ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ລາຍການສົນທະນາອອນລາຍປະຈຳວັນສຸກ: ໂຄງການບໍລິຈາກນ້ຳນົມແມ່ ຄັ້ງວັນທີ 5 ສິງຫາ 2022

ບັນດາພະນັກງານຈາກອົງກອນສະມາຊິກຂອງ SUN CSA ໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການ ກ່ຽວກັບການບໍລິຈາກນໍ້ານົມແມ່ ໃນເວທີສົນທະນາອອນໄລນ໌ຂອງ SUN CSA ໃນວັນສຸກທີ 5 ສິງຫາ 2022 ທີ່ຜ່ານມາ. ການສົນທະນາດັ່ງກ່າວແມ່ນຈັດຂຶ້ນເພື່ອສະເຫຼີມສະຫຼອງ #ສັບປະດາສາກົນການລ້ຽງລູກດ້ວຍນໍ້ານົມແມ່ປະຈຳປີ2022. ໄດ້ມີຫຼາຍກວ່າ 30 ທ່ານເຂົ້າຮ່ວມໃນການສົນທະນາທີ່ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນໃນຄັ້ງນີ້, ຊຶ່ງຫົວຂໍ້ແມ່ນກ່ຽວກັບ  “ກິດຈະກຳການບໍລິຈາກນໍ້ານົມແມ່ ໂດຍສະມາຄົມສົ່ງເສີມສຸຂະພາບຄອບຄົວ”, ທີ່ນຳພາໂດຍ ສົມຈິງ ພັນທະສຸກ ແລະ ທີມ ຈາກສະມາຄົມສົ່ງເສີມສຸຂະພາບຄອບຄົວ ຫຼື @PFHA. ຜ່ານການນຳສະເໜີ ພວກເຮົາເຫັນໄດ້ວ່າການບໍລິຈາກນໍ້ານົມແມ່ມີຂໍ້ຄວນລະວັງໃນດ້ານຄວາມປອດໄພ ເນື່ອງຈາກມັນເປັນສິ່ງຈຳເປັນສຳລັບເດັກເກີດໃໝ່ທີ່ບໍ່ມີໂອກາດໄດ້ກິນນົມແມ່, ທຸກຄົນຄວນໄດ້ຮັບຄວາມຮູ້ກ່ຽວກັບວຽກງານດັ່ງກ່າວ ເພື່ອຮັບປະກັນໃຫ້ເດັກເຫຼົ່ານັ້ນໄດ້ມີນໍ້ານົມແມ່ກິນ ແລະ ຊ່ວຍຫຼຸດອັດຕາການຕາຍຂອງເດັກໄດ້. ວຽກງານການບໍລິຈາກນໍ້ານົມແມ່ນເປັນໜຶ່ງໃນຫຼາຍໆວຽກງານພາຍໃຕ້ແຜນງານໂພຊະນາການຂອງ PFHA, ທີ່ຍັງຕ້ອງການການຮ່ວມມືຈາກຫຼາຍອົງກອນ ໃນແງ່ຂອງການປະສານງານ, ວິຊາການ, ງົບປະມານ ແລະ ອື່ນໆ. ຖ້າທ່ານຕ້ອງການໃຫ້ການສະໜັບສະໜູນ, ກະລຸນາຕິດຕໍ່ສະມາຄົມ  PFHA ຫຼື ກອງເລາຂາ SUN CSA ພວກເຮົາມາເຮັດວຽກຮ່ວມກັນໃນຖານະເຄືອຂ່າຍເພື່ອ #ສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ໃນປະເທດລາວ. […]

ລາຍການສົນທະນາປະຈຳວັນສຸກຂອງ SUN CSA: ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ວຽກງານກະສິກຳ ຄັ້ງວັນທີ 15 ກໍລະກົດ 2022

ຂໍຊົມເຊີຍກຸ້ງນາງ (ຫຼື ເຄຊີ ມໍຣີສັນ)! ມີຫຼາຍຄົນໄດ້ຮຽນຮູ້ຈາກທ່ານ! ພະນັກງານເກືອບ 30 ທ່ານຈາກອົງກອນສະມາຊິກ SUN CSA ໄດ້ມີການສົນທະນາກັນຢ່າງຟົດຟື້ນກ່ຽວກັບຫົວຂໍ້ “ການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຳ້ປະກັນດ້ານສະບຽງອາຫານ” ໃນເວທີສົນທະນາປະຈຳວັນສຸກຂອງ SUN CSA. ຈາກການນຳສະເໜີ, ພວກເຮົາໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບ ຜົນກະທົບທີ່ເກີດຈາກກການປ່ຽນແປງຂອງດິນຟ້າອາກາດ, ຊຶ່ງປະກອບມີສູຕໍ່ຂະພາບ ແລະ ໂພຊະນາການ, ເສດຖະກິດ, ຄວາມບໍ່ສະເໝີພາບດ້ານບົດບາດຍິງ-ຊາຍ, ແລະ ຄວາມຮຸນແຮງ. ພວກເຮົາຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບມາດຕະການຫຼຸດຜ່ອນຜົນກະທົບ ແລະ ການປັບຕົວເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດ. ເຕັກນີກກະສິກຳແບບຍືນຍົງເພື່ອປັບໂຕເຂົ້າກັບການປ່ຽນແປງດິນຟ້າອາກາດ ເປັນເຄື່ອງມືທີ່ຖືກນຳໃຊ້ເຂົ້າໃນໂຄງການຂອງອົງການແຄຣ໌, ຊຶ່ງປະກອບມີສົ່ງເສີມຄວາມຫຼາກຫຼາຍດ້ານຜະລິດຕະພັນກະສິກຳ ແລະ ກະສິກຳແບບຍືນຍົງໃຫ້ແກ່ຊຸມຊົນ, ສົ່ງເສີມການເຂົ້າເຖິງຂໍ້ມູນອຸຕຸກະເສດດ, ແລະ ສົ່ງເສີມການຈັດແຜນການນຳໃຊ້ທີ່ດິນ ແລະ  ຕ່ອງໂສ້ການຕະຫຼາດ. ຂໍຂອບໃຈມາຍັງ ເຄຊີ ມໍຣີສັນ ທີ່ໄດ້ແບ່ງປັນບົດຮຽນກ່ຽວກັບໂຄງການຂອງທ່ານ ແລະເຮັດໃຫ້ຄວາມຮູ້ຂອງພວກເຮົາກ່ຽວກັບການຫຼຸດຜ່ອນຜົນກະທົບ ແລະ ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດເພີ່ມຂຶ້ນ ເພື່ອຊ່ວຍໃຫ້ພວກເຮົາສາມາດຮັບປະກັນໃຫ້ຊຸມຊົນມີຄວາມຄໍຳ້ປະກັນດ້ານສະບຽງອາຫານ. ຂໍຂອບໃຈທຸກທ່ານທີ່ເຂົ້າຮ່ວມ ແລະ ແລກປ່ຽນກັບພວກເຮົາ!

Loading...