ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ຄະນະຜູ້ແທນລາວໄດ້ສ້າງຄວາມເຂັ້ມແຂງດ້ານອາຫານໃນໂຮງຮຽນຜ່ານການແລກປ່ຽນບົດຮຽນຈາກພາກພື້ນອາຊີ

ໃນລະຫວ່າງວັນທີ 30 ກັນຍາ ຫາວັນທີ 3 ຕຸລານີ້, ຄະນະຜູ້ແທນລາວທີ່ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນການຮຽນຮູ້ກ່ຽວກັບອາຫານທ່ຽງໃນໂຮງຮຽນ, ເຊິ່ງຈັດຂຶ້ນຢູ່ປະເທດຟີລິບປິນ ໂດຍອົງການເຄືືອຄ່າຍອົງການຈັດຕັ້ງທາງສົງຄົມເພື່ອສົ່ງເສີມໂພຊະນາການ ປະຈໍາອາຊີ (SUN Civil Society Alliances). ກິດຈະກໍາດັ່ງກ່າວໄດ້ນໍາເອົາຜູ້ຊ່ຽວຊານ ແລະ ນັກປະຕິບັດຮ່ວມກັນເພື່ອແລກປ່ຽນຍຸດທະສາດການປັບປຸງໂພຊະນາການ ແລະ ການສຶກສາໂດຍຜ່ານໂຄງການອາຫານໃນໂຮງຮຽນໃຫ້ມີປະສິດທິພາບ. ຕາງໜ້າຈາກປະເທດລາວມີ: ທ່ານ ທະນົງຈິດ ພັນທະບາ, ຮອງຫົວໜ້າໜ່ວຍງານອາຫານທ່ຽງຂອງໂຮງຮຽນ, IEPC. ທ່ານ ທອງຈັນ ບົວພາວົງ, ຜູ້ປະສານງານປະຈຳ ARMI. ທ່ານ ສຸລິວັນ ວິໄລພອນ, ຜູ້ປະສານງານປະຈຳ LDPA ຈຳປາສັກ. ທ່ານ ວັດວິສາ ແກ້ວສາລິວົງ, ຫົວໜ້າໂຄງການປະຈຳອົງການ CRS Laos. ບັນດາທີມງານໄດ້ຮັບຄວາມເຂົ້າໃຈ ແລະ ຄວາມຮູ້ອັນລໍ້າຄ່າຜ່ານພາກປະຕິບັດຈາກເພື່ອນຮ່ວມງານເຊັ່ນ: ຫວຽດນາມ, ສີລັງກາ, ແລະ ຟີລິບປິນ ເພື່ອເສີມຂະຫຍາຍການວຽກງານອາຫານທ່ຽງໃນໂຮງຮຽນໃນລາວ. ຈຸດເດັ່ນທີ່ສໍາຄັນຈາກການແລກປ່ຽນລວມມີ: ຫຼັກຖານ & ການຄົ້ນຄວ້າ: ໂດຍໄດ້ສໍາຫຼວດການຄົ້ນພົບຫລ້າສຸດກ່ຽວກັບອາຫານທ່ຽງໃນໂຮງຮຽນ […]

ແນະນໍາສະມາຊິກໃຫມ່ທັງຫົກທ່ານຂອງຄະນະບໍລິຫານງານ SUN CSA

ພວກເຮົາມີຄວາມຍິນດີທີ່ຈະປະກາດກ່ຽວກັບສະມາຊິກຄະນະກໍາມະການຄຸ້ມຄອງSUN CSA (MC) ທັງໝົດ ຫົກທ່ານ. ການຄັດເລືອກຂແງແຕ່ລະທ່ານດັ່ງຕໍ່ໄປນີ້ໄດ້ຮັບການຢັ້ງຢືນຈາກສະມາຊິກທີ່ມີຢູ່ແລ້ວຂອງ SUN CSA MC: ສະມາຊິກໃໝ່ທີ່ໄດ້ຮັບການແຕ່ງຕັ້ງເຂົ້າໃນຄະນະບໍລິຫານງານ SUN CSA: ຜູ້ແທນອົງການຈັດຕັ້ງສັງຄົມລາວ: 1.      ທ່ານ ຄຳຜຸຍ ໄຊຍະລາດ, ອຳນວຍການສະມາຄົມ PAKA 2.      ທ່ານ ອຸ່ອີ ກິດຕິຄຸນ, ຄະນະບໍລິຫານ ສະມາຄົມ SAEDA 3.      ນາງ ພຸດທະກອນ ນໍພັນສີ, ຜູ້ອຳນວຍການຝ່າຍແຜນງານຂອງສະມາຄົມ CHIAs ຜູ້ແທນອົງການສາກົນ: 1.      ນາງ ສົມພອນ ອຸທໍາມະວົງ, ທີ່ປຶກສາດ້ານການພັດທະນາຄວາມສາມາດ ຈາກອົງການ Cord ລາວ 2.      ທ່ານ ກຸເບີ ອະທິກາຣິ, ທີ່ປຶກສາດ້ານລະບົບສຸຂະພາບ ຈາກອົງການຊ່ວຍເຫຼືອເດັກປະຈຳລາວ 3.      ທ່ານ ບຸນຍັງ ລັດຊະໝີ, ຜູ້ຈັດການໂຄງການອາວຸໂສ ແຜນງານສາທາລະນະສຸກ ແລະ ໂພຊະນາການ ຈາກອົງການແພລນສາກົນ ປະຈຳລາວ ສະມາຊິກທີ່ຢູ່ໃນຄະນະບໍລິຫານງານ SUN CSA ທີ່ດໍາລົງຕຳແໜ່ງຢູ່: 1.      ນາງ ເຄ່ລີ້ ຄຳພຸໄຊ, ຜູ້ຈັດການແຜນງານ ຈາກ CRS ລາວ,  ປະທານຮ່ວມ SUN CSA MC 2.      ນາງ ສຸດິສຸກ ອິນທະວິໄລ ຜູ້ອຳນວຍການ PFHA, ປະທານຮ່ວມ SUN CSA MC 3.      ທ່ານ ທອງຈັນ ບຸບຜາວົງ, ຜູ້ປະສານງານແຜນງານ ຈາກສະມາຄົມ ARMI, ສະມາຊິກ SUN CSA MC […]

Loading...