ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • SUN CSA ເປັນເຈົ້າພາບຈັດກອງປະຊຸມກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການໃນລາວ. ນະຄອນຫຼວງວຽງຈັນ, ສປປ ລາວ

SUN CSA ເປັນເຈົ້າພາບຈັດກອງປະຊຸມກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການໃນລາວ. ນະຄອນຫຼວງວຽງຈັນ, ສປປ ລາວ

ໃນວັນທີ 19 ສິງຫາ 2024, ທີ່ ນະຄອນຫຼວງວຽງຈັນ, ລາວ, ໄດ້ມີກອງປະຊຸມສໍາຄັນທີ່ມຸ່ງເນັ້ນໃສ່ຫຼຸດຊ່ອງຫວ່າງລະຫວ່າງການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ. ກອງປະຊຸມໃນຫົວຂໍ້ “ການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ ໃນ ສປປ ລາວ: ຄວາມເຊື່ອມໂຍງ ແລະ ມາດຕະການ” ໄດ້ເຕົ້າໂຮມເອົາຜູ້ຊ່ຽວຊານ ແລະ ນັກພັດທະນາຈາກຂະແໜງການຕ່າງໆ ຫຼາຍກວ່າ 80 ທ່ານ ມາເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ອອນໄລນ໌ ເພື່ອປຶກສາຫາລື ແລະ ແກ້ໄຂບັນຫາທີ່ສໍາຄັນດັ່ງກ່າວ.

ເປັນເຈົ້າພາບໃນການຈັດກອງປະຊຸມໃນຄັ້ງນີ້ໂດຍ ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ (SUN CSA) ລາວ, ໂດຍການສະໜັບສະໜູນຈາກອົງການບັນເທົາທຸກກາໂຕລິກ (CRS) ແລະ ໂຄງການສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າໂພຊະນາການ (ANRCB) ທີ່ໄດ້ຮັບທຶນສະໜັບສະໜຸນຈາກ USAID, ຊຶ່ງເປັນເວທີໃນການສົນທະນາ ແລະ ການເຮັດວຽກຮ່ວມກັນ. ຜູ້ເຂົ້າຮ່ວມປະກອບມີຜູ້ຕາງໜ້າຈາກລັດຖະບານ, ສະຖາບັນການສຶກສາ, ອົງການຈັດຕັ້ງທາງສັງຄົມ, ຜູ້ໃຫ້ທຶນສາກົນ ແລະ ບັນດາຄູ່ຮ່ວມພັດທະນາ.

ທ່ານ ດຣ. ວຽງຂັນ ພິໄຊ, ຮອງຫົວຫນ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ກ່າວເປິດກອງປະຊຸມ: “ໃນມື້ນີ້, ເປັນໂອກາດອັນດີ ທີ່ພວກເຮົາໄດ້ມາເຕົ້າໂຮມກັນ ເພື່ອປຶກສາຫາລືກ່ຽວກັບບັນຫາສຳຄັນທີ່ມີຄວາມເຊື່ອມໂຍງກັນ ນັ້ນກໍຄື ຜົນກະທົບຂອງການປ່ຽນແປງສະພາບດິນຟ້າອາກາດຕໍ່ກັບໂພຊະນາການ ແລະ ວິທີການເຮັດວຽກຮ່ວມກັນຂອງພວກເຮົາເພື່ອຮັບມືກັບຄວາມທ້າທາຍເຫຼົ່ານີ້.  ລັດຖະບານລາວ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນຄວາມພະຍາຍາມດັ່ງກ່າວ ໂດຍມີນະໂຍບາຍ ແລະ ຄວາມຄິດລິເລີ່ມຫຼາຍຢ່າງ ທີ່ມຸ່ງເນັ້ນໃສ່ການແກ້ໄຂບັນຫາ ທັງການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ. ບັນດາກະຊວງກ່ຽວຂ້ອງເຊັ່ນ: ກະຊວງສາທາລະນະສຸກ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງສຶກສາທິການ ແລະ ກິລາ ລ້ວນແລ້ວແຕ່ເຂົ້າຮ່ວມໃນຄວາມພະຍາຍາມເຫຼົ່ານີ້.ໂດຍໝູນໃຊ້ທ່າແຮງຂອງເຄືອຂ່າຍການສົ່ງເລີມໂພຊະນາການໃນລາວ, ຊຶ່ງນຳພາໂດຍລັດຖະບານ ແລະ ໄດ້ຮັບການສະໜັບສະໜູນຈາກອົງການຈັດຕັ້ງທາງສັງຄົມ, ຜູ້ໃຫ້ທຶນ ແລະ ສະຫະປະຊາຊາດ, ສົ່ງຜົນໃຫ້ພວກເຮົາມີເວທີທີ່ເຂັ້ມແຂງ ເພື່ອຈັດການກັບຜົນກະທົບທາງລົບຂອງການປ່ຽນແປງສະພາບດິນຟ້າອາກາດ ແລະ ໃນຂະນະດຽວກັນກໍສາມາດປັບປຸງໂພຊະນາການ ແລະ ສຸຂະພາບຂອງທຸກຄົນໃນ ສປປ ລາວ”.

ທ່ານ ແອນໂທນີ ແກລນວີລ໌, ທີປຶກສາອາວຸໂສວຽງງານ RMNCH ອົງການແຄຣ໌ ນານາຊາດ ປະຈຳລາວ ແລະ ປະທານຮ່ວມ SUN CSA ລາວ, ກ່າວວ່າ, “ກອງປະຊຸມໃນຄັ້ງນີ້ຊ່ວຍເພີ່ມຄວາມເຂົ້າໃຈຂອງພວກເຮົາຢ່າງເລິກເຊິ່ງຂຶ້ນ ກ່ຽວກັບຄວາມສໍາພັນທີ່ຊັບຊ້ອນລະຫວ່າງ ການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການໃນ ສປປ ລາວ. ນອກນີ້ຍັງ ເນັ້ນໃຫ້ເຫັນເຖິງມາດຕະການເພື່ອແກ້ໄຂສິ່ງທ້າທາຍເຫຼົ່ານີ້ຢ່າງມີປະສິດທິພາບ.”

ທ່ານ ນ. ເຄ່ລີ້ ຄໍາພູໄຊ ຜູ້ຈັດການແຜນງານ ANRCB ອົງການບັນເທົາທຸກກາໂຕລິກ, ໄດ້ຊົມເຊີຍຜົນກະທົບຂອງກອງປະຊຸມຄັ້ງນີ້: “ການນໍາສະເໜີໃນມື້ນີ້ ໄດ້ສະແດງໃຫ້ເຫັນເຖິ່ງຄວາມກ່ຽວຂ້ອງສໍາຄັນລະຫວ່າງການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ. ນັບຕັ້ງແຕ່ຜົນກະທົບຕໍ່ສຸຂະພາບໄປຈົນຮອດການເຂົ້າເຖິງນໍ້າ ແລະ ສິ່ງແວດລ້ອມ, ເຄື່ອມື ແລະ ຍຸດທະສາດທີ່ໄດ້ປຶກສາຫາລືກັນນັ້ນ ສ້າງຄວາມແຕກຕ່າງທີ່ເຫັນໄດ້ຢ່າງເປັນຮູບປະທຳໃນປະເທດລາວ.  ເຄືອຂ່າຍ SUN CSA ແມ່ນມີຄວາມສໍາຄັນຢ່າງຍິ່ງໃນການຂະຫຍາຍຜົນກະທົບເຫຼົ່ານີ້ໄປທົ່ວປະເທດ.”

ກອງປະຊຸມຄັ້ງນີ້ໄດ້ມີການນໍາສະເໜີຊຸດຂໍ້ມູນ ທີ່ບໍ່ພຽງເປັນບົດຄົ້ນຄວ້າທີ່ສະແດງຫຼັກຖານແບບລະອຽດເທົ່ານັ້ນ ແຕ່ຍັງໄດ້ແນະນໍາເຄື່ອງມືນະວັດຕະກໍາສໍາລັບການວັດແທກ ແລະ ການເພີ່ມຜົນກະທົບຂອງໂພຊະນາການຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດນຳອີກດ້ວຍ. ໂດຍສະເພາະແມ່ນໂຄງການຂອງ Alive and Thrive, ຊຶ່ງຈັດຕັ້ງປະຕິບັດໂດຍ FHI360, ໄດ້ນໍາສະເໜີ “ເຄື່ອງມືການໃຫ້ອາຫານທີ່ເປັນມິດກັບສິ່ງແວດລ້ອມ” (https://greenfeedingtool.org), ຊຶ່ງອອກແບມາເພື່ອວັດແທກການຫຼຸດລົງຂອງຜົນກະທົບຈາກການປ່ຽນແປງສະພາບດິນຢ້າອາກາດ ທີ່ກ່ຽວຂ້ອງກັບອັດຕາການລ້ຽງລູກດ້ວຍນໍ້ານົມແມ່ທີ່ເພີ່ມຂຶ້ນ. ນອກຈາກນັ້ນຍັງສະແດງເຄື່ອງມື “ຕົ້ນທຶນຂອງການບໍ່ລ້ຽງລູກດ້ວຍນໍ້ານົມແມ່” (https://www.aliveandthrive.org/en/the-new-cost-of-not-breastfeeding-tool), ຊຶ່ງສະແດງໃຫ້ເຫັນຄວາມສູນເສຍທາງດ້ານເສດຖະກິດທີ່ສໍາຄັນ ເມື່ອບໍ່ມີການສະໜຸບສະໜູນການລ້ຽງລຸກດ້ວຍນໍ້ານົມແມ່. ເຄື່ອງມືນີ້ສະແດງໃຫ້ເຫັນວ່າ, ການເພີ່ມອັດຕາການລ້ຽງລູກດ້ວຍນົມແມ່ລະດັບຊາດເປັນ 60% ສາມາດຊ່ວຍຊີວິດຄົນໄດ້ 196 ຄົນຕໍ່ປີ ແລະ ຊ່ວຍກະຕຸ້ນ GDP ຂອງລາວໄດ້ ປະມານ 50 ລ້ານໂດລາສະຫະລັດ.

ກອງປະຊຸມຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ, ໂດຍໄດ້ເນັ້ນເຖິງຄວາມຈໍາເປັນຢ່າງຍິ່ງໃນການນຳໃຊ້ແນວທາງແບບເຊື່ອມສານ ເພື່ອຮັບມືກັບຄວາມທ້າທາຍທີ່ເຊື່ອມໂຍງກັນຂອງການປ່ຽນແປງດິນຟ້າອາກາດ ແລະ ໂພຊະນາການ ແລະ ກໍານົດທິດທາງການຮ່ວມມືທີ່ມີປະສິດທິຜົນໃນອານາຄົດ.

ສໍາລັບຂໍ້ມຸນເພີ່ມເຕີມ, ກະລຸນາເຂົ້າໄປຍັງເວັບໄຊທ໌ www.suncsalaos.org.

SUN CSA ເປັນເຈົ້າພາບຈັດກອງປະຊຸມກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການໃນລາວ. ນະຄອນຫຼວງວຽງຈັນ, ສປປ ລາວ

Loading...