ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ຄັ້ງວັນທີ 26 ສິງຫາ 2022

ກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ຄັ້ງວັນທີ 26 ສິງຫາ 2022

ສະມາຊິກ SUN CSA ເກືອບ 20 ທ່ານ ໄດ້ເຂົ້າຮ່ວມໃນກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ໃນວັນສຸກທີຜ່ານມາ!

ກອງປະຊຸມໜ່ວຍງານສະໜັບສະໜູນຂອງ SUN CSA ໄດ້ຈັດຂຶ້ນໃນວັນທີ 26 ສິງຫາ 2022 ທີ່ຫ້ອງປະຊຸມຂອງສູນ LANI ແລະ ຜ່ານລະບົບ ZOOM, ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກອົງການແພລນສາກົນປະຈຳລາວ ແລະ ສະໜອງສະຖານທີ່ຈັດປະຊຸມໂດຍໂຄງການ LANI/CRS. ສະມາຊິກ SUN CSA ໄດ້ລາຍງານກ່ຽວກັບວຽກສະໜັບສະໜູນຂອງຕົນເອງໃນຕະຫຼອດໄລຍະຫົກເດືອນທີ່ຜ່ານມາ ແລະ ແຈ້ງແຜນວຽກສຳລັບຫົກເດືອນໃນຕໍ່ໜ້າ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ລະດົມແນວຄວາມຄິດເພື່ອດຳເນີນວຽກງານສະໜັບສະໜູນໃນສອງຫົວຂໍ້ໄດ້ແກ່: ນະໂຍບາຍການສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ ແລະ ການຕອບໂຕ້ຕໍ່ການບໍ່ຄໍ້າປະກັນດ້ານສະບຽງອາຫານ. ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືກ່ຽວກັບສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງການຂາດສານອາການກະທັນຫັນແບບເຊື່ອມສານ ຫຼື IMAM ພ້ອມກັບບາງຂໍ້ສະເໜີແນະໃນການແກ້ໄຂບັນຫາ, ຊຶ່ງຈະໄດ້ມີການນຳໄປປຶກສາຫາລືຮ່ວມກັບທາງ UNICEF ແລະ ລັດຖະບານໃນມໍ່ໆນີ້.

ຂໍຂອບໃຈທຸກທ່ານທີ່ໄດ້ປະກອບຄຳຄິດເຫັນ ແລະ ແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານສະໜັບສະໜູນຂອງທ່ານ. ພວກເຮົາຈະປະຊຸມຮ່ວມກັນຄັ້ງຄໍ່ໄປໃນເດືອນກຸມພາ 2023.