ພວກເຮົາໄດ້ຮູ້ຈັກກັບ “ປະຕິທິນກົດໝາຍ” ທີ່ເປັນເຄື່ອງມືທີ່ຈະຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງ ບາງຂໍ້ກົດໝາຍທີ່ມີຄວາມສຳຄັນ ແລະ ຕິດພັນກັບການດຳລົງຊີວິດ!
ມີພະນັກງານຫຼາຍກວ່າ 20 ທ່ານໄດ້ເຂົ້າຮ່ວມເວທີສົນທະນາອອນໄລນ໌ປະຈຳວັນສຸກ ໃນວັນທີ 10 ມີນາ 2023 ເພື່ອຮຽນຮູ້ກ່ຽວກັບເຄື່ອງມືທີ່ຈະຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງ ບາງຂໍ້ກົດໝາຍທີ່ມີຄວາມສຳຄັນ ແລະ ຕິດພັນກັບການດຳລົງຊີວິດ, ຊຶ່ງນຳພາໂດຍ ທ່ານ ວໍຣະສອນ ແດງກະຍາພິຈິດ ຈາກກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG). ປະຕິທິນກົດໝາຍ ແມ່ນເຄື່ອງມືສື່ສານທີ່ພັດທະນາໂດຍ LIWG ຊຶ່ງມີເນື້ອໃນຄັດຈາກນິຕິກຳ ແລະ ນະໂຍບາຍຕ່າງໆ ທີ່ມີລັກສະນະເຂົ້າໃຈງ່າຍ ແລະ ສາມາດເປັນເຄື່ອງມືສຳລັບການເຜີຍແຜ່ຂໍ້ມູນໃຫ້ປະຊາຊົນໃນທ້ອງຖິ່ນ; ພ້ອມທັງເປັນບ່ອນອີງ ແລະ ຂໍ້ແນະນຳທາງດ້ານກົດໝາຍ ເພື່ອຊ່ວຍຊຸມຊົນໃນການບໍລິຫານທີ່ດິນ, ປ່າໄມ້, ນ້ຳ, ຊັບພະຍາກອນທຳມະຊາດ ສີ່ງແວດລ້ອມ ໃຫ້ມີຄວາມຍືນຍົງ.
.
ຂອບໃຈ ທ່ານ ວໍຣະສອນ ແລະ ຜູ້ເຂົ້າຮ່ວມທຸກທ່ານທີ່ໄດ້ສະຫຼະເວລາເຂົ້າຮ່ວມການສົນທະນາໃນຄັ້ງນີ້, ຊຶ່ງເປັນການແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ຕໍ່ການຮ່ວມມືຂອງອົງກອນສະມາຊິກ SUN CSA ໃນຕໍ່ໜ້າ.