ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ກອງປະຊຸມສາກົນວຽກງານສາທາລະນະສຸກຂອງກຸ່ມປະເທດອານຸພາກພື້ນແມ່ນໍ້າຂອງ ຄັ້ງທີ 14 ໃນວັນທີ 28-29 ມິຖຸນາ 2024 ທີ່ ແຂວງ ຫຼວງພະບາງ, ສປປ ລາວ.

ກອງປະຊຸມສາກົນວຽກງານສາທາລະນະສຸກຂອງກຸ່ມປະເທດອານຸພາກພື້ນແມ່ນໍ້າຂອງ ຄັ້ງທີ 14 ໃນວັນທີ 28-29 ມິຖຸນາ 2024 ທີ່ ແຂວງ ຫຼວງພະບາງ, ສປປ ລາວ.

ອົງກກອນສະມາຊິກ SUN CSA ລາວ ນໍາສະເໜີການຄົ້ນຄວ້າດ້ານໂພຊະນາການຂອງຕົນໃນກອງປະຊຸມສາກົນວຽກງານສາທາລະນະສຸກຂອງກຸ່ມປະເທດອານຸພາກພື້ນແມ່ນໍ້າຂອງ. ຂໍສະແດງຄວາມຊົມເຊີຍມາຍັງ 5 ອົງກອນສະມາຊິກ SUN CSA ລາວ ທີ່ໄດ້ນໍາສະເໜີການຄົ້ນຄວ້າຂອງຕົນໃນກອງປະຊຸມສາກົນວຽກງານສາທາລະນະສຸກຂອງກຸ່ມປະເທດອານຸພາກພື້ນແມ່ນໍ້າຂອງ ຄັ້ງທີ 14 ໃນວັນທີ 28-29 ມິຖຸນາ 2024 ທີ່ແຂວງຫຼວງພະບາງ, ສປປ ລາວ. ຜົນການຄົ້ນຄວ້າກ່ຽວກັບວຽກງານໂພຊະນາການ ໄດ້ຖືກນຳສະເໜີໂດຍ ອົງການແຄຣ໌ນານາຊາດ ປະຈຳລາວ, ອົງການແພລນສາກົນ ປະຈຳລາວ, ອົງການ SNV ປະຈໍາລາວ, ອົງການກາແດງສະວິດ ແລະ ອົງການສຸພານິມິດສາກົນ  ປະຈຳລາວ.

ຂໍສະແດງຄວາມຍິນດີເປັນຢ່າງຍິ່ງຕໍ່ກັບ ອົງການ CRS ທີ່ໄດ້ຊ່ວຍຈັດ ແລະ ສະໜອງທຶນໃຫ້ແກ່ກອງປະຊຸມສາກົນດັ່ງກ່າວ ໂດຍຜ່ານໂຄງການ USAID ANRCB. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້ມີ​ມະຫາວິທະຍາ​ໄລຫຼາຍກວ່າ 20 ​ແຫ່ງ​ທີ່​ມາ​ຈາກ 9 ປະ​ເທດ​ໃນ​ທົ່ວ​ພາກ​ພື້ນ, ​ໃນ​ນັ້ນລວມ​ມີ ປະເທດກຳປູ​ເຈຍ, ຈີນ, ມຽນມາ, ສປປ ລາວ, ​ໄທ, ຫວຽດນາມ, ສິງກະ​ໂປ, ອາ​ເມ​ລິ​ກາ ​ແລະ ອົດສະຕຣາລີ. ພ້ອມດຽວກັນນີ້ ກໍຂໍສະແດງຄວາມຍິນດີກັບ ອົງການສຸພານິມິດສາກົນ ປະຈຳລາວ  ທີ່ໄດ້ຮັບລາງວັນໂປສ໌ເຕີທີ່ດີທີ່ສຸດອັນດັບ 3 ຈາກທັງໝົດ 140 ໂປສເຕີ, ທີ່ເປັນໂປສ໌ເຕີນໍາສະເຫນີ ກ່ຽວກັບຜົນກະທົບຂອງການປ່ຽນແປງສະພາບດິນຟ້າອາກາດຕໍ່ກັບອາຫານທີ່ຫາຈາກປ່າ ແລະ ໂພຊະນາການຂອງເດັກນ້ອຍ ແລະ ຄອບຄົວໃນລາວ. ຫົວ​ຂໍ້​ຂອງ​ກອງ​ປະ​ຊຸມ​ປີ​ນີ້​ແມ່ນ “ການ​ບັນລຸ​ເປົ້າ​ຫມາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໂດຍ​ຜ່ານ​ການ​ປັບ​ປຸງ​ໂພ​ຊະ​ນາ​ການ, ຄວາມ​ເທົ່າທຽມດ້ານ​ສຸ​ຂະ​ພາບ ແລະ​ ການ​ປັບຕົວເຂົ້າກັບ​ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາ​ກາດ” ແລະ​ ເປັນກອງປະຊຸມທີ່ໃຫ້ຂໍິມູນແບບເລິກເຊິ່ງ,  ການ​ສົນ​ທະ​ນາ​ແບບມີ​ສ່ວນ​ຮ່ວມ ແລະ ສະໜັບສະໜູນການສ້າງເຄືອຂ່າຍທີ່ດີເລີດ​​. ໃນກອງປະຊຸມໄດ້ມີການແບ່ງປັນຜົນການຄົ້ນຄວ້າທີ່ເປັນປະໂຫຍດ ແລະ ໜ້າສົນໃຈຫຼາຍ, ເຊິ່ງ SUN CSA ລາວ ມີແຜນທີ່ຈະນຳມາແບ່ງປັນໃຫ້ກັບສະມາຊິກໃນອີກບໍ່ພໍທໍ່ໃດເດືອນຂ້າງໜ້ານີ້.

Loading...