ອົງກອນສະມາຊິກ SUN CSA ລາວ ໄດ້ພົບປະ ແລະ ຮຽນຮູ້ຮ່ວມກັນ ກ່ຽວກັບວິທີການເຮັດວຽກເພື່ອປັບປຸງໂພຊະນາການໃນລາວ ໃຫ້ດີຂຶ້ນ!
ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ 9 ອົງການຈັດຕັ້ງສັງຄົມລາວ ແລະ ອົງກອນສະມາຊິກເຄືອຂ່າຍ SUN CSA ເປັນກິດຈະກຳໜຶ່ງພາຍໃຕ້ໂຄງການສົ່ງເສີມອົງການຈັດຕັ້ງສັງຄົມລາວໃຫ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານໂພຊະນາການຕາມແຜນຍຸດທະສາດ (PoCSpiNut), ຊຶ່ງຈັດໂດຍສະມາຄົມເພື່ອພັດທະນາ ແລະ ປັບປຸງຊົນນະບົດ (ARMI) ຮ່ວມກັບອົງການແຄຣິຕັສ໌ ລຸກຊຳບວກ ໃນວັນທີ 29-30 ພະຈິກ 2023 ທີ່ສູນຝຶກອົບຮົມຂອງສະຫະພັນແມ່ຍິງລາວ, ນະຄອນຫຼວງວຽງຈັນ. ມີພະນັກງານຫຼາຍກວ່າ 30 ທ່ານຈາກບັນດາອົງການຈັດຕັ້ງທາງສັງຄົມລາວ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ເຂົ້າຮ່ວມ ແລະ ແລກປ່ຽນກ່ຽວກັບເຄື່ອງມື, ແນວທາງ ແລະ ບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານສຸຂະພາບແມ່ ແລະ ເດັກ, ການໃຫ້ຄຳປຶກສາສຳລັບແມ່ ແລະ ເດັກຢູ່ໂຮງໝໍ, ວຽກງານ WASH, ຕະຫຼອດເຖິງວິທີການເຮັດວຽກຮ່ວມກັນໃນເຄືອຂ່າຍ. ການນຳສະເໜີ, ເວທີສົນທະນາ, ການສົນທະນາເປັນກຸ່ມ ເຮັດໃຫ້ກອງປະຊຸມກຳເນີນໄປຢ່າງຟົດຟື້ນ, ປະສົບຜົນສຳເລັດ ແລະ ເຕັມໄປດ້ວຍຂໍ້ມູນທີ່ເປັນປະໂຫຍດ.
ການຂາດໂພຊະນາການເປັນບັນຫາທີ່ພວກເຮົາຕ້ອງຮ່ວມກັນແກ້ໄຂ. ອົງກອນສະມາຊິກຂອງ SUN CSA ເຮັດວຽກ ເພື່ອໃຫ້ພວກເຮົາສາມາດບັນລຸໂພຊະນາການທີ່ດີກວ່າ ໄດ້ໄວຂຶ້ນ. ຄົນຮຸ້ນຕໍ່ໆໄປ – ແລະ ຄົນຮຸ້ນນີ້ – ຄອງຖ້າຜົນສຳເລັດຂອງພວກເຮົາຢູ່.