ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • Uncategorized
  • >
  • ຄະນະບໍລິຫານງານ SUN CSA ປະຊຸມຄັ້ງທໍາອິດກັບສະມາຊິກໃຫມ່

ຄະນະບໍລິຫານງານ SUN CSA ປະຊຸມຄັ້ງທໍາອິດກັບສະມາຊິກໃຫມ່

ໃນວັນທີ 24 ເມສາ 2025 ທີ່ຜ່ານມາ, ຄະນະບໍລິຫານງານໃໝ່ຂອງ SUN CSA ໄດ້ຈັດກອງປະຊຸມຕ້ອນຮັບສະມາຊິກໃໝ່ ແລະ ສະມາຊິກທີີ່ກັບມາ!

ໂດຍຂໍ້ຈໍາກັດທາງດ້ານການສະຫນອງທຶນຂອງ SUN CSA ໃນປັດຈຸບັນ ແມ່ນຈະເຮັດວຽກໂດຍບໍ່ມີການສະຫນັບສະຫນູນຈາກກອງເລຂາ ແຕ່ຄະນະບໍລິຫານງານ ໃຫມ່ຂອງເຮົາແມ່ນມີຄວາມຕື່ນເຕັ້ນ ແລະ ກຽມພ້ອມສໍາລັບສິ່ງທ້າທາຍນີ້. ພວກເຮົາພູມໃຈທີ່ຈະເວົ້າວ່າ ຄະນະບໍລິຫານງານຄົນໃໝ່ຂອງພວກເຮົາມີຄວາມສົມດູນລະຫວ່າງເພດຍິງ-ຊາຍຢ່າງສົມບູນແບບ ແລະ ມີການຜະສົມຜະສານຂອງບັນດາຜູ້ນຳທີ່ເປັນຄົນຮຸ່ນໃໝ່ ແລະ ລະດັບອາວຸໂສ. ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ, ພວກ​ເຮົາ​ໄດ້​ແລກ​ປ່ຽນ​ຂໍ້ມູນການ​ປັບ​ປຸງ​ກ່ຽວ​ກັບ​ອົງ​ການ​ຈັດ​ຕັ້ງ​ຂອງ​ພວກ​ເຮົາ ​ສະເພາະດ້ານໂພ​ຊະ​ນາ​ ແລະ​ ຄວາມອ່ອນ​ໄຫວ​ໃນ​ດ້ານ​ກະ​ສິ​ກໍາ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນໍ້າສະອາດ, ການ​ນໍາ​ພາ​ຊາວ​ຫນຸ່ມ, ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ຊຸມ​ຊົນ, ແລະ ສຸຂະພາບ. ເຄືອຂ່າຍໂພຊະນາການໃນລາວຈະມີອະນາຄົດສົດໃສຂຶ້ນ! ຄະນະບໍລິຫານງານໃຫມ່ແມ່ນມີຄວາມມຸ່ງຫມັ້ນທີ່ຈະທົບທວນຄືນແຜນການໃນປີ 2025 ແລະ ພວກເຮົາຈະຊອກຫາວິທີການທີ່ສ້າງສັນ ແລະ ນະວັດກໍາໃຫມ່ເພື່ອນໍາໃຊ້ແນວທາງ ຂອງພວກເຮົາຢ່າງມີປະສິດທິພາບດ້ວຍຕົ້ນທຶນຕໍ່າ.

ພວກເຮົາຂໍເຊີນຊວນທຸກທ່ານຕິດຕາມເພຈຂອງພວກເຮົາເພື່ອຮັບການອັບເດດ ແລະ ຕິດຕໍ່ຫາພວກເຮົາຖ້າທ່ານມີແນວຄວາມຄິດໃຫ້ແກ່ພວກເຮົາ!

Loading...