ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ກິດຈະກຳ
  • >
  • ກອງປະຊຸມປະສານງານວຽກງານໂພຊະນາການ SUN CSA ວັນທີ 15 ພຶດສະພາ 2024

ກອງປະຊຸມປະສານງານວຽກງານໂພຊະນາການ SUN CSA ວັນທີ 15 ພຶດສະພາ 2024

ໃນວັນທີ 15 ພຶດສະພາ 2024 ມີພະນັກງານ 30 ທ່ານ ຈາກອົງກອນສະມາຊິກ 14 ອົງກອນ ຮ່ວມແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳພາຍໃຕ້ໂຄງການໂພຊະນາການຂອງຕົນ, ຊຶ່ງເຫັນວ່າມີຄວາມຄືບໜ້າຫຼາຍຢ່າງ ແລະ ມັນໄດ້ຊ່ວຍໃຫ້ພວກເຮົາສາມາດວາງແຜນໃນການຮ່ວມມື, ປະສານງານ ແລະ ສະໜັບສະໜູນກັນໄດ້ດີຂຶ້ນ. ກອງເລຂາ ໄດ້ລາຍງານກ່ຽວກັບຜົນສຳເລັດທີ່ພົ້ນເດັ່ນຂອງເຄືອຂ່າຍ SUN CSA ເຊັ່ນ ຜົນສຳເລັດ ແລະ ກິດຈະກຳໃນໄລຍະ 10 ປີ SUN CSA, ໂອກາດສຳລັບສະມາຊິກ ແລະ ແຜນກິດຈະກຳຮ່ວມກັນຂອງເຄືອຂ່າຍໃນຕໍ່ໜ້າ.

ຂໍຂອບໃຈມາຍັງອົງກອນສະມາຊິກທັງໝົດ ທີ່ໄດ້ສະຫຼະເວລາມາແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນໃນກອງປະຊຸມຄັ້ງນີ້. ເມື່ອພວກເຮົາຮ່ວມມືກັນ ພວກເຮົາຈະສາມາດປັບປຸງໂພຊະນາການໃນລາວໄດ້. ພວກເຮົາຈະພົບກັນໃໝ່ໃນກອງປະຊຸມຄັ້ງຕໍ່ໄປໃນ ເດືອນສິງຫາ 2024. ພວກເຮົາລໍຄອຍທີ່ຈະສະໜັບສະໜູນກິດຈະກຳດ້ານໂພຊະນາການຂອງອົງກອນທ່ານໃນອະນາຄົດ.

Loading...