ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກອງປະຊຸມຂອງອົງກອນທີ່ເຮັດວຽກດ້ານໂພຊະນາການ SUN CSA ຄັ້ງວັນທີ 21 ກຸມພາ 2024

ສະມາຊິກ SUN CSA ໄດ້ອັບເດດກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການຂອງຕົນ ໃນກອງປະຊູມໜ່ວຍງານໂພຊະນາການຂອງ SUN CSA ໃນວັນທີ 21 ກຸມພາ 2024. ສະມາຊິກ SUN CSA 22 ທ່ານຈາກ 16 ອົງກອນ ໄດ້ເຂົ້າຮ່ວມ ແລະ ລາຍງານກ່ຽວກັບວຽກງານພາຍໃຕ້ໂຄງການໂພຊະນາການຂອງຕົນ ໃນກອງປະຊຸມປະສານງານວຽກງານໂພຊະນາການ ທີ່ໄດ້ຈັດຂັ້ນໃນວັນທີ 21 ກຸມພາ 2024, ອອນໄລນ໌ຜ່ານລະບົບຊູມ. ພາຍໃຕ້ວຽກງານສະໜັບສະໜູນຮ່ວມພາຍໃຕ້ຫົວຂໍ້ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ ແລະ ການຄໍ້າປະກັນດ້ານສະບຽງອາຫານ, ເຫັນວ່າມີຄວາມຄືບໜ້າໃນຫຼາຍດ້ານ ຊຶ່ງໄດ້ປະກອບສ່ວນເຂົ້າໃນວຽກງານການປັບປຸງໂພຊະນາການໂດຍລວມ. ໂຄງການທີ່ສະມາຊິກຂອງພວກເຮົາຈັດຕັ້ງປະຕິບັດຢູ່ແມ່ນຄອບຄຸມເອົາຫຼາຍຂະແໜງການເຊັ່ນ: WASH, ບົດບາດຍິງ-ຊາຍ, ກະສິກຳ, ການດຳລົງຊີວິດ ແລະ ອື່ນໆ, ຊຶ່ງມີສ່ວນສະໜັບສະໜູນຕົວຊີ້ວັດດ້ານໂພຊະນາການໃນ NPAN 2021-2025. ມີໂຄງການກະສິກຳທີ່ເປັນມິດກັບການປ່ຽນແປງສະພາບດິນຟ້າອາກາດໃໝ່ໆຫຼາຍໂຄງການ ທີ່ກຳລັງດຳເນີນຢູ່ໃນຫຼາຍເມືອງ ແລະ ຍັງມີອີກຫຼາຍໂຄງການທີ່ກຳລັງຈະເລີ່ມຈັດຕັ້ງປະຕິບັດໃນມໍ່ໆນີ້. ທ່ານສາມາດຮັບຟັງບັນທຶກກອງປະຊຸມ ແລະ ເບິ່ງບົກນຳສະເໜີໄດ້ທີ່ເວັບໄຊທ໌ SUN CSA. 🙏ຂອບໃຈທຸກທ່ານທີ່ໄດ້ສະຫຼະເວລາເພື່ອລາຍງານວຽກໂພຊະນາການຂອງທ່ານ ແລະ ປະສານສົມທົບວຽກງານຮ່ວມກັນ. […]

ເວທີປຶກສາຫາລືຂອງ SUN ລາວ ຫົວຂໍ້ “ບ່ອນເຮັດວຽກທີ່ເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່”

ສະບາຍດີອົງກອນສະມາຊິກ SUN CSA, ຫົວຂໍ້ຂອງສັບປະດາສາກົນການລ້ຽງລູກດ້ວຍນົມແມ່ໃນປີ 2023 ແມ່ນ “ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນສະຖານທີ່ເຮັດວຽກ ເພື່ອໃຫ້ການລ້ຽງລູກດ້ວຍນົມແມ່ເປັນໄປໄດ້”. ເພື່ອຊ່ວຍໃຫ້ທຸກຄົນປຶກສາຫາລື ແລະ ສົ່ງເສີມກ່ຽວກັບຫົວຂໍ້ນີ້, ອົງກອນສະມາຊິກ SUN CSA ຮ່ວມກັບ UNICEF ແລະ ລັດຖະບານລາວ ຈະໄດ້ຈັດເວທີປຶກສາຫາລືຂອງ SUN ລາວ ຫົວຂໍ້ ບ່ອນເຮັດວຽກທີ່ເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່ ໃນວັນພຸດທີ 2 ສິງຫາ 2023 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ແລະ ອອນໄລນ໌. ຈຸດປະສົງຂອງງານແມ່ນເພື່ອເພື່ອສົ່ງເສີມນະໂຍບາຍລະດັບຊາດກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່, ສົ່ງເສີມ ແລະ ສະໜັບສະໜູນ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ, ແບ່ງປັນແນວທາງການປະຕິບັດ ແລະ ສິ່ງທ້າທາຍຂອງບັນດາອົງກອນ ໃນການຈັດຕັ້ງປະຕິບັດນະໂຍບາຍການລ້ຽງລູກດ້ວຍນໍ່ານົມແມ່ຢູ່ບ່ອນເຮັດວຽກ ແລະ ເພື່ອປັບປຸງການຈັດຕັ້ງປະຕິບັດນະໂຍບາຍການລ້ຽງລູກດ້ວຍນົມແມ່ໃນບ່ອນເຮັດວຽກ.

Loading...