ຂໍຂອບໃຈຜູ້ນໍາພາສົນທະນາ ແລະ ຜູ້ເຂົ້າຮ່ວມທັງໝົດ 27 ທ່ານ ຈາກ 20 ອົງກອນສະມາຊິກຂອງ SUN CSA ທີ່ໄດ້ເຂົ້າມາຮຽນຮູ້ ແລະ ແລກປ່ຽນ ໃນຫົວຂໍ້: “ສື່ສິ່ງພິມໃໝ່ ກ່ຽວກັບກົດໝາຍຄຸ້ມຄອງນົມຝຸ່ນສຳລັບເດັກ ເພື່ອໃຊ້ໃນຮ້ານຄ້າ ແລະ ຊຸມຊົນ” ຜ່ານເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA ໃນວັນທີ 16 ກຸມພາ 2024.
ທ່ານ ນາງ ເພັດສະຫວັນ ຈັນທະວົງ, ຫົວໜ້າແຜນງານດ້ານສຸຂະພາບ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ໄດ້ນໍາສະເໜີກ່ຽວກັບ ຂໍ້ຄວາມສໍາຄັນ ແລະ ສື່ສິ່ງພິມ ທີ່ສະແດງໃຫ້ເຫັນເຖິງການລະເມີດດຳລັດວ່າດ້ວຍ ຜະລິດຕະພັນ ແລະ ອຸປະກອນ ກ່ຽວກັບອາຫານ ສຳລັບເດັກອ່ອນ ແລະ ເດັກນ້ອຍ (BMS) ເພື່ອໃຊ້ສຳລັບຜູ້ຜະລິດ, ຜູ້ຈໍາໜ່າຍ, ຮ້ານຄ້າຍ່ອຍ, ສະຖານທີ່ບໍລິການດ້ານສຸຂະພາບ ແລະ ຊຸມຊົນ ເພື່ອຊ່ວຍໃນການປົກປ້ອງ, ສົ່ງເສີມ ແລະ ສະໜັບສະໜູນການລ້ຽງລູກດ້ວຍນົມແມ່ ພາຍໃນປະເທດ. ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ເປັນຫລັກໃນການພັດທະນາຂໍ້ຄວາມສຳຄັນ ແລະ ສື່ສິ່ງພິມດັ່ງກ່າວ ໂດຍຮ່ວມມືກັບ ອົງການ UNICEF, ສະຫະພາບເອີຣົບ ແລະ ກະຊວງສາທາລະນະສຸກ.