ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກອງປະຊຸມເຜີຍແຜ່ຜົນການສຶກສາ ແລະ ວາງແຜນກິດຈະກຳສະໜັບສະໜູນ ວຽກງານບໍ່ຄໍ້າປະກັນດ້ານສະບຽງອາຫານຂອງ SUN CSA ຄັ້ງວັນທີ 10 ພຶດສະພາ 2023

ຂໍສະແດງຄວາມຍິນດີ ແລະ ຂອບໃຈທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມເຜີຍແຜ່ ຜົນການສຶກສາຂອງ SUN CSA ກ່ຽວກັບການບໍ່ຄໍ້າປະກັນດ້ານສະບຽງອາຫານ! ຜູ້ເຂົ້າຮ່ວມທັງໝົດມີເກືອບ 50 ທ່ານ ທັງແບບຊ່ອງໜ້າ ແລະ ອອນໄລນ໌ ຈາກ ອົງການທີ່ບໍ່ຂຶ້ນກັບລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ສປຊ, ຜູ້ໃຫ້ທຶນ ແລະ ພາກລັດ ໂດຍໄດ້ປຶກສາຫາລືກ່ຽວກັບຜົນການສຶກສາ, ແລກປ່ຽນບົດຮຽນ ແລະ ປະສົບການໃນການຈັດຕັ້ງປະຕິບັດໂຄງການຄ້ຳປະກັນສະບຽງອາຫານ. . ຜົນການສຶກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງ SUN CSA ພົບວ່າ 91% ຂອງຄົວເຮືອນລາວ ປະເຊີນກັບສິ່ງທ້າທາຍທີ່ຕອບສະໜອງຄ່າຄອງຊີບຂອງຄອບຄົວຂອງເຂົາເຈົ້າໃນ 12 ເດືອນຜ່ານມາ. ເກືອບເຄິ່ງໜຶ່ງຂອງຄົວເຮືອນໄດ້ຂາດແຄນອາຫານໃນປີທີ່ຜ່ານມາ ແລະ 11% ບໍ່ໄດ້ກິນອາຫານຕະຫຼອດມື້ ຍ້ອນການຂາດແຄນອາຫານ. ຜົນສຳຫຼວດດັ່ງກ່າວ ແມ່ນເປັນເລື່ອງທີ່ໜ້າເປັນຫ່ວງ ແລະ ຜູ້ເຂົ້າຮ່ວມທັງໝົດໄດ້ສົນທະນາກັນເຖິງໃນປະຈຸບັນນີ້ພວກຈະຕອບສະໜອງແນວໃດ ເພື່ອສະໜັບສະໜູນຄອບຄົວຄົນລາວໃຫ້ເພີ່ມລາຍຮັບ ແລະ ປັບປຸງຄຸນນະພາບຊີວິດຂອງເຂົາເຈົ້າ. . ພວກເຮົາໄດ້ຮັບກຽດຈາກປະທານຮ່ວມ ທ່ານ ແອນໂທນີ ແກລນວີລ໌ ຈາກອົງການແຄຣ໌ ນານາຊາດ ປະຈຳ ສປປ […]

ການຝຶກອົບຮົມວຽກການຕິດຕາມ ແລະ ປະເມີນສຳລັບຕົວຊີ້ວັດວຽກງານໂພຊະນາການ

ສະມາຊິກ SUN CSA ໄດ້ເຂົ້າຮ່ວມໃນການຝຶກອົບຮົມການຕິດຕາມ ແລະ ການປະເມີນຜົນຕົວຊີ້ວັດວຽກງານໂພຊະນາການໃນວັນພະຫັດທີ 30 ມີນາ 2023 ໂດຍມີຜູ້ເຂົ້າຮ່ວມແບບຊ່ອງໜ້າ ແລະ ອອນໄລນ໌ອີກທັງໝົດ 52 ທ່ານ​ເຂົ້າ​ຮ່ວມ​ໂດຍມາຈາກອົງການ​ຈັດຕັ້ງທາງ​ສັງຄົມ ​ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານ (INGO) ບາງພາກສ່ວນ, ເຊິ່ງການຝຶກອົບຮົມຄັ້ງນີ້ແມ່ນນໍາພາໂດຍ ທ່ານ ອະໂນໄລ ວົງສຸທິ ຈາກອົງການ ພັດທະນາຂອງ ປະເທດເນເທີແລນ ປະຈຳລາວ. ການຝຶກອົບຮົມໄດ້ສຸມໃສ່ວິທີການເກັບກໍາຕົວຊີ້ວັດທີ່ຖືກຕ້ອງ ແລະ ເປັນປະໂຫຍດສໍາລັບຕົວຊີ້ວັດວຽກໂພຊະນາການໃນແຕ່ລະປະເພດທີ່ແຕກຕ່າງກັນ. ພະນັກງານຈາກອົງກອນຕ່າງໆໄດ້ແບ່ງປັນປະສົບການ ແລະ ຖອດຖອນບົດຮຽນຈາກການຝຶກໃຫ້ໄດ້ຫຼາຍສຸດ. ຜູ້ເຂົ້າຮ່ວມທຸກທ່ານແມ່ນມີຄວາມສົນໃຈໃນການສົນທະນາ ແລະ ການຮຽນຮູ້ກ່ຽວກັບການເຮັດໃຫ້ການຕິດຕາມກວດກາຄຸນນະພາບ ແລະ ການລາຍງານຜົນກະທົບຂອງໂຄງການທີ່ດີກວ່າ, ເຊິ່ງຊ່ວຍໃຫ້ພວກເຮົາສະແດງໃຫ້ເຫັນຜົນໄດ້ຮັບຂອງໃນການຊ່ວຍເຫຼືອຊຸມຊົນໄດ້ເປັນຢ່າງດີ. ຂໍຂອບໃຈ ທ່ານ ອະໂນໄລ ວົງສຸດທິ ທີ່ໄດ້ສະຫຼະເວລາມາຖ່າຍທອດຄວາມຮູ້ ແລະ ທັກສະໃຫ້ແກ່ສະມາຊິກ SUN CSA ລາວ ພ້ອມຂອບໃຈອົງການແພລນທີ່ໄດ້ສະໜັບສະໜູນງົບປະມານສຳລັບການຝຶກອົບຮົມຄັ້ງນີ້. ມາສືບຕໍ່ແບ່ງປັນທັກສະໃນການປັບປຸງວຽກໂພຊະນາການໃນລາວນຳກັນ!!

Loading...