ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ອົງກອນສະມາຊິກ SUN CSA ລາວ ໄດ້ເຮັດວຽກປັບປຸງໂພຊະນາການ ແລະ ການປ່ຽນແປງສະພາບດິນຟ້າອາກາດ ໃນປີ 2024

ອົງກອນສະມາຊິກ SUN CSA ລາວ ໄດ້ເຮັດວຽກປັບປຸງໂພຊະນາການ ແລະ ການປ່ຽນແປງສະພາບດິນຟ້າອາກາດ ໃນປີ 2024

ໃນປີທີ 10 ຂອງເຄືອຂ່າຍ, ອົງກອນສະມາຊິກ SUN CSA ລາວ ໄດ້ໃຫ້ການຊ່ວຍເຫຼືອໂດຍກົງແກ່ປະຊາຊົນຫຼາຍກວ່າ 2.2 ລ້ານຄົນໃນ 18 ແຂວງ ໃນປີ 2024 ເພື່ອປັບປຸງໂພຊະນາການທີ່ກ່ຽວຂອງກັບ ກະສິກໍາ, ການປ່ຽນແປງສະພາບດິນຟ້າອາກາດ, ສຸຂະພາບ, ສຶກສາ, WASH, ບົດບາດຍິງ-ຊາຍ, ການດໍາລົງຊີວິດ ແລະ ການປົກຄອງ. ບັນດາອົງການຈັດຕັ້ງທາງສັງຄົມຂອງພວກເຮົາໄດ້ຮ່ວມກັນຈັດຕັ້ງປະຕິບັດ ໂຄງການໂພຊະນາການ 110 ໂຄງການ ເພື່ອການສະໜັບສະໜູນ ແຜນຍຸດທະສາດແຫ່ງຊາດດ້ານໂພຊະນາການ (NPAN) 2021-2025.

ໃນໄລຍະປີ 2024, ອົງກອນສະມາຊິກ SUN CSA ລາວ ໄດ້ຈັດຕັ້ງປະຕິບັດ 101 ກິດຈະກຳຮ່ວມ ໂດຍຜ່ານເຄືອຂ່າຍ SUN CSA ເພື່ອສົ່ງເສີມໂພຊະນາການ (ສະເລ່ຍແມ່ນ 8 ກິດຈະກຳຕໍ່ເດືອນ), ປະກອບດ້ວຍ 21 ກິດຈະກຳກ່ຽວກັບການຮຽນຮູ້, 50 ກິດຈະກຳດ້ານການປະສານງານ ແລະ 30 ກິດຈະກຳວຽກງານສະໜັບສະໜູນ. ກິດຈະກໍາຮ່ວມກັນຂອງພວກເຮົາເພີ່ມຂຶ້ນ 13% ເມືອທຽບໃສ່ປີທີ່ຜ່ານມາ ແລະ ເພີ່ມຂຶ້ນ 81% ຖ້າທຽບໃສ່ປີ 2021, ເຮັດໃຫ້ເປັນປີທີ່ມີການເຄື່ອນໄຫວກິດຈະກໍາຮ່ວມຂອງເຄືອຂ່າຍຫຼາຍທີ່ສຸດ! ຕະຫຼອດໄລຍະ 10 ປີທີ່ຜ່ານມາພວກເຮົາໄດ້ຈັດຕັ້ງປະຕິບັດກິດຈະກໍາຮ່ວມກັນຫຼາຍກວ່າ 500 ກິດຈະກໍາ ເພື່ອສະໜັບສະໜູນໂພຊະນາການຜ່ານຫຼາຍຂະແໜງການ, ພ້ອມທັງສ້າງເຄືອຂ່າຍອົງການຈັດຕັ້ງທາງສັງຄົມທີ່ຫ້າວຫັນ ແລະ ຊົງພະລັງໃນ ສປປ ລາວ.

ສຳລັບວຽກງານສະໜັບສະໜູນຂອງພວກເຮົາໃນປີນີ້ແມ່ນມີຄວາມເຂັ້ມແຂງເປັນພິເສດ. ພວກເຮົາໄດ້ເສີມຂະຫຍາຍກິດຈະກໍາການຄໍ້າປະກັນສະບຽງອາຫານຂອງພວກເຮົາ ໃຫ້ຄອບຄຸມເຖິງຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ ໂດຍເນັ້ນໃສ່ການຄົ້ນຄວ້າບົນພື້ນຖານຂໍ້ມູນເຊີງປະຈັກ ທີ່ຊີ້ໃຫ້ເຫັນເຖິງຄວາມທ້າທາຍ ແລະ ໂອກາດຕ່າງໆ. ພວກເຮົາໄດ້ຈັດກອງປະຊຸມໃຫຍ່ SUN CSA ການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ ໃນເດືອນ ສິງຫາ 2024, ຊຶ່ງມີການນໍາສະເໜີ 14 ຫົວຂໍ້ ແລະ ມີຜູ້ເຂົ້າຮ່ວມ 109 ຄົນ. ພວກເຮົາຍັງໄດ້ສັງລວມຂໍ້ມູນກ່ຽວກັບ ການປ່ຽນປແປງສະພາບດິນຟ້າອາກາດ ແລະ ໂພຊະນາການ ໄວ້ເທິງໜ້າເວັບໄຊທ໌ຂອງພວກເຮົາ, ເຊັ່ນດຽວກັນກັບຂໍ້ມຸນ ການຄົ້ນຄວ້າ ແລະ ຫຼັກຖານດ້ານໂພຊະນາການ ຊື່ງທັງສອງໜ້າຂໍ້ມູນດັ່ງກ່າວໄດ້ຖືກນໍາໃຊ້ໂດຍອົງກອນສະມາຊິກພວກເຮົາຢ່າງເປັນປະຈໍາ.

ພວກເຮົາສືບຕໍ່ສະໜັບສະໜູນວຽກງານການລ້ຽງລູກດ້ວຍນໍ້ານົມແມ່ ຊຶ່ງເຫັນໄດ້ວ່າຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບດຳລັດຜະລິດຕະພັນທົດແທນນໍ້ານົມແມ່ແມ່ນເພີ່ມຂຶ້ນ. ພວກເຮົາໄດ້ເພີ່ມຊັບພະຍາກອນ ກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່ຢູ່ເທິງໜ້າເວັບໄຊທ໌ຂອງພວກເຮົາ  ເພື່ອໃຫ້ກາຍເປັນບ່ອນຮວບຮ່ວມເຄື່ອງມື ແລະ ຂໍ້ມູນຂ່າວສານສໍາລັບຜູ້ຈັດຕັ້ງປະຕິບັດ. ໂດຍຜ່ານກິດຈະກໍາ ການສົ່ງເສີມການລ້ຽລູກດ້ວຍນົມແມ່ຢູ່ສະຖານທີ່ເຮັດວຽກ ເຫັນວ່ານະໂຍບາຍ ແລະ ແນວທາງປະຕິບັດກ່ຽວກັບການລ້ຽງລູກດ້ວຍນົມແມ່ໃນສະຖານທີ່ເຮັດວຽກມີການປັບປຸງຂຶ້ນ 16%, ຄວາມຮັບຮູ້ຂອງພະນັກງານກ່ຽວກັບນະໂຍບາຍດັ່ງກ່າວເພີ່ມຂຶ້ນ 21% ແລະ ການລ້ຽງລູກດ້ວຍນົມແມ່ໃນສະຖານທີ່ເຮັດວຽກເພີ່ມຂຶ້ນ 32%. ມີ 36 ອົງກອນເຂົ້າຮ່ວມ ລາງວັນການສົ່ງເສີມການລ້ຽງລູກດ້ວຍນົມແມ່ໃນສະຖານທີ່ເຮັດວຽກ ໃນເດືອນສິງຫາ 2024, ຊຶ່ງເພີ່ມຂຶ້ນ 20%, ໃນນັ້ນລວມມີ UN ແລະ ພາກເອກະຊົນ. ພວກເຮົາມີເປົ້າໝາຍທີ່ຈະສະໜັບສະໜູນໃຫ້ສະຖານທີ່ເຮັດວຽກຕ່າງໆເຂົ້າຮ່ວມຫຼາຍຂຶ້ນໃນປີ 2025.

ອົງກອນສະມາຊິກ SUN CSA ຍັງລົນນະລົງກ່ຽວກັບນະວັດຕະກໍາດ້ານກະສິກໍາທີ່ຊານສະຫຼາດຕໍ່ກັບການປ່ຽນແປງສະພາບພິນຟ້າອາກາດ, ການຄົ້ນຄວ້າດ້ານໂພຊະນາການ ແລະ ການເພີ່ມຈໍານວນເມືອງຢຸດຕິການຖ່າຍຊະຊາຍໃນທົ່ວປະເທດລາວ.

ພວກເຮົາໄດ້ແບ່ງປັນຄວາມຮູ້ດ້ານໂພຊະນາການໃຫ້ກັບຜູ້ຄົນທົ່ວປະເທດໄດ້ຫຼາຍຂຶ້ນກວ່າເກົ່າ. ເວັບໄຊທ໌ຂອງພວກເຮົາມີຜູ້ຄົນເຂົ້າໄປຢ້ຽມຊົມເຖິງ 23,000 ຄັ້ງ ໃນປີນີ້ ແລະ ປະຈຸບັນມີຊັບພະຍາກອນໂພຊະນາການຫຼາຍກວ່າ 697 ສະບັບ ໃນ ຫໍສະໝຸດທີ່ສັງລວມຊັບພະຍາກອນໂພຊະນາການຂອງລາວ, (ພາສາລາວ 490 ສະບັບ, ອັງກິດ 440 ສະບັບ), ໃນນັ້ນມີເອກະສານໃໝ່ 141 ສະບັບ ແລະ 16 ວິດີໂອ. ພວກເຮົາໄດ້ເປີດໂຕ ໜ້າຂໍ້ມູນໂຄງການໂພຊະນາການຂອງລາວ ຊຶ່ງໃນປະຈຸບັນແມ່ນມີ 4 ໂຄງການ ແລະ 5 ກິດຈະກໍາສະໜັບສະໜູນ. ເຟສ໌ບຸກເພທ໌ ຂອງພວກເຮົາເຂົ້າຜູ້ຄົນທາງອອນໄລນ໌ໄດ້ຫຼາຍກວ່າ 390,000 ຄົນ ໃນປີທີ່ຜ່ານມາໂດຍມີ 180 ໂພສ (3 ໂພສຕໍ່ອາທິດ), ໃນນັ້ນລວມມີກິດຈະກໍາກ່ຽວກັບວຽກງານໂພຊະນາການ, ການອັບເດດກິດຈະກໍາ, ວິດີໂອ ແລະ ຂໍ້ມູນຂ່າວສານ. ນອກຈາກນັ້ນ ພວກເຮົາກໍໄດ້ຜະລິດ ແລະ ສົ່ງອອກຈົດໝາຍຂ່າວປະຈຳເດືອນໄປຍັງມີຜູ້ມີສ່ວນຮ່ວມໃນວຽກງານໂພຊະນາການໃນປະເທດລາວເຖິງ 500 ຄົນ.

ພວກເຮົາຂໍສະແດງຄວາມຂອບໃຈມາຍັງບັນດາຜູ້ໃຫ້ທຶນ ທີ່ໃຫ້ການສະໜັບສະໜູນແກ່ພວກເຮົາໃນຕະຫຼອດປີນີ້  – ມີທັງໝົດ ຫຼາຍກວ່າ 52 ພາກສ່ວນ! ພວກເຮົາຂໍສະແດງຄວາມຂອບໃຈມາຍັງຜູ້ໃຫ້ທຶນພາກລັດຖະບານຈາກ ສະຫະພາບເອີຣົບ, ສະຫະລັດອາເມຣິກາ, ອົດສະຕຣາລີ, ເຢຍລະມັນ, ສະວິດເຊີແລນ, ການາດາ, ລຸກຊຳບວກ, ຍີ່ປຸ່ນ, ເກົາຫຼີ ແລະ ໄອແລນ, ຕະຫຼອດເຖິງຜູ້ໃຫ້ທຶນພາກເອກະຊົນຫຼາຍພາກສ່ວນ ແລະ ອີກ 15 ອົງກອນທີີ່ລະດົມທຶນດ້ວຍຕົນເອງ. ຜູ້ໃຫ້ທຶນທຸກພາກສ່ວນທີ່ກ່າວມານັ້ນລ້ວນແຕ່ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດນີ້ ແລະ ຊ່ວຍໃຫ້ອົງການຈັດຕັ້ງທາງສັງຄົມຖືກຮັບຮູ້ໃນ ສປປ ລາວ.

ພວກເຮົາ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໃຫ້ການສະໜັບສະໜູນ ແລະ ໃຫ້ຄວາມຮ່ວມມືຢ່າງໃກ້ຊິດ, ຊຶ່ງລວມມີ ກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ, ກະຊວງພາຍໃນ, ກະຊວງຍຸຕິທຳ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ອີກຫຼາຍໆພາກສ່ວນ. ຖ້າປາສະຈາການເຮັດວຽກ ແລະ ທຸ່ມເທຢ່າງໜັກ ຂອງທຸກພາກສ່ວນທີ່ກ່າວມານັ້ນ, ພວກເຮົາກໍຈະບໍ່ສາມາດສ້າງຜົນກະທົບຮ່ວມກັນໄດ້.

ຂໍຂອບໃຈມາຍັງ ຄະນະບໍລິຫານງານ SUN CSA ແລະ ກອງເລຂາ ສຳລັບການເຮັດວຽກໃນປີນີ້. ຄວາມພະຍາຍາມຮ່ວມກັນຂອງພວກເຮົາຈະຫຼຸດໜ້ອຍຖອຍລົງ ຫາກປາສະຈາກຄວາມກະຕືລືລົ້ນ ແລະ ການສະໜັບສະໜູນຂອງເຂົາເຈົ້າ.

ໃນປີນີ ພວກເຮົາໄດ້ຮ່ວມກັນສ້າງການປ່ຽນແປງອັນຍິ່ງໃຫຍ່. ແຕ່ກໍຍັງມີອີກຫຼາຍວຽກທີ່ພວກເຮົາຍັງຈະຕ້ອງໄດ້ເຮັດ, ແຕ່ໃນວາລະສິ້ນສຸດປີ 2024 ນີ້, ພວກເຮົາຢາກຂໍຂອບໃຈມາຍັງທຸກທ່ານທີ່ທຸ້ມເທເຮັດວຽກ ແລະ ນຳມາຊຶ່ງຜົນຮັບທີ່ຍິ່ງໃຫຍ່. ພວກເຮົາມາສືບຕໍ່ແລກປ່ຽນ, ຮຽນຮູ້ ແລະ ເຮັດວຽກຮ່ວມກັນ ເພື່ອໂພຊະນາການທີ່ດີຂຶ້ນໃນທົ່ວປະເທດລາວໃນປີ 2025!

ຕິດຕາມພວກເຮົາໄດ້ທາງ ເຟສ໌ບຸກ, ຢູທູບ, ລິ້ງອິນ ແລະ ເວັບໄຊທ໌ ຂອງພວກເຮົາ ເພື່ອແບ່ງປັນຂໍ້ມູນຂ່າວທີ່ອັບເດດ, ທັກສະ ແລະ ຜົນກະທົບຕ່າງໆໃນປີຕໍ່ໄປ. ກະລຸນາຕິດຕໍ່ພວກເເຮົາໄດ້ທາງອີເມວຖ້າຫາກທ່ານຕ້ອງການຂໍ້ມູນດ້ານໂພຊະນາການ ຫຼື ຕ້ອງການຮັບຈົດໝາຍຂ່າວທາງອີເມລ໌ຂອງພວກເຮົາຢ່າງເປັນປະຈໍາ– info@suncsalaos.org.

Loading...