ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ 9 ອົງການຈັດຕັ້ງສັງຄົມລາວ ແລະ ອົງກອນສະມາຊິກເຄືອຂ່າຍ SUN CSA

ອົງກອນສະມາຊິກ SUN CSA ລາວ ໄດ້ພົບປະ ແລະ ຮຽນຮູ້ຮ່ວມກັນ ກ່ຽວກັບວິທີການເຮັດວຽກເພື່ອປັບປຸງໂພຊະນາການໃນລາວ ໃຫ້ດີຂຶ້ນ! ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ 9 ອົງການຈັດຕັ້ງສັງຄົມລາວ ແລະ ອົງກອນສະມາຊິກເຄືອຂ່າຍ SUN CSA ເປັນກິດຈະກຳໜຶ່ງພາຍໃຕ້ໂຄງການສົ່ງເສີມອົງການຈັດຕັ້ງສັງຄົມລາວໃຫ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານໂພຊະນາການຕາມແຜນຍຸດທະສາດ (PoCSpiNut), ຊຶ່ງຈັດໂດຍສະມາຄົມເພື່ອພັດທະນາ ແລະ ປັບປຸງຊົນນະບົດ (ARMI) ຮ່ວມກັບອົງການແຄຣິຕັສ໌ ລຸກຊຳບວກ ໃນວັນທີ 29-30 ພະຈິກ 2023 ທີ່ສູນຝຶກອົບຮົມຂອງສະຫະພັນແມ່ຍິງລາວ, ນະຄອນຫຼວງວຽງຈັນ. ມີພະນັກງານຫຼາຍກວ່າ 30 ທ່ານຈາກບັນດາອົງການຈັດຕັ້ງທາງສັງຄົມລາວ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ເຂົ້າຮ່ວມ ແລະ ແລກປ່ຽນກ່ຽວກັບເຄື່ອງມື, ແນວທາງ ແລະ ບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານສຸຂະພາບແມ່ ແລະ ເດັກ, ການໃຫ້ຄຳປຶກສາສຳລັບແມ່ ແລະ ເດັກຢູ່ໂຮງໝໍ, ວຽກງານ WASH, ຕະຫຼອດເຖິງວິທີການເຮັດວຽກຮ່ວມກັນໃນເຄືອຂ່າຍ. ການນຳສະເໜີ, ເວທີສົນທະນາ, ການສົນທະນາເປັນກຸ່ມ ເຮັດໃຫ້ກອງປະຊຸມກຳເນີນໄປຢ່າງຟົດຟື້ນ, ປະສົບຜົນສຳເລັດ […]
ເວທີສົນທະນາອອນໄລນ໌ ເພື່ອສະຫຼຸບວຽກງານທ້າຍປີ SUN CSA ປະຈຳທ້າຍປີ 2023

ໃນວັນສຸກທີ 15 ທັນວາ 2023 ນີ້, ເວລາ 9:00 – 10:00 ໂມງ ພວກເຮົາຈະຈັດເວທີສົນທະນາອອນໄລນ໌ ເພື່ອສະຫຼຸບທ້າຍປີ. ໃນເວທີສົນທະນາຄັ້ງນີ້ຈະເປີດໂອກາດໃຫ້ທຸກທ່ານ ລາຍງານກ່ຽວກັບຜົນສຳເລັດທີ່ພົ້ນເດັ່ນ ແລະ ສຳຄັນ ໃນໜຶ່ງປີທີ່ຜ່ານມາ. ແຕ່ລະອົງກອນຈະມີເວລາ 2-3 ນາທີ ເພື່ອສະຫຼຸບຜົນສຳເລັດທີ່ສຳຄັນຂອງຕົນເອງ 1-2 ຢ່າງ. ຜົນສຳເລັດເຫຼົ່ານັ້ນຈະຖືກລວມເຂົ້າໃນບົດລາຍງານ/ບົດສະຫຼຸບປະຈຳປີ 2023 ຂອງ SUN CSA. ກະລຸນາຕິດຕໍ່ຫາກອງເລຂາ (info@suncsalaos.org) ເພື່ອຂໍຮັບລິ້ງເຂົ້າຮ່ວມ