ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

Wash – Toward Open Defecation Free Lao PDR in 2025

Congratulations to the SUN CSA member organizations Plan International Laos, ADRA Laos Enhancing Nutrition of Upland Farming Families – ENUFF, World Vision Laos ,Caritas Luxembourg in Lao PDR, Rural Development Agency RDA. supporting supported the implementation of Water, Sanitation, and Hygiene (WASH) across the country. All of you have made an important contribution to the […]

ກອງປະຊຸມແລກປ່ຽນບົດຮຽນວຽກງານນ້ຳ, ສູຂາພິບານ ແລະ ອະນາໄມ ໃນ ສປປ ລາວ ເພື່ືອກ້າວໄປສູ່ການຢຸດຕິການຖ່າຍຊະຊາຍປິ 2025

“ຮ່ວມກັນເພື່ອກ້າວໄປສູ່ການຢຸດຕິ ການຖ່າຍຊະຊາຍໃນຂອບເຂດທົ່ວປະເທດພາຍໃນປີ 2025” ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທວນຄືນເປົ້າໝາຍສູ້ຊົນຂອງວຽກງານ ຊຸມຊົນເປັນເຈົ້າການດ້ານສຸຂານາໄມ (ຊຈສ) ແລະ ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານນໍ້າ, ສຸຂາພິບານ ແລະ ອະນາໄມສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ ເພື່ອກ້າວໄປສູ່ການປະກາດປະເທດຢຸດຕິການຖ່າຍຊະຊາຍໃນປີ 2025. ກອງປະຊຸມນີ້ມີເປົ້າໝາຍໃນການກະຕຸ້ນ ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງທຸກພາກສ່ວນໃນຂອບເຂດທົ່ວປະເທດ ໃຫ້ເຫັນໄດ້ຄວາມສໍາຄັນຮີບດ່ວນໃນການຮ່ວມມືກັນຊຸກຍູ້ສົ່ງເສີມໃຫ້ທຸກຄົວເຮືອນໃນ ສປປ ລາວ ມີ ແລະ ນໍາໃຊ້ວິດຖ່າຍທີ່ໄດ້ມາດຕະຖານ ພາຍໃນ ປີ 2025. ກອງປະຊຸມນີ້ໄດ້ຮັບກຽດເປັນປະທານໂດຍ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ໂດຍມີ ຮອງເຈົ້າແຂວງ, ຫົວໜ້າພະແນກສາທາລະນະສຸກ, ຜູ້ແທນຕາງໜ້າຈາກ 18ແຂວງ ແລະ ຄູ່ຮ່ວມພັດທະນາ ຈໍານວນ 270 ທ່ານທົ່ວປະເທດ ແມ່ນໄດ້ຖືກເຊີນເຂົ້າຮ່ວມເພື່ອສົນທະນາວາງແຜນ ແລະ ຮັບຮອງເອົາຄາດໝາຍສູ້ຊົນຮ່ວມກັນໃນຄັ້ງນີ້ດ້ວຍ. ພວກເຮົາຂໍເຊີນຊ່ວນພໍ່ແມ່ປະຊາຊົນ, ອົງການຈັດຕັ້ງພາກລັດ, ສາກົນ ແລະ ທ້ອງຖີ່ນຮ່ວມກັນເປັນສ່ວນໜຶ່ງໃນການປະກອບສ່ວນໃຫ້ ສປປ ລາວ […]

Loading...