ເວທີສົນທະນາປະຈຳວັນສຸກຂອງ SUN CSA ຫົວຂໍ້: ແນວທາງໃນການຈັດຕັ້ງປະຕິບັດ ແລະ ຂໍ້ສະເໜີແນະກ່ຽວກັບວຽກງານອາຫານທ່ຽງໃນໂຮງຮຽນ ຈາກໂຄງການ LEAPS III.
ວັນທີ: ວັນສຸກທີ 24 ພຶດສະພາ 2024, ເວລາ 9-10 ໂມງ
ຜູ້ນຳສະເໜີ: ທ່ານ ວັດວິສາ ແກ້ວສາລີວົງ, ຫົວໜ້າໂຄງການ ສົ່ງເສີມໃຫ້ເດັກນ້ອຍທຸກຄົນ ໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະທີ 3 (LEAPS III) ຈາກອົງການຊ່ວຍເຫຼືອບັນເທົາທຸກກາໂຕລິກປະຈຳລາວ
ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ), ດຳເນີນເປັນພາສາລາວ
ໃນໂຄງການຂອງທ່ານ ໄດ້ເຮັດວຽກຮ່ວມກັບການສະໜັບສະໜູນວຽກງານອາຫານທ່ຽງໃນໂຮງຮຽນບໍ່? ໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນ ໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະທີ 3 (LEAPS III) ຈາກອົງການຊ່ວຍເຫຼືອບັນເທົາທຸກກາໂຕລິກປະຈຳລາວ ໄດ້ຈັດຕັ້ງປະຕິບັດວຽກດັ່ງກ່າວນີ້ຢູ່ບາງແຂວງໃນປະເທດລາວ, ຊຶ່ງປັດຈຸບັນແມ່ນເປັນໄລຍະທີ 3 ແລ້ວ, ທາງໂຄງການສາມາດຖອດຖອນແນວທາງປະຕິບັດທີ່ດີ ແລະ ຂໍ້ສະເໜີແນະ ແລະ ຈະໄດ້ມາແບ່ງປັນ ແລະ ແລກປ່ຽນກັບບັນດາທ່ານ. ສະນັ້ນ, ຢ່າພາດເວທີສົນທະນາອອນໄລນ໌ໃນວັນສຸກນີ້, ມາຮຽນຮູ້ເພີ່ມເຕີມຈາກໂຄງການຂອງອົງການ CRS ແລະ ແບ່ງປັນບົດຮຽນຂອງໂຄງການທ່ານ.
ເວທີສົນທະນາ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ.
ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມເວທີສົນທະນາຂອງ SUN CSA:
- ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ.
- ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກຂອງທ່ານ.
- ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້.
ກະລຸນາສົ່ງຕໍ່ການເຊີນນີ້ໃຫ້ກັບພະນັກງານໃນອົງກອນຂອງທ່ານ.
ຄລິກໃສ່ລິ້ງດ້ານລຸ່ມເພື່ອເຂົ້າຮ່ວມເວທີສົນທະນາ
Join Zoom Meeting
https://zoom.us/j/98170408803?pwd=R0xqMm83cG1RS0U0c2FuMGJTUVRIQT09
Meeting ID: 981 7040 8803
Passcode: 528233