫັນເຂົ້າໃນການພັດທະນາວາລະການຄົ້ນຄວ້າດ້ານໂພຊະນາການ ຂອງ ສປປ ລາວ, ນຳພາການສົນທະນາໂດຍ ດຣ. ສົມພອນ ສຸຂະວົງ ຈາກສະຖາບັນສາທາລະນະສຸກ ແລະ ການແພດເຂດຮ້ອນ, ຊຶ່ງໄດ້ມີພະນັກງານຈາກອົງກອນສະມາຊິກ SUN CSA ເຂົ້າຮ່ວມ ຫຼາຍກວ່າ 30 ທ່ານ. ວາລະການຄົ້ນຄວ້າດ້ານໂພຊະນາການດັ່ງກ່າວ ແມ່ນໄດ້ຖືກພັດທະນາຂຶ້ນພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃນການຄົ້ນຄວ້າທາງດ້ານໂພຊະນາການຂອງອົງການບັນເທົາທຸກກາໂຕລິກ ເຊິ່ງມີຄູ່ຮ່ວມງານແມ່ນກະຊວງສາທາລະນະສຸກ ແລະ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ຊຶ່ງພວກເຮົາຫວັງວ່າ ພາຍຫຼັງທີ່ວາລະການຄົ້ນຄວ້າດັ່ງກ່າວ ໄດ້ຮັບການເຫັນດີເປັນເອກະພາບແລ້ວ, ຫຼາຍພາກສ່ວນກ່ຽວຂ້ອງຈະສາມາດນຳໃຊ້ເພື່ອເປັນຂໍ້ມູນອ້າງອີງເຂົ້າໃນການເຮັດວຽກສະໜັບສະໜູນໂພຊະນາການ.
.
ຂອບໃຈ ດຣ. ສົມພອນ ແລະ ທີມງານ ທີ່ໄດ້ມາແບ່ງປັນກ່ຽວກັບຄວາມຄືບໜ້າໃນການພັດທະນາວາລະການຄົ້ນຄວ້າໃນຄັ້ງນີ້ ແລະ ໃຫ້ອົງກອນສະມາຊິກ SUN CSA ໄດ້ເຂົ້າມາມີສ່ວນຮ່ວມໃນການພັດທະນາວາລະດັ່ງກ່າວ.