ອົງກກອນສະມາຊິກ SUN CSA ລາວ ນໍາສະເໜີການຄົ້ນຄວ້າດ້ານໂພຊະນາການຂອງຕົນໃນກອງປະຊຸມສາກົນວຽກງານສາທາລະນະສຸກຂອງກຸ່ມປະເທດອານຸພາກພື້ນແມ່ນໍ້າຂອງ. ຂໍສະແດງຄວາມຊົມເຊີຍມາຍັງ 5 ອົງກອນສະມາຊິກ SUN CSA ລາວ ທີ່ໄດ້ນໍາສະເໜີການຄົ້ນຄວ້າຂອງຕົນໃນກອງປະຊຸມສາກົນວຽກງານສາທາລະນະສຸກຂອງກຸ່ມປະເທດອານຸພາກພື້ນແມ່ນໍ້າຂອງ ຄັ້ງທີ 14 ໃນວັນທີ 28-29 ມິຖຸນາ 2024 ທີ່ແຂວງຫຼວງພະບາງ, ສປປ ລາວ. ຜົນການຄົ້ນຄວ້າກ່ຽວກັບວຽກງານໂພຊະນາການ ໄດ້ຖືກນຳສະເໜີໂດຍ ອົງການແຄຣ໌ນານາຊາດ ປະຈຳລາວ, ອົງການແພລນສາກົນ ປະຈຳລາວ, ອົງການ SNV ປະຈໍາລາວ, ອົງການກາແດງສະວິດ ແລະ ອົງການສຸພານິມິດສາກົນ ປະຈຳລາວ.
ຂໍສະແດງຄວາມຍິນດີເປັນຢ່າງຍິ່ງຕໍ່ກັບ ອົງການ CRS ທີ່ໄດ້ຊ່ວຍຈັດ ແລະ ສະໜອງທຶນໃຫ້ແກ່ກອງປະຊຸມສາກົນດັ່ງກ່າວ ໂດຍຜ່ານໂຄງການ USAID ANRCB. ກອງປະຊຸມຄັ້ງນີ້ໄດ້ມີມະຫາວິທະຍາໄລຫຼາຍກວ່າ 20 ແຫ່ງທີ່ມາຈາກ 9 ປະເທດໃນທົ່ວພາກພື້ນ, ໃນນັ້ນລວມມີ ປະເທດກຳປູເຈຍ, ຈີນ, ມຽນມາ, ສປປ ລາວ, ໄທ, ຫວຽດນາມ, ສິງກະໂປ, ອາເມລິກາ ແລະ ອົດສະຕຣາລີ. ພ້ອມດຽວກັນນີ້ ກໍຂໍສະແດງຄວາມຍິນດີກັບ ອົງການສຸພານິມິດສາກົນ ປະຈຳລາວ ທີ່ໄດ້ຮັບລາງວັນໂປສ໌ເຕີທີ່ດີທີ່ສຸດອັນດັບ 3 ຈາກທັງໝົດ 140 ໂປສເຕີ, ທີ່ເປັນໂປສ໌ເຕີນໍາສະເຫນີ ກ່ຽວກັບຜົນກະທົບຂອງການປ່ຽນແປງສະພາບດິນຟ້າອາກາດຕໍ່ກັບອາຫານທີ່ຫາຈາກປ່າ ແລະ ໂພຊະນາການຂອງເດັກນ້ອຍ ແລະ ຄອບຄົວໃນລາວ. ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ການບັນລຸເປົ້າຫມາຍການພັດທະນາແບບຍືນຍົງໂດຍຜ່ານການປັບປຸງໂພຊະນາການ, ຄວາມເທົ່າທຽມດ້ານສຸຂະພາບ ແລະ ການປັບຕົວເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດ” ແລະ ເປັນກອງປະຊຸມທີ່ໃຫ້ຂໍິມູນແບບເລິກເຊິ່ງ, ການສົນທະນາແບບມີສ່ວນຮ່ວມ ແລະ ສະໜັບສະໜູນການສ້າງເຄືອຂ່າຍທີ່ດີເລີດ. ໃນກອງປະຊຸມໄດ້ມີການແບ່ງປັນຜົນການຄົ້ນຄວ້າທີ່ເປັນປະໂຫຍດ ແລະ ໜ້າສົນໃຈຫຼາຍ, ເຊິ່ງ SUN CSA ລາວ ມີແຜນທີ່ຈະນຳມາແບ່ງປັນໃຫ້ກັບສະມາຊິກໃນອີກບໍ່ພໍທໍ່ໃດເດືອນຂ້າງໜ້ານີ້.