ກອງປະຊຸມສາກົນວຽກງານສາທາລະນະສຸກຂອງກຸ່ມປະເທດອານຸພາກພື້ນແມ່ນໍ້າຂອງ ຄັ້ງທີ 14 ໃນວັນທີ 28-29 ມິຖຸນາ 2024 ທີ່ ແຂວງ ຫຼວງພະບາງ, ສປປ ລາວ.

ອົງກກອນສະມາຊິກ SUN CSA ລາວ ນໍາສະເໜີການຄົ້ນຄວ້າດ້ານໂພຊະນາການຂອງຕົນໃນກອງປະຊຸມສາກົນວຽກງານສາທາລະນະສຸກຂອງກຸ່ມປະເທດອານຸພາກພື້ນແມ່ນໍ້າຂອງ. ຂໍສະແດງຄວາມຊົມເຊີຍມາຍັງ 5 ອົງກອນສະມາຊິກ SUN CSA ລາວ ທີ່ໄດ້ນໍາສະເໜີການຄົ້ນຄວ້າຂອງຕົນໃນກອງປະຊຸມສາກົນວຽກງານສາທາລະນະສຸກຂອງກຸ່ມປະເທດອານຸພາກພື້ນແມ່ນໍ້າຂອງ ຄັ້ງທີ 14 ໃນວັນທີ 28-29 ມິຖຸນາ 2024 ທີ່ແຂວງຫຼວງພະບາງ, ສປປ ລາວ. ຜົນການຄົ້ນຄວ້າກ່ຽວກັບວຽກງານໂພຊະນາການ ໄດ້ຖືກນຳສະເໜີໂດຍ ອົງການແຄຣ໌ນານາຊາດ ປະຈຳລາວ, ອົງການແພລນສາກົນ ປະຈຳລາວ, ອົງການ SNV ປະຈໍາລາວ, ອົງການກາແດງສະວິດ ແລະ ອົງການສຸພານິມິດສາກົນ ປະຈຳລາວ. ຂໍສະແດງຄວາມຍິນດີເປັນຢ່າງຍິ່ງຕໍ່ກັບ ອົງການ CRS ທີ່ໄດ້ຊ່ວຍຈັດ ແລະ ສະໜອງທຶນໃຫ້ແກ່ກອງປະຊຸມສາກົນດັ່ງກ່າວ ໂດຍຜ່ານໂຄງການ USAID ANRCB. ກອງປະຊຸມຄັ້ງນີ້ໄດ້ມີມະຫາວິທະຍາໄລຫຼາຍກວ່າ 20 ແຫ່ງທີ່ມາຈາກ 9 ປະເທດໃນທົ່ວພາກພື້ນ, ໃນນັ້ນລວມມີ ປະເທດກຳປູເຈຍ, ຈີນ, ມຽນມາ, ສປປ ລາວ, ໄທ, […]