ພວກເຮົາໄດ້ລາຍງານກ່ຽວກັບວຽກໂພຊະນາການຂອງພວກເຮົາໃນກອງປະຊຸມຂອງໜ່ວຍງານໂພຊະນາການໂພຊະນາການຂອງ SUN CSA!
ຂໍຂອບໃຈຜູ້ເຂົ້າຮ່ວມ 35 ທ່ານ ຈາກອົງກອນສະມາຊິກ SUN CSA ຫຼາຍກວ່າ 20 ອົງກອນ ທີ່ໄດ້ເຂົ້າຮ່ວມກອງປະຊຸມໜ່ວຍງານໂພຊະນາການຂອງ SUN CSA (SUN CSA Nutrition Working Group) ຜ່ານທາງອອນໄລນ໌ ໃນວັນທີ 17 ສິງຫາ 2022 ເພື່ອອັບເດດວຽກງານດ້ານໂພຊະນາການຂອງຕົນໃນໄລຍະສາມເດືອນທີ່ຜ່ານມາ ແລະ ແຈ້ງກ່ຽວກັບກິດຈະກຳໃນເດືອນຕໍ່ໜ້າ. ພວກເຮົາໄດ້ຮັບຟັງການນຳສະເໜີກ່ຽວກັບວຽກງານການຜະລິດ “ພົດຈະນານຸກົມຄຳສັບໂພຊະນາການ” ໂດຍອົງການ CRS ທີ່ພວກເຮົາຈະສາມາດເຂົ້າໄປມີສ່ວນຮ່ວມນຳໄດ້. ພວກເຮົາຍັງໄດ້ນຳສະເໜີກ່ຽວກັບຫົວຂໍ້ການຮ່ວມມືໃໝ່ ກ່ຽວກັບ ຄວາມບໍ່ໝັນຄົງດ້ານສະບຽງອາຫານ ແລະ ໂພຊະນາການ ແລະ ການຄຸ້ມຄອງການຂາດສານອາຫານກະທັນຫັນແບບເຊື່ອມສານ (IMAM), ຊຶ່ງຈະຖືກນຳໄປປຶກສາຫາລືຕື່ມໃນກອງປະຊຸມໜ່ວຍງານສະໜັບສະໜູນວຽວກໂພຊະນາການຂອງ SUN CSA ໃນວັນສຸກທີ 26 ສິງຫາ 2022 ທີ່ຈະມາເຖິງນີ້.
ຂອບໃຈທຸກທ່ານທີ່ມີການຕິດຕໍ່ພົວພັນກັນຢ່າງເປັນປົກກະຕິ, ພວກເຮົາຈະພົບກັນໃໝ່ໃນອີກສາມເດືອນຂ້າງໜ້າ ໃນເດືອນພະຈິກທີ່ຈະມາເຖິງນີ້.