ຂໍຂອບໃຈມາຍັງອົງກອນສະໜອງທຶນຮ່ວມ ທີ່ໃຫ້ການສະໜັບສະໜູນແກ່ກອງເລຂາ SUN CSA.
ສະມາຊິກ SUN CSA ໄດ້ປະກອບສ່ວນທັງເວລາ, ບຸກຄະລາກອນ, ຊັບພະຍາກອນ, ທັກສະ ແລະ ເງິນທຶນ ເຂົ້າໃນການເຮັດວຽກຂອງເຄືອຂ່າຍສະເໝີມາ.
ໃນຕະຫຼອດໄລຍະ 3 ປີຜ່ານມາ ອົງການແພລນສາກົນ ປະຈໍາລາວ ເປັນຜູ້ສະໜອງທຶນຫຼັກໃຫ້ແກ່ກອງເລຂາ SUN CSA. ໃນປີທີ່ຈະມາເຖິງນີ້, ອົງກອນສະມາຊິກໄດ້ເຫັນດີຮ່ວມກັນ ໃນການຮ່ວມສະໜອງທຶນ ເພື່ອນຳໃຊ້ເຂົ້າໃນການດຳເນີນວຽກງານຂອງກອງເລຂາ. ພວກເຮົາຂໍຂອບໃຈມາຍັງບັນດາອົງກອນດັ່ງຕໍ່ໄປນີ້ ທີ່ໄດ້ຢືນຢັນການສະຫນອງທຶນໃນປັດຈຸບັນ:
ອົງການແຄຣສາກົນ ປະຈຳລາວ
ອົງການບັນເທົາທຸກກາໂຕລິກ ປະຈຳລາວ
ອົງການ ແພລນສາກົນ ປະຈຳລາວ
ອົງການຊ່ວຍເຫຼືອເດັກ ປະຈຳລາວ
ອົງການສຸພະນິມິດສາກົນ ປະຈຳລາວ
Alive&Thrive/FHI 360
ພວກເຮົາຂໍຊຸກຍູ້ໃຫ້ບັນດາອົງກອນທັງໝົດ ພິຈາລະນາການສະຫນອງທຶນສໍາລັບການດຳເນີນວຽກງານຂອງກອງເລຂາ ໂດຍການລວມງົບປະມານດັ່ງກ່າວເຂົ້າເປັນສ່ວນຫນຶ່ງຂອງໂຄງການໃນປະຈຸບັນ ຫຼື ໃນອະນາຄົດຂອງທ່ານກໍໄດ້. ຖ້າມີບົດສະເຫນີໂຄງການ ແລະ ງົບປະມານໃນປັດຈຸບັນ ທີ່ຈະສາມາດຕອບສະໜອງການຮ້ອງຂໍນີ້ຂອງພວກເຮົາໄດ້, ກະລຸນາຕິດຕໍ່ກອງເລຂາສຳລັບລາຍລະອຽດເພີ່ມເຕີມ.
ອີກເທື່ອໜຶ່ງ, ຂອບໃຈມາຍັງບັນດາອົງກອນສະມາຊິກສະມາຊິກຜູ້ຮ່ວມສະໜອງທຶນໃນປັດຈຸບັນທັງໝົດ. ພວກເຮົາຂໍຂອບໃຈທີ່ທ່ານສະຫນັບສະຫນູນ ແລະ ຫວັງວ່າອົງກອນອື່ນໆຈະສາມາດປະກອບສ່ວນເຊັ່ນດຽວກັນ, ຫາກບໍ່ແມ່ນໃນຮູບແບບການສະໜອງທຶນ ກໍສາມາດເປັນການມີສ່ວນຮ່ວມໃນວຽກງານ ແລະ ກິດຈະກໍາຕ່າງໆກໍໄດ້ເຊັ່ນດຽວກັນ.