ຄະນະບໍລິຫານງານ SUN CSA ປະຊຸມຄັ້ງທໍາອິດກັບສະມາຊິກໃຫມ່

ໃນວັນທີ 24 ເມສາ 2025 ທີ່ຜ່ານມາ, ຄະນະບໍລິຫານງານໃໝ່ຂອງ SUN CSA ໄດ້ຈັດກອງປະຊຸມຕ້ອນຮັບສະມາຊິກໃໝ່ ແລະ ສະມາຊິກທີີ່ກັບມາ! ໂດຍຂໍ້ຈໍາກັດທາງດ້ານການສະຫນອງທຶນຂອງ SUN CSA ໃນປັດຈຸບັນ ແມ່ນຈະເຮັດວຽກໂດຍບໍ່ມີການສະຫນັບສະຫນູນຈາກກອງເລຂາ ແຕ່ຄະນະບໍລິຫານງານ ໃຫມ່ຂອງເຮົາແມ່ນມີຄວາມຕື່ນເຕັ້ນ ແລະ ກຽມພ້ອມສໍາລັບສິ່ງທ້າທາຍນີ້. ພວກເຮົາພູມໃຈທີ່ຈະເວົ້າວ່າ ຄະນະບໍລິຫານງານຄົນໃໝ່ຂອງພວກເຮົາມີຄວາມສົມດູນລະຫວ່າງເພດຍິງ-ຊາຍຢ່າງສົມບູນແບບ ແລະ ມີການຜະສົມຜະສານຂອງບັນດາຜູ້ນຳທີ່ເປັນຄົນຮຸ່ນໃໝ່ ແລະ ລະດັບອາວຸໂສ. ໃນລະຫວ່າງກອງປະຊຸມ, ພວກເຮົາໄດ້ແລກປ່ຽນຂໍ້ມູນການປັບປຸງກ່ຽວກັບອົງການຈັດຕັ້ງຂອງພວກເຮົາ ສະເພາະດ້ານໂພຊະນາ ແລະ ຄວາມອ່ອນໄຫວໃນດ້ານກະສິກໍາ, ການປ່ຽນແປງຂອງດິນຟ້າອາກາດ, ນໍ້າສະອາດ, ການນໍາພາຊາວຫນຸ່ມ, ການສ້າງຄວາມເຂັ້ມແຂງຂອງຊຸມຊົນ, ແລະ ສຸຂະພາບ. ເຄືອຂ່າຍໂພຊະນາການໃນລາວຈະມີອະນາຄົດສົດໃສຂຶ້ນ! ຄະນະບໍລິຫານງານໃຫມ່ແມ່ນມີຄວາມມຸ່ງຫມັ້ນທີ່ຈະທົບທວນຄືນແຜນການໃນປີ 2025 ແລະ ພວກເຮົາຈະຊອກຫາວິທີການທີ່ສ້າງສັນ ແລະ ນະວັດກໍາໃຫມ່ເພື່ອນໍາໃຊ້ແນວທາງ ຂອງພວກເຮົາຢ່າງມີປະສິດທິພາບດ້ວຍຕົ້ນທຶນຕໍ່າ. ພວກເຮົາຂໍເຊີນຊວນທຸກທ່ານຕິດຕາມເພຈຂອງພວກເຮົາເພື່ອຮັບການອັບເດດ ແລະ ຕິດຕໍ່ຫາພວກເຮົາຖ້າທ່ານມີແນວຄວາມຄິດໃຫ້ແກ່ພວກເຮົາ!
Seminar 21: LAO – ການສຶກສາທາດສັງກະສີໃນລາວ
ການສຳມະນາກ່ຽວກັບໂພຊະນາການໃນໂຄງການສ້າງຄວາມເຂັ້ມແຂງໃນການຄົ້ນຄວ້າ ທາງດ້ານໂພຊະນາການ (ANRCB) “ການສຶກສາ ທາດສັງກະສີ ໃນລາວ” ການສຳມະນາຄັ້ງນີ້ຈະນຳສະເໜີ ການທຳຄວາມເຂົ້າໃຈຜົນກະທົບຂອງການເສີມທາງສັງກະສີ, ວິຕາມິນ ແລະ ເກືອແຮ່ ຫຼື ການປິ່ນປົວດ້ວຍທາງສັງກະສີ ສຳລັບຖອກທ້ອງ ຕໍ່ສຸຂະພາບ ແລະ ໂພຊະນາການ ຂອງເດັກນ້ອຍລາວ ນຳສະເໜີໂດຍ ທ່ານ ປອ. ດຣ. ແສງຈັນ ກຸນນາວົງ (ສາດສະດາຈານພິເສດ) ຮອງປະທານສະມາຄົມສາທາລະນະສຸກລາວ