ກິດຈະກຳສະເຫຼີມສະຫຼອງສັບປະດາສາກົນລ້ຽງລູກດ້ວຍນ້ຳນົມແມ່ ທີ່ຈັດໂດຍສູນໂພຊະນາການ ທີ່ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ສະຫວັນນະເຂດ

ຂໍສະແດງຄວາມຊົມເຊີຍສູນໂພຊະນາການ, ບຸກຄະລາກອນທາງການແພດ ແລະ ຢູ່ຮ່ວມງານຈາກ CSOs ທີ່ໄດ້ເປີດບູດເພື່ອເຜີຍແຜ່ຂໍ້ມູນກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່ໃຫ້ແກ່ປະຊາຊົນໃນໄລຍະຜ່ານມາບໍ່ດົນນີ້! ກິດຈະກຳເຜີຍແຜ່ຂໍ້ມູນດັ່ງກ່າວໄດ້ຖືກຈັດຂຶ້ນຢູ່ 3 ແຂວງຄື: ຢູ່ຕະຫຼາດກາງຄືນ ນະຄອນຫຼວງວຽງຈັນ ໃນວັນທີ 6-7 ສິງຫາ, ຢູ່ຕະຫຼາດເຊົ້າ ແລະ ຕະຫຼາດກາງຄືນແຂວງຫຼວງພະບາງ ໃນວັນທີ 20-21 ສິງຫາ ແລະ ຢູ່ແຄມຂອງ ແຂວງສະຫວັນນະເຂດ ໃນວັນທີ 9-10 ກັນຍາ. ມີປະຊາຊົນຈຳນວນຫຼາຍພັນຄົນໄດ້ເຂົ້າມາຢ້ຽມຢາມບູດ ແລະ ສອບຖາມຂໍ້ມູນກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່, ໃນນັ້ນລວມມີຜູ້ເປັນແມ່, ພໍ່, ພໍ່ເຖົ້າ ແລະ ແມ່ເຖົ້າ, ຕະຫຼອດເຖິງສະມາຊິກຄົນອື່ນໆໃນຄອບຄົວ. ໃນຕະຫຼອດກິດຈະກຳດັ່ງກ່າວ ໄດ້ມີການຖາມ-ຕອບເພື່ອຮັບຂອງລາງວັນນຳອີກ. ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການໃນ ສປປ ລາວ ໄດ້ມອບເຄື່ອງຈຳນວນໜຶ່ງເພື່ອເປັນຂອງລາງວັນສຳລັບກິດຈະກຳດັ່ງກ່າວ, ຊຶ່ງປະກອບມີ ຈອກຈຳນວນ 120 ໜ່ວຍ ແລະ ຄັນຮົ່ມຈຳນວນ 140 ຄັນ. ຂໍຂອບໃຈມາຍັງ ອົງການແພລນສາກົນ ແລະ ສະຫະພາບເອີຣົບ ທີ່ໄດ້ສະໜອງງົບປະມານໃນການຜະລິດເຄື່ອງດັງກ່າວ.
ລາຍການສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA: ພົດຈະນານຸກົມກ່ຽວກັບວຽກງານໂພຊະນາການ ຄັ້ງວັນທີ 2 ກັນຍາ 2022

ອົງການບັນເທົາທຸກກາໂຕລິກ ຫຼື CRS ກຳລັງສ້າງພົດຈະນານຸກົມຄຳສັບວຽກໂພຊະນາການ ທີ່ຈະປະກອບມີຄຳສັບວິຊາການ ແລະ ຄຳສັບວິຊາການ ແລະ ຄຳສັບທີ່ໃຊ້ເຂົ້າໃນວຽກງານໂພຊະນາການ. ພົດຈະນານຸກົມດັ່ງກ່າວຈະກາຍເປັນບ່ອນອີງທີ່ສຳຄັນໃຫ້ແກ່ຄູ່ຮ່ວມພັດທະນາດ້ານໂພຊະນາການຂອງລາວທັງໝົດເຊັ່ນ ລັດຖະບານ, INGO/CSOs, ຜູ້ໃຫ້ທຶນ, UN, ນັກຄົ້ນຄວ້າ ແລະ ນັກສຶກສາ ໃນການນຳໃຊ້ຄຳສັບທີ່ມີຄວາມໝາຍຖືກຕ້ອງ. ການສ້າງພົດຈະນານຸກົມນີ້ແມ່ນເປັນກິດຈະກຳໜຶ່ງ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃນການຄົ້ນຄວ້າທາງດ້ານໂພຊະນາການ (ANRCB) ທີ່ໄດ້ຮັບທຶນຈາກ USAID, ທີ່ຈັດຕັ້ງປະຕິບັດໂດຍ, ສູນໂພຊະນາການ ແລະ ມະຫາວິທະຍາໄລ, ວິທະຍາໄລສຸຂະພາບ ແລະ ມະຫາວິທະຍາໄລເພີດູ່. ຂໍຂອບໃຈມາຍັງ 35 ທ່ານຈາກອົງກອນສະມາຊິກ SUN CSA ທີ່ປະກອບຄຳຄິດເຫັນໃສ່ໃນຮ່າງພົດຈະນານຸກົມຄຳສັບໂພຊະນາການນີ້ ໃນເວທີສົນທະນາອອນໄລນ໌ຂອງ SUN CSA ໃນວັນທີ 2 ກັນຍາທີ່ຜ່ານມານີ້. ພວກເຮົາຂໍເຊີນສະມາຊິກ SUN CSA ມາຮ່ວມປະກອບຄຳຄິດເຫັນ ແລະ ຄຳແນະນຳຕໍ່ກັບຮ່າງພົດຈະນານຸກົມດັ່ງກ່າວ ໂດຍສົ່ງໄປຍັງ ທ່ານ ສິດທິພອນ, ພະນັກງານໂຄງການ ANRCB Project/CRS ບໍ່ໃຫ້ກາຍວັນສຸກທີ […]