ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກອງປະຊຸມ ວັນແລກປ່ຽນການຄົ້ນຄວ້າວຽກງານສຸຂະພາບ ແລະ ໂພຊະນາການ ແລະ ກອງປະຊຸມວຽກງານສະໜັບສະໜູນ SUN CSA

ກອງປະຊຸມ ວັນແລກປ່ຽນການຄົ້ນຄວ້າວຽກງານສຸຂະພາບ ແລະ ໂພຊະນາການ ແລະ ກອງປະຊຸມວຽກງານສະໜັບສະໜູນ SUN CSA ຈົບລົງດ້ວຍຜົນສຳເລັດ ຂໍຂອບໃຈມາຍັງ ຜູ້ເຂົ້າຮ່ວມທັງໝົດ 47 ທ່ານ ທັງທີ່ເຂົ້າຮ່ວມແບບເຊີ່ງໜ້າ ແລະ ອອນໄລນ໌ ທີ່ໄດ້ແບ່ງປັນ, ຮຽນຮູ້ ແລະ ເຮັດວຽກຮ່ວມກັນ ໃນການເຮັດຄົ້ນຄວ້າ ແລະ ເຮັດວຽກສະໜັບສະໜູນດ້ານໂພຊະນາການ! ໃນວັນພຸດ ທີ 28 ສິງຫາ 2024, ສະມາຊິກ SUN CSA ລາວ ແລະ ນັກຄົ້ນຄວ້າຄົນລາວຫຼາຍທ່ານ ໄດ້ພົບປະເພື່ອປຶກສາຫາລືກ່ຽວກັບການນຳໃຊ້ການຄົ້ນຄວ້າດ້ານໂພຊະນາການ ແລະ ວິທີການຮ່ວມມືກັນໃຫ້ຫຼາຍຂື້ນເພື່ອໃຊ້ແນວທາງທີ່ອ້າງອີງດ້ວຍຫຼັກຖານ ເພື່ອປັບປຸງໂພຊະນາການໃນ ສປປ ລາວ. ກອງປະຊຸມໄດ້ຮັບການສະໜັບສະໜູນຈາກ ອົງການຊ່ວຍເຫຼືອບັນເທົາທຸກກາໂຕລິກ (CRS) ແລະ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃນການຄົ້ນຄວ້າທາງດ້ານໂພຊະນາການ (ANRCB) ທີ່ໄດ້ຮັບທຶນຈາກ USAID . ນີ້ແມ່ນຜົນສຳເລັດ: ຍົກໃຫ້ເຫັນການຄົ້ນຄວ້າທີ່ສຳຄັນ: ເຮົາໄດ້ເຈາະເລິກການຄົ້ນຄວ້າດ້ານສຸຂະພາບ ແລະ ໂພຊະນາການຫຼ້າສຸດ ທີ່ກຳລັງສ້າງຄວາມປ່ຽນແປງ. […]

Loading...