ສະມາຊິກ SUN CSA ໄດ້ອັບເດດກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການຂອງຕົນ ໃນກອງປະຊູມໜ່ວຍງານໂພຊະນາການຂອງ SUN CSA ໃນວັນທີ 21 ກຸມພາ 2024.
ສະມາຊິກ SUN CSA 22 ທ່ານຈາກ 16 ອົງກອນ ໄດ້ເຂົ້າຮ່ວມ ແລະ ລາຍງານກ່ຽວກັບວຽກງານພາຍໃຕ້ໂຄງການໂພຊະນາການຂອງຕົນ ໃນກອງປະຊຸມປະສານງານວຽກງານໂພຊະນາການ ທີ່ໄດ້ຈັດຂັ້ນໃນວັນທີ 21 ກຸມພາ 2024, ອອນໄລນ໌ຜ່ານລະບົບຊູມ. ພາຍໃຕ້ວຽກງານສະໜັບສະໜູນຮ່ວມພາຍໃຕ້ຫົວຂໍ້ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ ແລະ ການຄໍ້າປະກັນດ້ານສະບຽງອາຫານ, ເຫັນວ່າມີຄວາມຄືບໜ້າໃນຫຼາຍດ້ານ ຊຶ່ງໄດ້ປະກອບສ່ວນເຂົ້າໃນວຽກງານການປັບປຸງໂພຊະນາການໂດຍລວມ. ໂຄງການທີ່ສະມາຊິກຂອງພວກເຮົາຈັດຕັ້ງປະຕິບັດຢູ່ແມ່ນຄອບຄຸມເອົາຫຼາຍຂະແໜງການເຊັ່ນ: WASH, ບົດບາດຍິງ-ຊາຍ, ກະສິກຳ, ການດຳລົງຊີວິດ ແລະ ອື່ນໆ, ຊຶ່ງມີສ່ວນສະໜັບສະໜູນຕົວຊີ້ວັດດ້ານໂພຊະນາການໃນ NPAN 2021-2025.
ມີໂຄງການກະສິກຳທີ່ເປັນມິດກັບການປ່ຽນແປງສະພາບດິນຟ້າອາກາດໃໝ່ໆຫຼາຍໂຄງການ ທີ່ກຳລັງດຳເນີນຢູ່ໃນຫຼາຍເມືອງ ແລະ ຍັງມີອີກຫຼາຍໂຄງການທີ່ກຳລັງຈະເລີ່ມຈັດຕັ້ງປະຕິບັດໃນມໍ່ໆນີ້.
ທ່ານສາມາດຮັບຟັງບັນທຶກກອງປະຊຸມ ແລະ ເບິ່ງບົກນຳສະເໜີໄດ້ທີ່ເວັບໄຊທ໌ SUN CSA.
🙏ຂອບໃຈທຸກທ່ານທີ່ໄດ້ສະຫຼະເວລາເພື່ອລາຍງານວຽກໂພຊະນາການຂອງທ່ານ ແລະ ປະສານສົມທົບວຽກງານຮ່ວມກັນ. ເມື່ອພວກເຮົາຮ່ວມມືກັນ ພວກເຮົາຈະສາມາດປັບປຸງໂພຊະນາການໃນລາວໄດ້. ພວກເຮົາຈະພົບກັນໃໝ່ໃນກອງປະຊຸມ