ເວທີສົນທະນາປະຈຳວັນສຸກຂອງ SUN CSA ຫົວຂໍ້: ແນວທາງໃນການຈັດຕັ້ງປະຕິບັດ ແລະ ຂໍ້ສະເໜີແນະກ່ຽວກັບວຽກງານອາຫານທ່ຽງໃນໂຮງຮຽນ ຈາກໂຄງການ LEAPS III.24 ພຶດສະພາ 2024

ເວທີສົນທະນາປະຈຳວັນສຸກຂອງ SUN CSA ຫົວຂໍ້: ແນວທາງໃນການຈັດຕັ້ງປະຕິບັດ ແລະ ຂໍ້ສະເໜີແນະກ່ຽວກັບວຽກງານອາຫານທ່ຽງໃນໂຮງຮຽນ ຈາກໂຄງການ LEAPS III. ວັນທີ: ວັນສຸກທີ 24 ພຶດສະພາ 2024, ເວລາ 9-10 ໂມງ ຜູ້ນຳສະເໜີ: ທ່ານ ວັດວິສາ ແກ້ວສາລີວົງ, ຫົວໜ້າໂຄງການ ສົ່ງເສີມໃຫ້ເດັກນ້ອຍທຸກຄົນ ໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະທີ 3 (LEAPS III) ຈາກອົງການຊ່ວຍເຫຼືອບັນເທົາທຸກກາໂຕລິກປະຈຳລາວ ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ), ດຳເນີນເປັນພາສາລາວ ໃນໂຄງການຂອງທ່ານ ໄດ້ເຮັດວຽກຮ່ວມກັບການສະໜັບສະໜູນວຽກງານອາຫານທ່ຽງໃນໂຮງຮຽນບໍ່? ໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນ ໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະທີ 3 (LEAPS III) ຈາກອົງການຊ່ວຍເຫຼືອບັນເທົາທຸກກາໂຕລິກປະຈຳລາວ ໄດ້ຈັດຕັ້ງປະຕິບັດວຽກດັ່ງກ່າວນີ້ຢູ່ບາງແຂວງໃນປະເທດລາວ, ຊຶ່ງປັດຈຸບັນແມ່ນເປັນໄລຍະທີ 3 ແລ້ວ, ທາງໂຄງການສາມາດຖອດຖອນແນວທາງປະຕິບັດທີ່ດີ ແລະ ຂໍ້ສະເໜີແນະ ແລະ ຈະໄດ້ມາແບ່ງປັນ ແລະ ແລກປ່ຽນກັບບັນດາທ່ານ. ສະນັ້ນ, ຢ່າພາດເວທີສົນທະນາອອນໄລນ໌ໃນວັນສຸກນີ້, ມາຮຽນຮູ້ເພີ່ມເຕີມຈາກໂຄງການຂອງອົງການ CRS ແລະ ແບ່ງປັນບົດຮຽນຂອງໂຄງການທ່ານ. ເວທີສົນທະນາ […]
ກອງປະຊຸມປະສານງານວຽກງານໂພຊະນາການ SUN CSA ວັນທີ 15 ພຶດສະພາ 2024

ໃນວັນທີ 15 ພຶດສະພາ 2024 ມີພະນັກງານ 30 ທ່ານ ຈາກອົງກອນສະມາຊິກ 14 ອົງກອນ ຮ່ວມແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳພາຍໃຕ້ໂຄງການໂພຊະນາການຂອງຕົນ, ຊຶ່ງເຫັນວ່າມີຄວາມຄືບໜ້າຫຼາຍຢ່າງ ແລະ ມັນໄດ້ຊ່ວຍໃຫ້ພວກເຮົາສາມາດວາງແຜນໃນການຮ່ວມມື, ປະສານງານ ແລະ ສະໜັບສະໜູນກັນໄດ້ດີຂຶ້ນ. ກອງເລຂາ ໄດ້ລາຍງານກ່ຽວກັບຜົນສຳເລັດທີ່ພົ້ນເດັ່ນຂອງເຄືອຂ່າຍ SUN CSA ເຊັ່ນ ຜົນສຳເລັດ ແລະ ກິດຈະກຳໃນໄລຍະ 10 ປີ SUN CSA, ໂອກາດສຳລັບສະມາຊິກ ແລະ ແຜນກິດຈະກຳຮ່ວມກັນຂອງເຄືອຂ່າຍໃນຕໍ່ໜ້າ. ຂໍຂອບໃຈມາຍັງອົງກອນສະມາຊິກທັງໝົດ ທີ່ໄດ້ສະຫຼະເວລາມາແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນໃນກອງປະຊຸມຄັ້ງນີ້. ເມື່ອພວກເຮົາຮ່ວມມືກັນ ພວກເຮົາຈະສາມາດປັບປຸງໂພຊະນາການໃນລາວໄດ້. ພວກເຮົາຈະພົບກັນໃໝ່ໃນກອງປະຊຸມຄັ້ງຕໍ່ໄປໃນ ເດືອນສິງຫາ 2024. ພວກເຮົາລໍຄອຍທີ່ຈະສະໜັບສະໜູນກິດຈະກຳດ້ານໂພຊະນາການຂອງອົງກອນທ່ານໃນອະນາຄົດ.