ກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ຄັ້ງວັນທີ 26 ສິງຫາ 2022

ສະມາຊິກ SUN CSA ເກືອບ 20 ທ່ານ ໄດ້ເຂົ້າຮ່ວມໃນກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ໃນວັນສຸກທີຜ່ານມາ! ກອງປະຊຸມໜ່ວຍງານສະໜັບສະໜູນຂອງ SUN CSA ໄດ້ຈັດຂຶ້ນໃນວັນທີ 26 ສິງຫາ 2022 ທີ່ຫ້ອງປະຊຸມຂອງສູນ LANI ແລະ ຜ່ານລະບົບ ZOOM, ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກອົງການແພລນສາກົນປະຈຳລາວ ແລະ ສະໜອງສະຖານທີ່ຈັດປະຊຸມໂດຍໂຄງການ LANI/CRS. ສະມາຊິກ SUN CSA ໄດ້ລາຍງານກ່ຽວກັບວຽກສະໜັບສະໜູນຂອງຕົນເອງໃນຕະຫຼອດໄລຍະຫົກເດືອນທີ່ຜ່ານມາ ແລະ ແຈ້ງແຜນວຽກສຳລັບຫົກເດືອນໃນຕໍ່ໜ້າ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ລະດົມແນວຄວາມຄິດເພື່ອດຳເນີນວຽກງານສະໜັບສະໜູນໃນສອງຫົວຂໍ້ໄດ້ແກ່: ນະໂຍບາຍການສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ ແລະ ການຕອບໂຕ້ຕໍ່ການບໍ່ຄໍ້າປະກັນດ້ານສະບຽງອາຫານ. ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືກ່ຽວກັບສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງການຂາດສານອາການກະທັນຫັນແບບເຊື່ອມສານ ຫຼື IMAM ພ້ອມກັບບາງຂໍ້ສະເໜີແນະໃນການແກ້ໄຂບັນຫາ, ຊຶ່ງຈະໄດ້ມີການນຳໄປປຶກສາຫາລືຮ່ວມກັບທາງ UNICEF ແລະ ລັດຖະບານໃນມໍ່ໆນີ້. ຂໍຂອບໃຈທຸກທ່ານທີ່ໄດ້ປະກອບຄຳຄິດເຫັນ ແລະ ແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານສະໜັບສະໜູນຂອງທ່ານ. ພວກເຮົາຈະປະຊຸມຮ່ວມກັນຄັ້ງຄໍ່ໄປໃນເດືອນກຸມພາ 2023.
ກອງປະຊຸມຂອງອົງກອນທີ່ເຮັດວຽກດ້ານໂພຊະນາການ SUN CSA ຄັ້ງວັນທີ 17 ສິງຫາ 2022

ພວກເຮົາໄດ້ລາຍງານກ່ຽວກັບວຽກໂພຊະນາການຂອງພວກເຮົາໃນກອງປະຊຸມຂອງໜ່ວຍງານໂພຊະນາການໂພຊະນາການຂອງ SUN CSA! ຂໍຂອບໃຈຜູ້ເຂົ້າຮ່ວມ 35 ທ່ານ ຈາກອົງກອນສະມາຊິກ SUN CSA ຫຼາຍກວ່າ 20 ອົງກອນ ທີ່ໄດ້ເຂົ້າຮ່ວມກອງປະຊຸມໜ່ວຍງານໂພຊະນາການຂອງ SUN CSA (SUN CSA Nutrition Working Group) ຜ່ານທາງອອນໄລນ໌ ໃນວັນທີ 17 ສິງຫາ 2022 ເພື່ອອັບເດດວຽກງານດ້ານໂພຊະນາການຂອງຕົນໃນໄລຍະສາມເດືອນທີ່ຜ່ານມາ ແລະ ແຈ້ງກ່ຽວກັບກິດຈະກຳໃນເດືອນຕໍ່ໜ້າ. ພວກເຮົາໄດ້ຮັບຟັງການນຳສະເໜີກ່ຽວກັບວຽກງານການຜະລິດ “ພົດຈະນານຸກົມຄຳສັບໂພຊະນາການ” ໂດຍອົງການ CRS ທີ່ພວກເຮົາຈະສາມາດເຂົ້າໄປມີສ່ວນຮ່ວມນຳໄດ້. ພວກເຮົາຍັງໄດ້ນຳສະເໜີກ່ຽວກັບຫົວຂໍ້ການຮ່ວມມືໃໝ່ ກ່ຽວກັບ ຄວາມບໍ່ໝັນຄົງດ້ານສະບຽງອາຫານ ແລະ ໂພຊະນາການ ແລະ ການຄຸ້ມຄອງການຂາດສານອາຫານກະທັນຫັນແບບເຊື່ອມສານ (IMAM), ຊຶ່ງຈະຖືກນຳໄປປຶກສາຫາລືຕື່ມໃນກອງປະຊຸມໜ່ວຍງານສະໜັບສະໜູນວຽວກໂພຊະນາການຂອງ SUN CSA ໃນວັນສຸກທີ 26 ສິງຫາ 2022 ທີ່ຈະມາເຖິງນີ້. ຂອບໃຈທຸກທ່ານທີ່ມີການຕິດຕໍ່ພົວພັນກັນຢ່າງເປັນປົກກະຕິ, ພວກເຮົາຈະພົບກັນໃໝ່ໃນອີກສາມເດືອນຂ້າງໜ້າ ໃນເດືອນພະຈິກທີ່ຈະມາເຖິງນີ້.