ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກອງປະຊຸຸມສາມັນປະຈຳປີ (AGM) ຄັ້ງວັນທີ 29 ມີນາ 2023

ຂໍສະແດງຄວາມຊົມເຊີຍມາຍັງທຸກໆທ່ານທີ່ໄດ້ເຂົ້າຮ່ວມກອງປະຊຸມສາມັນປະຈຳປີ SUN CSA! ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມທັງໝົດຫຼາຍກວ່າ 60 ທ່ານ ທັງໃນຮູບແບບເຊິ່ງໜ້າ ແລະ ອອນໄລນ໌ ຈາກທັງໝົດ 10 ແຂວງ ແລະ ຫຼາຍກວ່າ 30 ອົງກອນທີ່ໄດ້ແບ່ງປັນການຖອດຖອນບົດຮຽນ ແລະ ຍັງໄດ້ວາງແຜນສຳລັບປີຕໍ່ໄປອີກນຳ. . ພວກເຮົາໄດ້ຮັບກຽດຈາກ ດຣ. ບຸນຍອດ ,ມູນຄາລັກ, ຮອງຫົວໜ້າສູນໂພຊະນາການ, ທີ່ໄດ້ກ່າວເປີດກອງປະຊຸມໃນຄັ້ງນີ້.ພ້ອມດ້ວຍ ທ່ານ ນາງ ຈັນທະລັງສີ ສີສຸວັນ ຈາກສູນພັັດທະນາຊົນນະບົດ ແລະ ທ່ານ ແອນໂທນີ ແກລນວີລ໌ ຈາກອົງການ ແຄຣ໌ ນານາຊາດ ປະຈຳ ສປປ ລາວ. . ຂໍຂອບໃຈທຸກທ່ານທີ່ໄດ້ຂຶ້ນນຳສະເໜີບົດຮຽນ ແລະ ສິ່ງປະສົບຜົນສຳເລັດໃນກອງປະຊຸມ ລວມມີ ທ່ານ ນາງ ປິ່ນແກ້ວ ຈາກສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ; ທ່ານ ນາງ ດຣ. ເກດສະດາສັກ […]

ເວທີສົນທະນາອອນໄລນ໌ປະຈຳວັນສຸກຫົວຂໍ້: ການພັດທະນາວາລະການຄົ້ນຄວ້າດ້ານໂພຊະນາການ ຂອງ ສປປ ລາວ ຄັ້ງວັນທີ 3 ມີນາ 2023

ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງອົງກອນສະມາຊິກ SUN CSA ທີ່ໄດ້ປະກອບຄຳຄິດເຫັນ ແລະ ແບ່ງປັນປະສົບການ ເຂົ້າໃນການພັດທະນາວາລະການຄົ້ນຄວ້າດ້ານໂພຊະນາການ ຂອງ ສປປ ລາວ. ພວກທ່ານໄດ້ມີສ່ວນສຳຄັນໃນການຊ່ວຍປັບປຸງການຈັດຕັ້ງປະຕິບັດວຽກງານໂພຊະນາການ. . ເວທີສົນທະນາອອນໄລນ໌ປະຈຳວັນສຸກ ໃນຄັ້ງວັນທີ 3 ມີນາ 2023 ໄດ້ມີການສົນທະນາເພື່ອລະດົມຄຳຄິດເຫັນເຂົ້າໃນການພັດທະນາວາລະການຄົ້ນຄວ້າດ້ານໂພຊະນາການ ຂອງ ສປປ ລາວ, ນຳພາການສົນທະນາໂດຍ ດຣ. ສົມພອນ ສຸຂະວົງ ຈາກສະຖາບັນສາທາລະນະສຸກ ແລະ ການແພດເຂດຮ້ອນ, ຊຶ່ງໄດ້ມີພະນັກງານຈາກອົງກອນສະມາຊິກ SUN CSA ເຂົ້າຮ່ວມ ຫຼາຍກວ່າ 30 ທ່ານ. ວາລະການຄົ້ນຄວ້າດ້ານໂພຊະນາການດັ່ງກ່າວ ແມ່ນໄດ້ຖືກພັດທະນາຂຶ້ນພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃນການຄົ້ນຄວ້າທາງດ້ານໂພຊະນາການຂອງອົງການບັນເທົາທຸກກາໂຕລິກ ເຊິ່ງມີຄູ່ຮ່ວມງານແມ່ນກະຊວງສາທາລະນະສຸກ ແລະ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ຊຶ່ງພວກເຮົາຫວັງວ່າ ພາຍຫຼັງທີ່ວາລະການຄົ້ນຄວ້າດັ່ງກ່າວ ໄດ້ຮັບການເຫັນດີເປັນເອກະພາບແລ້ວ, ຫຼາຍພາກສ່ວນກ່ຽວຂ້ອງຈະສາມາດນຳໃຊ້ເພື່ອເປັນຂໍ້ມູນອ້າງອີງເຂົ້າໃນການເຮັດວຽກສະໜັບສະໜູນໂພຊະນາການ. . ຂອບໃຈ ດຣ. ສົມພອນ ແລະ ທີມງານ ທີ່ໄດ້ມາແບ່ງປັນກ່ຽວກັບຄວາມຄືບໜ້າໃນການພັດທະນາວາລະການຄົ້ນຄວ້າໃນຄັ້ງນີ້ […]

Loading...