ເວທີສົນທະນາປະຈຳວັນສຸກຂອງ SUN CSA: ຄວາມຄິດລິເລີ່ມສ້າງບ້ານໂພຊະນາການຕົວແບບ.
ວັນທີ: ວັນສຸກທີ 28 ກໍລະກົດ 2023, ເວລາ 9-10 ໂມງ
ຜູ້ນຳສະເໜີ: ທ່ານ ເຢັ້ງຈັ້ງ ຈື່ຢົງ, ຜູ້ຊ່ວຍໂຄງການ, ອົງການແຄຣິຕັສ ລຸກຊຳບວກ ປະຈຳລາວ.
ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ), ດຳເນີນເປັນພາສາລາວ
ການສົ່ງເສີມໂພຊະນາການທີ່ດີຖືເປັນວຽກບຸລິມະສິດຂອງການພັດທະນາໃນ ສປປ ລາວ. ປື້ມຄູ່ມືການສ້າງບ້ານໂພຊະນາການຕົວແບບ ຈຶ່ງໄດ້ຮັບການພັດທະນາຂຶ້ນມາ ໂດຍມີຈຸດປະສົງເພື່ອແນ່ໃສ່ການຈັດຕັ້ງປະຕິບັດນະໂຍບາຍຍຸດທະສາດ ແລະ ແຜນການປະຕິບັດວຽກງານໂພຊະນາການໃຫ້ປາກົດຜົນເປັນຈິງ. ການນຳສະເໜີຈາກ Caritas ໃນຄັ້ງນີ້ ຈະສະແດງໃຫ້ພວກເຮົາເຫັນເຖິງການຈັດຕັ້ງປະຕິບັດກິດຈະກຳພາຍໃຕ້ໂຄງການ SILANS ທີ່ຕອບສະໜອງທາງກົງ ແລະ ທາງອ້ອມຕໍ່ກັບມາດຕະຖານ ແລະ ຕົວຊີ້ວັດ ໃນການເປັນບ້ານໂພຊະນາການຕົວແບບ. ທ່ານສາມາດຮຽນຮູ້ເພີ່ມເຕີມ ໂດຍການເຂົ້າຮ່ວມໃນເວທີສົນທະນາ SUN CSA ໃນວັນສຸກນີ້.
ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ.
ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມລາຍການສົນທະນາຂອງ SUN CSA:
- ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ.
- ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກຂອງທ່ານ.
- ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້.
ກະລຸນາສົ່ງຕໍ່ການເຊີນນີ້ໃຫ້ກັບພະນັກງານໃນອົງກອນຂອງທ່ານ.
ຖ້າທ່ານສົນໃຈເຂົ້າຮ່ວມກິດຈະກຳແມ່ນໃຫ້ຕິດຕໍ່ຫາ info@suncsalaos.org