ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ຄັ້ງວັນທີ 22 ກຸມພາ 2023

ສະມາຊິກ SUN CSA ລາວ ຈາກ 14 ອົງກອນ ໄດ້ຮ່ວມກັນປຶກສາຫາລືກ່ຽວກັບແຜນວຽກສະໜັບສະໜູນຂອງ SUN CSA ໃນວັນທີ 22 ກຸມພາ 2023. ພວກເຮົາເຮັດໄດ້ດີຫຼາຍ! ໃນກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ທີ່ໄດ້ຈັດຂຶ້ນແບບອອນໄລນ໌ ແລະ ເຊິ່ງໜ້າທີ່ຫ້ອງປະຊຸມຂອງສູນ LANI, ອົງກອນສະມາຊິກໄດ້ຮ່ວມກັນທົບທວນຄືນກ່ຽວກັບ ການຈັດຕັ້ງປະຕິບັດວຽກສະໜັບສະໜູນໃນໄລຍະ 6 ເດືອນທີ່ຜ່ານມາ ແລະ ໄດ້ຮ່ວມກັນກຳນົດຫົວຂໍ້ບູລິມະສິດ ແລະ ແຜນວຽກຮ່ວມກັນສຳລັບ 1 ປີຕໍ່ໜ້າ ເພື່ອທີ່ຈະນຳໄປນຳສະເໜີຕໍ່ກອງປະຊຸມສາມັນປະຈຳປີ 2023 ຂອງ SUN CSA ໃນວັນທີ 29 ມີນາທີ່ຈະມາເຖິງນີ້ ໄດ້ຮັບຮອງເອົາ. ຫົວຂໍ້ທີ່ອົງກອນສະມາຊິກ ເຫັນວ່າຄວນເປັນຫົວຂໍ້ບູລິມະສິດຮ່ວມກັນແມ່ນ ວຽກງານ 1000 ວັນທຳອິດຂອງຊີວິດ, ການມີສ່ວນຮ່ວມຂອງກຸ່ມຄົນດ້ອຍໂອກາດໃນວຽກງານໂພຊະນາການ, ວຽກງານ WASH ແລະ ການບໍ່ຄ້ຳປະກັນດ້ານສະບຽງອາຫານ ແລະ ອື່ນໆ. ພວກເຮົາຈະມີການທົບທວນຄືນກ່ຽວກັບແຜນວຽກສະໜັບສະໜູນນີ້ຕື່ມ ໃນເດືອນສິງຫາ […]

ກອງປະຊຸມຂອງອົງກອນທີ່ເຮັດວຽກດ້ານໂພຊະນາການ SUN CSA ຄັ້ງວັນທີ 8 ກຸມພາ 2022

ພວກເຮົາໄດ້ສຳເລັດການລາຍງານກ່ຽວກັບວຽກໂພຊະນາການຂອງພວກເຮົາໃນກອງປະຊຸມຂອງໜ່ວຍງານໂພຊະນາການ ຂອງ SUN CSA ໃນຕອນເຊົ້າວັນທີ 8 ກຸຸມພາທີ່ຜ່ານມາ. . ມີພະນັກງານຫຼາຍກວ່າ 20 ທ່ານຈາກອົງກອນສະມາຊິກໄດ້ເຂົ້າຮ່ວມກອງປະຊຸມໜ່ວຍງານໂພຊະນາການຂອງ SUN CSA (SUN CSA Nutrition Working Group) ຜ່ານທາງອອນໄລນ໌ ເພື່ອອັບເດດວຽກງານດ້ານໂພຊະນາການຂອງຕົນໃນໄລຍະສາມເດືອນທີ່ຜ່ານມາ ແລະ ແຈ້ງກ່ຽວກັບກິດຈະກຳໃນເດືອນຕໍ່ໜ້າ. ພວກເຮົາໄດ້ຮັບຟັງການລາຍງານວຽກທີ່ກ່ຽວຂ້ອງກັບໂພຊະນາການເຊັ່ນ ວຽກງານແພດເຄື່ອນທີ່, ສຸຂະພາບແມ່ ແລະ ເດັກ, ສຸຂະພາບແມ່ ແລະ ເດັກ, ນ້ຳ, ສຸຂະອານາໄມ, ສຸຂາພິບານ ແລະ ອື່ນໆ. ພວກເຮົາຍັງໄດ້ອັບເດດກາຽວກັບຄວາມຄືບໜ້າ ໃນການດຳເນີນການສຳຫຼວດການຄ້ຳສະບຽງອາຫານໃນຄົວເຮືອນ ແລະ ຊຸມຊົນໃນທົ່ວປະເທດ ໂດຍອົງກອນສະມາຊິກ SUN CSA ທີ່ກຳລັງດຳເນີນຢູ່ໃນໄລຍະເດືອນກຸມພານີ້. . ຂອບໃຈທຸກທ່ານທີ່ມີການຕິດຕໍ່ພົວພັນກັນຢ່າງເປັນປົກກະຕິ, ພວກເຮົາຈະພົບກັນໃໝ່ໃນອີກສາມເດືອນຂ້າງໜ້າ ໃນເດືອນພຶດສະພາທີ່ຈະມາເຖິງນີ້ ພ້ອມກັບກອງປະຊຸມສາມັນປະຈຳປີ (AGM) ໃນເດືອນມີນານີ້ເຊັ່ນກັນ.

Loading...