ການຮຽນຮູ້ ແລະ ແລກປ່ຽນທາງອອນໄລນ໌ທີ່ໜ້າສົນໃຈ: “ເຮືອນຕາກແຫ້ງພະລັງງານແສງອາທິດ” ທີ່ໃຊ້ງານໄດ້ຈິງ!

ຂໍຂອບໃຈຜູ້ເຂົ້າຮ່ວມທຸກທ່ານຈາກອົງກອນສະມາຊິກຂອງເຄືອຂ່າຍ ALISEA ແລະ SUN CSA ທີ່ເຂົ້າຮ່ວມໃນເວທີສົນທະນາອອນໄລນ໌ໃນມື້ນີ້. ການສົນທະນາແລກປ່ຽນໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງ “ເຮືອນຕາກແຫ້ງພະລັງງານແສງອາທິດ” ເກັບຖະໜອມຜົນຜະລິດ, ຫຼຸດຜ່ອນການສູນເສຍຫຼັງການເກັບກ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນອີກດ້ວຍ.ຂໍຂອບຝຈເປັນພິເສດມາຍັງ ທ່ານ ຄຳພາ ແກ້ວມະນີຈັນ ຈາກສະມາຄົມ CDEA ແລະ ທ່ານ ນາງ ຄຳມອນ ຫຼວງລາດ ຈາກສະຫະກອນອິນຊີທົ່ງມັ່ງ ທີ່ໄດ້ແບ່ງປັນປະສົບການທີ່ມີຄ່າກ່ຽວກັບການອອກແບບ ແລະ ກໍ່ສ້າງເຮືອນຕາກແຫ້ງພະລັງງານແສງອາທິດ, ພ້ອມທັງໃຫ້ຄຳແນະນຳກ່ຽວກັບການອອກແບບໂຄງການເພື່ອຂໍທຶນ ແລະ ບອກເລົ່າກ່ຽວກັບຜົນສຳເລັດຈາກໂຄງການທີ່ໄດ້ທຶນຂະໜາດນ້ອຍ. ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ກ່ຽວກັບຂໍ້ດີຫຼາຍຢ່າງຂອງເຮືອນອົບຕາກແຫ້ງພະລັງງານແສງອາທິດເຊັ່ນ: ການເຮັດໃຫ້ແຫ້ງຢ່າງມີປະສິດທິພາບ, ຄຸນນະພາບຜະລິດຕະພັນທີ່ດີຂຶ້ນ, ການປ້ອງກັນຈາກການປົນເປື້ອນ, ຄ່າໃຊ້ຈ່າຍດ້ານພະລັງງານທີ່ຫຼຸດລົງ, ແລະ ຜົນປະໂຫຍດຕໍ່ສິ່ງແວດລ້ອມ.
ອົງກອນສະມາຊິກ SUN CSA ລາວ ໄດ້ເຮັດວຽກປັບປຸງໂພຊະນາການ ແລະ ການປ່ຽນແປງສະພາບດິນຟ້າອາກາດ ໃນປີ 2024

ໃນປີທີ 10 ຂອງເຄືອຂ່າຍ, ອົງກອນສະມາຊິກ SUN CSA ລາວ ໄດ້ໃຫ້ການຊ່ວຍເຫຼືອໂດຍກົງແກ່ປະຊາຊົນຫຼາຍກວ່າ 2.2 ລ້ານຄົນໃນ 18 ແຂວງ ໃນປີ 2024 ເພື່ອປັບປຸງໂພຊະນາການທີ່ກ່ຽວຂອງກັບ ກະສິກໍາ, ການປ່ຽນແປງສະພາບດິນຟ້າອາກາດ, ສຸຂະພາບ, ສຶກສາ, WASH, ບົດບາດຍິງ-ຊາຍ, ການດໍາລົງຊີວິດ ແລະ ການປົກຄອງ. ບັນດາອົງການຈັດຕັ້ງທາງສັງຄົມຂອງພວກເຮົາໄດ້ຮ່ວມກັນຈັດຕັ້ງປະຕິບັດ ໂຄງການໂພຊະນາການ 110 ໂຄງການ ເພື່ອການສະໜັບສະໜູນ ແຜນຍຸດທະສາດແຫ່ງຊາດດ້ານໂພຊະນາການ (NPAN) 2021-2025. ໃນໄລຍະປີ 2024, ອົງກອນສະມາຊິກ SUN CSA ລາວ ໄດ້ຈັດຕັ້ງປະຕິບັດ 101 ກິດຈະກຳຮ່ວມ ໂດຍຜ່ານເຄືອຂ່າຍ SUN CSA ເພື່ອສົ່ງເສີມໂພຊະນາການ (ສະເລ່ຍແມ່ນ 8 ກິດຈະກຳຕໍ່ເດືອນ), ປະກອບດ້ວຍ 21 ກິດຈະກຳກ່ຽວກັບການຮຽນຮູ້, 50 ກິດຈະກຳດ້ານການປະສານງານ ແລະ 30 […]