SUN CSA ເປັນເຈົ້າພາບຈັດກອງປະຊຸມກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການໃນລາວ. ນະຄອນຫຼວງວຽງຈັນ, ສປປ ລາວ

ໃນວັນທີ 19 ສິງຫາ 2024, ທີ່ ນະຄອນຫຼວງວຽງຈັນ, ລາວ, ໄດ້ມີກອງປະຊຸມສໍາຄັນທີ່ມຸ່ງເນັ້ນໃສ່ຫຼຸດຊ່ອງຫວ່າງລະຫວ່າງການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ. ກອງປະຊຸມໃນຫົວຂໍ້ “ການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ ໃນ ສປປ ລາວ: ຄວາມເຊື່ອມໂຍງ ແລະ ມາດຕະການ” ໄດ້ເຕົ້າໂຮມເອົາຜູ້ຊ່ຽວຊານ ແລະ ນັກພັດທະນາຈາກຂະແໜງການຕ່າງໆ ຫຼາຍກວ່າ 80 ທ່ານ ມາເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ອອນໄລນ໌ ເພື່ອປຶກສາຫາລື ແລະ ແກ້ໄຂບັນຫາທີ່ສໍາຄັນດັ່ງກ່າວ. ເປັນເຈົ້າພາບໃນການຈັດກອງປະຊຸມໃນຄັ້ງນີ້ໂດຍ ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ (SUN CSA) ລາວ, ໂດຍການສະໜັບສະໜູນຈາກອົງການບັນເທົາທຸກກາໂຕລິກ (CRS) ແລະ ໂຄງການສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າໂພຊະນາການ (ANRCB) ທີ່ໄດ້ຮັບທຶນສະໜັບສະໜຸນຈາກ USAID, ຊຶ່ງເປັນເວທີໃນການສົນທະນາ ແລະ ການເຮັດວຽກຮ່ວມກັນ. ຜູ້ເຂົ້າຮ່ວມປະກອບມີຜູ້ຕາງໜ້າຈາກລັດຖະບານ, ສະຖາບັນການສຶກສາ, ອົງການຈັດຕັ້ງທາງສັງຄົມ, ຜູ້ໃຫ້ທຶນສາກົນ ແລະ ບັນດາຄູ່ຮ່ວມພັດທະນາ. ທ່ານ ດຣ. […]