ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກອງປະຊຸມປະສານງານວຽກງານໂພຊະນາການ SUN CSA

ໃນວັນທີ 19 ກຸມພາ 2025, ຜູ້ເຂົ້າຮ່ວມ 23 ທ່ານຈາກ 18 ອົງກອນ ສະມາຊິກ ໄດ້ເຂົ້າຮ່ວມ ກອງປະຊຸມປະສານງານວຽກງານໂພຊະນາການ SUN CSA ເພື່ອແບ່ງປັນກ່ຽວກັບວຽກງານໂຄງການດ້ານໂພຊະນາການທີ່ກຳລັງດຳເນີນຢູ່, ຄວາມຄືບໜ້າ, ສິ່ງທ້າທາຍ ແລະ ແຜນການໃນອະນາຄົດ. ກອງປະຊຸມຍັງໄດ້ສົນທະນາກ່ຽວກັບການຕິດຕາມການລະເມີດ BMS Code ໂດຍໃຊ້ AI, ການສະເໜີຊື່ເຂົ້າເພື່ອເປັນຄະນະ ຜູ້ບໍລິຫານງານ SUN CSA, ແລະ ໂອກາດທີ່ຈະມາເຖິງເຊັ່ນ: ການສະໜັບສະໜູນທຶນ, ກອງປະຊຸມໂພຊະນາການແຫ່ງຊາດໃນວັນທີ 18 ມີນາ, ແລະ ແພລັດຟອມດີຈິຕອລ໌ ເພື່ອຕິດຕາມການລະເມີດ Lao Code. ນອກຈາກນີ້, ສະມາຊິກຍັງໄດ້ຮັບການຊຸກຍູ້ໃຫ້ປະກອບສ່ວນກ່ຽວການເກັບກຳເອກະສານດ້ານໂພຊະນາການເພື່ອຮັບປະກັນການເຂົ້າເຖິງໄດ້ຜ່ານເວັບໄຊທ໌ SUN CSA. ກອງປະຊຸມຄັ້ງນີ້ໄດ້ສ້າງເວທີທີ່ມີຄ່າສຳລັບການຮ່ວມມື, ການຮຽນຮູ້ ແລະ ການເສີມສ້າງຜົນກະທົບຮ່ວມກັນດ້ານໂພຊະນາການໃນລາວ. ຂອບໃຈທຸກທ່ານສຳລັບຄວາມອຸທິດຕົນ ແລະ ການປະກອບສ່ວນ!

ຂໍການສະເໜີຊື່ຜູ້ສະໝັກຈາກ CSO ລາວ ແລະ ຈາກ INGO ເພື່ອເຂົ້າມາເປັນສະມາຊິກຄະນະບໍລິຫານງານ SUN CSA

ພວກເຮົາຂໍແຈ້ງມາຍັງທ່ານຊາບວ່າ ມີຕຳແໜ່ງວ່າງໃນຄະນະບໍລິຫານງານ SUN CSA 3 ຕໍາແໜ່ງສໍາລັບ CSO ລາວ ແລະ 3 ຕຳແໜ່ງສໍາລັບ INGO. ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດາອົງກອນສະມາຊິກ SUN CSA ລາວ ທັງຈາກ CSO ລາວ ແລະ ຈາກ INGO ສະເໜີຊື່ຜູ້ສະໝັກ. ຄະນະບໍລິຫານງານແມ່ນມີສະມາຊິກທັງໝົດ 10 ທ່ານ ແລະ ຕ້ອງການໃຫ້ມີຄວາມດຸ່ນດ່ຽງລະຫວ່າງ ສະມາຊິກທີ່ມາຈາກອົງການຈັດຕັ້ງທາງສັງຄົມລາວ (CSOs ລາວ) ກັບ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ (INGOs). ສະມາຊິກທີ່ດໍາລົງຕຳແໜ່ງໃນປັດຈຸບັນ ແມ່ນມາຈາກ CSO ລາວ 2 ທ່ານ ແລະ INGOs 4 ທ່ານ, ດັ່ງນັ້ນ ຈຶ່ງເປີດໃຫ້ສະມາຊິກ SUN CSA ລາວ ທີ່ມີເງື່ອນໄຂເໝາະສົມ ສະໝັກຕຳແໜ່ງວ່າງດັ່ງກ່າວ. ໜຶ່ງອົງກອນສາມາດສະເໜີຊື່ໄດ້ພຽງ 1 ທ່ານເທົ່ານັ້ນ. […]

Loading...