ຊົມເຊີຍຄວາມຮ່ວມມື ແລະ ຄວາມຄືບໜ້າໃນວຽກງານສຸຂະພາບແມ່ ແລະ ເດັກ, ໂພຊະນາການ ແລະ WASH

ຊົມເຊີຍຄວາມຮ່ວມມື ແລະ ຄວາມຄືບໜ້າໃນວຽກງານສຸຂະພາບແມ່ ແລະ ເດັກ, ໂພຊະນາການ ແລະ WASH ຂໍສະແດງຄວາມຊົມເຊີຍມາຍັງ CHIAs Laos ແລະ ຄູ່ຮ່ວມງານທຸກພາກສ່ວນ, ຕະຫຼອດເຖິງງອົງກອນສະມາຊິກ SUN CSA ສຳລັບຄວາມພະຍາຍາມຢ່າງຕໍ່ເນື່ອງໃນການປັບປຸງສຸຂະພາບແມ່ ແລະ ເດັກ, ໂພຊະນາການ ແລະ WASH ໃນ ສປປ ລາວ! ກອງປະຊຸມແລກປ່ຽນ ແລະ ຮຽນຮູ້ກ່ຽວກັບວຽກງານສຸຂະພາບແມ່ ແລະ ເດັກ, ໂພຊະນາການ ແລະ WASH ໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2024 ທີ່ເມືອງໄຊ, ໂຮງແຮມພິມມະຈັນ, ແຂວງອຸດົມໄຊ. ກອງປະຊຸມຄັ້ງນີ້ໄດ້ເຕົ້າໂຮມເອົາຄູ່ຮ່ວມງານຫຼັກເພື່ອແລກປ່ຽນຄວາມຮູ້ ແລະ ຜົນສຳເລັດຮ່ວມກັນ. ຂໍຂອບໃຈເປັນພິເສດມາຍັງ CHIas ທີ່ໄດ້ຈັດກອງປະຊຸມນີ້ຂຶ້ນມາ ແລະ ຊ່ວຍໃຫ້ບັນດາຄູ່ຮ່ວມງານມາສາມດສົນທະນາ ແລະ ແລກປ່ຽນນຳກັນໄດ້. ມາຮ່ວມກັນສືບຕໍ່ສ້າງຜັນກະທົບຮ່ວມກັນຂອງພວກເຮົາ ໃນການມຸ່ງໄປສູ່ການສ້າງຊຸມຊົນທີ່ມີສຸຂະພາບທີ່ດີ ແລະ ໂພຊະນາການທີ່ດີຂຶ້ນສຳລັບທຸກຄົນ!
ເວທີສົນທະນາອອນໄລນ໌ສະຫຼຸບທ້າຍປີ ຂອງ SUN CSA 2024

ຂໍຂອບໃຈມາຍັງຜູ້ເຂົ້າຮ່ວມທັງໝົດ ຈາກ 13 ອົງກອນສະມາຊິກຂອງ SUN CSA ທີ່ໄດ້ເຂົ້າຮ່ວມເວທີສົນທະນາອອນໄລນ໌ສະຫຼຸບທ້າຍປີຂອງພວກເຮົາໃນມື້ນີ້! ໃນປີນີ້, ພວກເຮົາປະສົບຜົຍສຳເລັດອັນຍີ່ງໃຫຍ່ ຜ່ານຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ໃນນັ້ນລວມມີ 101 ກິດຈະກຳຮ່ວມ, ການຮຽນຮູ້ທີ່ພົ້ນເດັ່ນ, ການສະໜັບສະໜູນ ດ້ານໂພຊະນາການ ແລະ ການປະສານງານ. ນອກຈາກນີ້ ພວກເຮົາຍັງສາມາດເຂົ້າເຖິງຜູ້ຄົນຫຼາຍກວ່າ 390.000 ຄົນ ດ້ວຍຂໍ້ມູນດ້ານໂພຊະນາການທີ່ຈຳເປັນຜ່ານທາງ ເຟສບຸກ ຂອງພວກເຮົາ ແລະ ສະໜັບສະໜູນປະຊາຊົນໄດ້ເຖິງ 2.2 ລ້ານຄົນ ໃນຈຳນວນ 18 ແຂວງໂດຍຜ່ານ 110 ໂຄງການໂພຊະນາການທີ່ມີຜົນກະທົບ. ຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈ ມາຍັງບັນດາອົງກອນສະມາຊິກ ຂອງເຄືອຂ່າຍ SUN CSA ທີ່ແບ່ງປັນຄວາມສຳເລັດ ແລະ ການມີສ່ວນຮ່ວມໃນຄວາມສຳເລັດເຫຼົ່ານີ້ຕະຫຼອດໄລຍະປີທີ່ຜ່ານມາ. ຜົນງານອັນນ້າປະທັບໃຈຂອງບັນດາທ່ານ ໄດ້ສ້າງແຮງບັນດານໃຈໃຫ້ທຸກຄົນໄດ້ສືບຕໍ່ຜັນຂະຫຍາຍໃນຄວາມພະຍາຍາມດ້ານໂພຊະນາການ ຢູ່ ສປປ ລາວ ຕໍ່ໄປ.