ເວທີສົນທະນາອອນໄລນ໌ປະຈຳວັນສຸກ SUN CSA ວັນທີ 14 ມິຖຸນາ 2024

ເວທີສົນທະນາອອນໄລນ໌ປະຈຳວັນສຸກ SUN CSA ວັນທີ 14 ມິຖຸນາ 2024 ຫົວຂໍ້ ຄູ່ມືຄວາມຮູ້ພື້ນຖານ ດ້ານໂພຊະນາການ ຂອງຫຼາຍຂະແໜງການ ໂດຍ ທ່ານ ນາງປານຕາວັນ ແກ້ວບົວລິດ ຈາກ SNV
ເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA ໃນວັນທີ 24 ພຶດສະພາ 2024 ກ່ຽວກັບ ແນວທາງໃນການຈັດຕັ້ງປະຕິບັດ ແລະ ຂໍ້ສະເໜີແນະກ່ຽວກັບວຽກງານອາຫານທ່ຽງໃນໂຮງຮຽນ ຈາກໂຄງການ LEAPS III

ພະນັກງານ 55 ທ່ານ ຈາກອົງກອນສະມາຊິກ 13 ອົງກອນ ເຂົ້າຮ່ວມເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA ໃນວັນທີ 24 ພຶດສະພາ 2024 ມີມື້ນີ້ເຕັມໄປດ້ວຍຂໍ້ມູນທີ່ເປັນປະໂຫຍດຫຼາຍ! ພວກເຮົາໄດ້ຮຽນຮູ້ຢ່າງເລິກເຊິ່ງກ່ຽວກັບ ແນວທາງໃນການຈັດຕັ້ງປະຕິບັດ ແລະ ຂໍ້ສະເໜີແນະກ່ຽວກັບວຽກງານອາຫານທ່ຽງໃນໂຮງຮຽນ ຈາກໂຄງການ LEAPS III ! ທ່ານ ວັດວິສາ ແກ້ວສາລີວົງ, ຫົວໜ້າໂຄງການ ສົ່ງເສີມໃຫ້ເດັກນ້ອຍທຸກຄົນ ໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະທີ 3 (LEAPS III) ຈາກອົງການຊ່ວຍເຫຼືອບັນເທົາທຸກກາໂຕລິກປະຈຳລາວ ໄດ້ມາແລກປ່ຽນບົດຮຽນຮ່ວມກັບສະມາຊິກ SUN CSA ໃນເວທີສົນທະນາອອນໄລນ໌ໃນຕອນເຊົ້າຂອງມື້ນີ້ ກ່ຽວກັບແນວທາງໃນການຈັດຕັ້ງປະຕິບັດ ແລະ ຂໍ້ສະເໜີແນະກ່ຽວກັບວຽກງານອາຫານທ່ຽງໃນໂຮງຮຽນ ຈາກໂຄງການ LEAPS III, ເປົ້າໝາຍຂອງວຽກງານອາຫານທ່ຽງແມ່ນເພື່ອ ເພີີ່ມອັດຕາການເຂົົ້າຮຽນ, ປັບປຸງສະພາບໂພຊະນາການຂອງນັກຮຽນ, ສົົ່ງເສີມໃຫ້ມີການຜະລິດກະສິກໍາໃນໂຮງຮຽນ ລວມທັງສວນ ຄົວໂຮງຮຽນ ເຫຼົ່ານີ້ເປັນຕົ້ນ. ໂຄງການໄດ້ໃຫ້ຄວາມສຳຄັນກັບການມີສ່ວນຮ່ວມ ແລະ ການປະກອບສ່ວນຂອງຊຸມຊົນ ເພື່ອໃຫ້ໝາກຜົນຂອງໂຄງການມີຄວາມຍືນຍົງ. ຂໍຂອບໃຈ ທ່ານ ວັດວິສາ ແກ້ວສາລີວົງ ທີ່ສະຫຼະເວລາ ເພື່ອມາແບ່ງປັນຄວາມຮູ້ນີ້ໃຫ້ກັບບັນດາສະມາຊິກ […]