ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ການຮຽນຮູ້ ແລະ ແລກປ່ຽນທາງອອນໄລນ໌ທີ່ໜ້າສົນໃຈ: “ເຮືອນຕາກແຫ້ງພະລັງງານແສງອາທິດ” ທີ່ໃຊ້ງານໄດ້ຈິງ!

ການຮຽນຮູ້ ແລະ ແລກປ່ຽນທາງອອນໄລນ໌ທີ່ໜ້າສົນໃຈ: “ເຮືອນຕາກແຫ້ງພະລັງງານແສງອາທິດ” ທີ່ໃຊ້ງານໄດ້ຈິງ!

ຂໍຂອບໃຈຜູ້ເຂົ້າຮ່ວມທຸກທ່ານຈາກອົງກອນສະມາຊິກຂອງເຄືອຂ່າຍ ALISEA ແລະ SUN CSA ທີ່ເຂົ້າຮ່ວມໃນເວທີສົນທະນາອອນໄລນ໌ໃນມື້ນີ້. ການສົນທະນາແລກປ່ຽນໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງ “ເຮືອນຕາກແຫ້ງພະລັງງານແສງອາທິດ” ເກັບຖະໜອມຜົນຜະລິດ, ຫຼຸດຜ່ອນການສູນເສຍຫຼັງການເກັບກ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນອີກດ້ວຍ.ຂໍຂອບຝຈເປັນພິເສດມາຍັງ ທ່ານ ຄຳພາ ແກ້ວມະນີຈັນ ຈາກສະມາຄົມ CDEA  ແລະ ທ່ານ ນາງ ຄຳມອນ ຫຼວງລາດ ຈາກສະຫະກອນອິນຊີທົ່ງມັ່ງ ທີ່ໄດ້ແບ່ງປັນປະສົບການທີ່ມີຄ່າກ່ຽວກັບການອອກແບບ ແລະ ກໍ່ສ້າງເຮືອນຕາກແຫ້ງພະລັງງານແສງອາທິດ, ພ້ອມທັງໃຫ້ຄຳແນະນຳກ່ຽວກັບການອອກແບບໂຄງການເພື່ອຂໍທຶນ ແລະ ບອກເລົ່າກ່ຽວກັບຜົນສຳເລັດຈາກໂຄງການທີ່ໄດ້ທຶນຂະໜາດນ້ອຍ. ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ກ່ຽວກັບຂໍ້ດີຫຼາຍຢ່າງຂອງເຮືອນອົບຕາກແຫ້ງພະລັງງານແສງອາທິດເຊັ່ນ: ການເຮັດໃຫ້ແຫ້ງຢ່າງມີປະສິດທິພາບ, ຄຸນນະພາບຜະລິດຕະພັນທີ່ດີຂຶ້ນ, ການປ້ອງກັນຈາກການປົນເປື້ອນ, ຄ່າໃຊ້ຈ່າຍດ້ານພະລັງງານທີ່ຫຼຸດລົງ, ແລະ ຜົນປະໂຫຍດຕໍ່ສິ່ງແວດລ້ອມ.

Special Online Learning Session: The "Solar Dryer Dome" in Action

Loading...