ຂໍຂອບໃຈມາຍັງຜູ້ເຂົ້າຮ່ວມທັງໝົດ 29 ທ່ານ ຈາກ 16 ອົງກອນສະມາຊິກຂອງ SUN CSA ທີ່ໄດ້ເຂົ້າຮ່ວມເວທີສົນທະນາອອນໄລນ໌ສະຫຼຸບທ້າຍປີຂອງພວກເຮົາໃນວັນສຸກຕອນເຊົ້າທີ່ຜ່ານມາ (15 ທັນວາ 2023). ພວກເຮົາໄດ້ກ່າວເຖິງຜົນສຳເລັດຂອງກິດຈະກຳທີ່ສຳຄັນຈາກຄວາມທຸ້ມເທຕໍ່ກັບວຽກງານຂອງພວກເຮົາ ໃນໄລຍະໜຶ່ງປີທີ່ຜ່ານມາ ປະກອບມີ: ກິດຈະກຳແລກປ່ຽນບົດຮຽນ 23 ກິດຈະກຳ, ກິດຈະກຳກ່ຽວກັບວຽກງານໂພຊະນາການ 30 ກິດຈະກຳ, ແລະ ວຽກງານປະສານງານທັງໝົດ 35 ກິດຈະກໍາ. ນອກນັ້ນ SUN CSA ຍັງໄດ້ເຜີຍແຜ່ຂໍ້ມູນດ້ານໂພຊະນາການທັງໃນ ເຟສ໌ບຸກ ແລະ ເວັບໄຊທ໌ ເຮັດໃຫ້ມີຄົນເຂົ້າເຖິງຂໍ້ມູນຂອງພວກເຮົາຫຼາຍກວ່າ 660,000 ຄົນ.
ພ້ອມສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງອົງກອນສະມາຊິກຂອງເຄືອຂ່າຍ SUN CSA ທີ່ໄດ້ປະກອບສ່ວນ, ແລກປ່ຽນຜົນສໍາເລັດຂອງໂຄງການຕ່າງໆຈາກອົງກອນຂອງຕົນຕະຫຼອດໄລຍະໜຶ່ງປີທີ່ຜ່ານມາ. ຜົນງານທີ່ພວກທ່ານໄດ້ແລກປ່ຽນໃນເວທີສົນທະນານີ້ ໄດ້ເປັນແຮງບັນດານໃຈໃຫ້ສະມາຊິກທ່ານອື່ນ ສາມາດເຮັດວຽກປັບປຸງໂພຊະນາການໃນ ສປປ ລາວ ຢ່າງຫ້າວຫັນ ແລະ ມີປະສິດທິພາບ.
