ກອງປະຊຸມ ວັນແລກປ່ຽນການຄົ້ນຄວ້າວຽກງານສຸຂະພາບ ແລະ ໂພຊະນາການ ແລະ ກອງປະຊຸມວຽກງານສະໜັບສະໜູນ SUN CSA ຈົບລົງດ້ວຍຜົນສຳເລັດ![]()
ຂໍຂອບໃຈມາຍັງ ຜູ້ເຂົ້າຮ່ວມທັງໝົດ 47 ທ່ານ ທັງທີ່ເຂົ້າຮ່ວມແບບເຊີ່ງໜ້າ ແລະ ອອນໄລນ໌ ທີ່ໄດ້ແບ່ງປັນ, ຮຽນຮູ້ ແລະ ເຮັດວຽກຮ່ວມກັນ ໃນການເຮັດຄົ້ນຄວ້າ ແລະ ເຮັດວຽກສະໜັບສະໜູນດ້ານໂພຊະນາການ!
ໃນວັນພຸດ ທີ 28 ສິງຫາ 2024, ສະມາຊິກ SUN CSA ລາວ ແລະ ນັກຄົ້ນຄວ້າຄົນລາວຫຼາຍທ່ານ ໄດ້ພົບປະເພື່ອປຶກສາຫາລືກ່ຽວກັບການນຳໃຊ້ການຄົ້ນຄວ້າດ້ານໂພຊະນາການ ແລະ ວິທີການຮ່ວມມືກັນໃຫ້ຫຼາຍຂື້ນເພື່ອໃຊ້ແນວທາງທີ່ອ້າງອີງດ້ວຍຫຼັກຖານ ເພື່ອປັບປຸງໂພຊະນາການໃນ ສປປ ລາວ.
ກອງປະຊຸມໄດ້ຮັບການສະໜັບສະໜູນຈາກ ອົງການຊ່ວຍເຫຼືອບັນເທົາທຸກກາໂຕລິກ (CRS) ແລະ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃນການຄົ້ນຄວ້າທາງດ້ານໂພຊະນາການ (ANRCB) ທີ່ໄດ້ຮັບທຶນຈາກ USAID
.
ນີ້ແມ່ນຜົນສຳເລັດ:
ຍົກໃຫ້ເຫັນການຄົ້ນຄວ້າທີ່ສຳຄັນ: ເຮົາໄດ້ເຈາະເລິກການຄົ້ນຄວ້າດ້ານສຸຂະພາບ ແລະ ໂພຊະນາການຫຼ້າສຸດ ທີ່ກຳລັງສ້າງຄວາມປ່ຽນແປງ.
ປັບປຸງການເຂົ້າເຖິງຫຼັກຖານ: ພວກເຮົາໄດ້ແບ່ງປັນວິທີການຊອກຫາ ແລະ ນຳໃຊ້ການຄົ້ນຄວ້າໃນປັດຈຸບັນ ເພື່ອສົ່ງເສີມ ໂຄງການໂພຊະນາການ ແລະ ວຽກສະໜັບສະໜູນ.
ເສີມສ້າງຄວາມຮ່ວມື: ພວກເຮົາໄດ້ສ້າງເຄືອຂ່າຍລະຫຼວ່າງນັກຄົ້ນຄວ້າ ແລະ ຜູ້ເຮັດວຽກການພັດທະນາ ເພື່ອກ້າວໄປສູ່ຄວາມຮ່ວມມືໃໝ່ທີ່ໜ້າຕື່ນເຕັ້ນ.
ເຊື່ອມໂຍງຂໍ້ມູນແບບເຊີງເລິກ: ພວກເຮົາໄດ້ປິດທ້າຍດ້ວຍກອງປະຊຸມ ວຽກງານສະໜັບສະໜູນ ເພື່ອປຶກສາຫາລື ແລະ ວາງແຜນວຽກງານໃນຕໍ່ໜ້າ.
ຂໍຂອບໃຈທຸກທ່ານທີ່ເຂົ້າຮ່ວມ ແລະ ມີສ່ວນຮ່ວມໃນໜຶ່ງວັນທີ່ເຕັມໄປດ້ວຍການຮຽນຮູ້ ແລະ ເຮັດວຽກຮ່ວມກັນ. ພວກເຮົາກຳລັງເຮັດວຽກຮ່ວມກັນ ເພື່ອໃຫ້ໄດ້ຊຶ່ງຜົນຮັບໃນດ້ານສຸຂະພາບ ແລະ ໂພຊະນາການທີ່ດີຂຶ້ນ ເພື່ອທຸກໆຄົນໃນ ສປປ ລາວ ![]()
![]()
![]()